ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປີດຂະບວນການລົງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ແລະ ວາງທິດທາງແຜນການປະຈຳປີ 2022
ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນຊາວໜຸ່ມລາວທົ່ວປະເທດ ແລະ ກອງປະຊຸມໃຫຍ່ຄັ້ງທີ III ຂອງຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ປະກົດຜົນເປັນຈິງ. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເປີດຂະບວນການລົງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນການຈັດຕັ້ງປະຕິບັດຂໍແຂ່ງຂັນ 4 ບຸກ ປະຈຳປີ 2021 ແລະ ວາງທິດທາງແຜນການປະຈຳປີ 2022 ຢູ່ທົ່ວຮາກຖານຊາວໜຸ່ມອ້ອມຂ້າງກະຊວງ ລະຫວ່າງວັນທີ 17-21 ມັງກອນ 2022 ນີ້.
ສະຫາຍ ຈັນທະເລດ ວໍລະບຸດ ກຳມະການຄະນະພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ປະຕິບັດຕາມມະຕິຕົກລົງຂອງເລຂາຄະນະພັກກະຊວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ແລະ ວາງທິດທາງແຜນການປະຈຳປີ 2022 ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ກໍ່ປະຕິບັດຕາມການຕົກລົງແຕ່ງຕັ້ງຂອງ ສະຫາຍ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ແລະ ອີງໃສ່ບົດແນະນໍາສະບັບເລກທີ 333 ຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບບັນດາ ຄະນະຊາວໜຸ່ມປະຊາຊົນຕິວັດລາວຮາກຖານ ແລະ ໜ່ວຍຮາກຖານ ອ້ອມຂ້າງກະຊວງ ດຳເນີນການສະຫຼຸບ, ຕີຄາໝາກຜົນການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຢູ່ຂັ້ນຮາກຖານຕະຫຼອດໄລຍະ 1 ປີຜ່ານມາ. ພ້ອມກັນນີ້, ກໍ່ໃຫ້ແຕ່ລະຮາກຖານວາງທິດທາງແຜນການ ແລະ ວຽກງານຈຸດສຸມພາຍໃນຮາກຖານຂອງຕົນເອງ ໃຫ້ສຳເລັດພາຍໃນວັນທີ 21 ມັງກອນ 2022ນີ້ ແລະ ຫຼັງຈາກນັ້ນ, ກອງເລຂາຈະສັງລວມລາຍງານຕໍ່ຄະນະຮັບຜິດຊອບລວມ ເຊິ່ງມີ ສະຫາຍ ປອ ສີນາວາ ສຸພານຸວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ຮັບຊາບ ກ່ອນສັງລວມລາຍງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອພິຈາລະນາຮັບຮອງເອົາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ 4 ບຸກປະຈຳປີ 2021 ຢ່າງສົມກຽດ.
ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວຕື່ມວ່າ: ມາຮອດມາປະຈຸບັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຖືກຮັບຮອງເປັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ 4 ບຸກແລ້ວ 5 ຄັ້ງຄື : ປີ 2014-2015, 2016-2017, 20218, 2019 ແລະ ປີ 2020. ພິເສດ ໃນປີ 2020 ທີ່ຜ່ານມາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນໜຶ່ງໃນບັນດາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ, ອົງການ, ແຂວງ/ນະຄອນຫຼວງ ທີ່ໄດ້ຮັບທຸງໄຊນຳໜ້າໃນຂະບວນການ 4 ບຸກ ເນື່ອງຈາກວ່າ ພວກເຮົາໄດ້ຖືກຮັບຮອງເປັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ 4 ບຸກ 3 ສະໄໝຕິດຕໍ່ກັນ.
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ມີສະມາຊິກທັງໝົດ 2.335 ສະຫາຍ, ຍິງ 743 ສະຫາຍ ໃນນີ້ສະມາຊິກຊາວໜຸ່ມເປັນສະມາຊິກພັກ 526 ສະຫາຍ, ຍິງ 192 ສະຫາຍ ; ເປັນສະມາຊິກແມ່ຍິງ 692 ສະຫາຍ ; ເປັນສະມາຊິກກຳມະບານ 2.111 ສະຫາຍ. ປະກອບມີ 4 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ ແລະ 14 ໜ່ວຍຮາກຖານ ຊາວໜຸ່ມປະຊາຊົນປະຕິວັດລາວ ຂຶ້ນກັບ ; ມີຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງທັງໝົດ 23 ສະຫາຍ, ຍິງ 6 ສະຫາຍ, ມີເລຂາ 1 ສະຫາຍ, ຮອງເລຂາ 4 ສະຫາຍ, ຄະນະປະຈຳ 9 ສະຫາຍ. ນອກຈາກນີ້, ຍັງມີ ຫ້ອງການຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ເປັນກົງຈັກຊ່ວຍວຽກ ແລະ ທັງເປັນຈຸດປະສານງານ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ກັບ ພາກສ່ວນທີ່ກ່ຽວຂ້ອງ ໂດຍມີ 8 ໜ່ວຍງານຊ່ວຍວຽກ ທີ່ປະກອບບຸກຄະລາກອນທີ່ເປັນສະມາຊິກຊາວໜຸ່ມ ມາຈາກຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ແລະ ບໍລິສັດ ຂຶ້ນກັບກະຊວງ ພະລັງງານແລະ ບໍ່ແຮ່.
ໂດຍ: ຄຳແສງ ແກ້ວປະເສີດ