ໃນໂອກາດລົງພົບປະ, ຢ້ຽມ ແລະ ເຮັດວຽກຂອງ ທ່ານ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຄັ້ງນີ້, ນອກຈາກ ທ່ານ ໄດ້ພົບປະ, ໂອ້ລົມ ກັບຄະນະພັກ, ຄະນະນຳຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງແລ້ວ, ທ່ານ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຍັງໄດ້ນຳເອົາເຄື່ອງໃຊ້ຫ້ອງການ ແລະ ພາຫະນະ (ລົດຈັກ 1 ຄັນ ແລະ ຄ້ອມພິວເຕີ 1 ຊຸດ) ນຳມາມອບໃຫ້ຫ້ອງການ ພະລັງງານ ແລະ ບໍ່ແຮ່ເມືອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດວຽກງານວິຊາສະເພາະ ແລະ ອຸປະກອນການຮຽນ, ພ້ອມດ້ວຍມອບເຄື່ອງກັນໜາວ ໃຫ້ບ້ານ ປາກລອງ, ເມືອງ ໄຊສະຖານ ຕື່ມອີກ.