ຄະນະນັກສຶກສາລາວ ເຊິ່ງນຳພາໂດຍ ທ່ານ ຈັດຕຸພົນ ນາຄະວິດ ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່., ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ., ກະຊວງແຜນການ ແລະການລົງທຶນ, ທ່ານ ສົມຄວນ ມາສຸວັນ ຮອງຫົວໜ້າກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງບໍລິໂພກ, ອຸປະໂພກ ເຊັ່ນ: ໝູຝອຍ 165 ກິໂລ, ຊີ້ນແຫ້ງ 66 ກິໂລ ແລະ ປາກະປ໋ອງ 12 ແກ໊ດ ລວມມູນຄ່າ ທັງໝົດ 75.000.000 ກີບ ນຳໄປມອບໃຫ້ຜູ້ປະສົບນໍ້າຖ້ວມຢູ່ 3 ແຂວງ ຄື: ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ແຂວງລະ 25.000.000 ກີບ. ຄະນະດັ່ງກ່າວໄດ້ເລີ່ມເດີນທາງລົງໄປພາກສະໜາມ ໃນຕອນເຊົ້າມື້ນີ້ ວັນທີ 12 ສິງຫາ 2023.