ຊຸດຝຶກອົບຮົມກ່ຽວກັບ ລະບຽບການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິິກ ແລະ ການນຳໃຊ້ E-office

          ໃນລະຫວ່າງວັນທີ 27-29 ເມສາ 2022 ທີ່ຜ່ານມາ, ຫ້ອງການກະຊວງໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບ ລະບຽບການຄຸ້ມຄອງເອກະສານທາງການແບບເອເລັກໂຕນິິກ ແລະ  ການນຳໃຊ້ລະບົບ E-office ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ໃນພິທີດັ່ງກ່າວໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ສຸລິຍາ ແສງດາລະວົງ ຮອງຫົວໜ້າຫ້ອງການ ແລະ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ.

ທ່ານຮອງຫົວໜ້າຫ້ອງການໄດ້ກ່າວຕໍ່ກອງປະຊຸມວ່າ: ຄືບັນດາທ່ານຮູ້ແລ້ວວ່າ ໃນຍຸກປະຈຸບັນນີ້ ແມ່ນຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ທີ່ມີການຂະຫຍາຍຕົວແບບກ້າວກະໂດດ, ດ້ວຍເຫດນີ້, ເພື່ອເຮັດວຽກງານຂອງຂະແໜງການ ຂອງພະລັງງານ ແລະ ບໍ່ແຮ່ ຂອງເຮົາ ມີຄວາມວ່ອງໄວ ທັນສະໄຫມ ແລະ ປະຢັດຂັ້ນຕອນການເຮັດວຽກ, ການນຳກະຊວງ ກໍ່ເລັ່ງເຫັນບັນຫາດັ່ງກ່າວ ໂດຍນຳເອົາເຄື່ອງມືທີທັນສະໄຫມມາຊ່ວຍເຂົ້າໃນໜ້າວຽກເຮົາ ໂດຍການນຳໃຊ້ລະບົບການຈໍລະຈອນເອກະສານ ຂາເຂົ້າ-ຂາອອກ ແບບເອເລັກໂຕນິກ ຫຼື ເອີ້ນຫຍໍ້ວ່າ (E-office) ເພື່ອກໍານົດຫລັກການ ແລະ ວິທີການຄຸ້ມຄອງເອກະສານທາງການ ແບບເອເລັກໂຕນິກຜ່ານປະຕູດຽວ, ເພື່ອຮັບປະກັນແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະໄຫມ, ຮັບປະກັນໃຫ້ລະບົບການຄຸ້ມຄອງເອກະສານ, ການຄົ້ນຄ້ວາພິຈາລະນາ ແລະ ການຈັດຕັ້ງປະຕິບັດເອກະສານຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ເປັນລວມສູນ ແລະ ເປັນໄປຕາມຂັ້ນຕອນ ໃຫ້ມີປະສິດທິພາບສຸງ, ສາມາດຕິດຕາມກວດກາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ພ້ອມທັງບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ຮັກສາໄດ້ເອກະສານລັບທາງການ.

    

       ຍ້ອນເຫດຜົນດັ່ງກ່າວ ພັກ-ລັດ ຈຶ່ງໄດ້ເອົາໃຈໃສ່ ເພີ່ມທະວີ ຫັນເອົາເຄື່ອງໄມ້ເຄື່ອງມືຕ່າງໆ ທີທັນສະໄໝ ບໍ່ວ່າຈະເປັນ ຮາດແວ໌ ຫລື ຊອບແວ໌ ເຂົາມາຊ່ວຍວຽກຂອງຕົນ.

       ສະນັ້ນ ຫ້ອງການກະຊວງ ກໍ່ໄດ້ຮັບການຊີ້ນຳ ຈາກຄະນະພັກ, ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ຄົ້ນຄ້ວາລົງຝືກອົບຮົມ ການນຳໃຊ້ລະບົບການຈາລະຈອນ ເອກະສານແບບ ເອເລັກໂຕນີກ ໃຫ້ແກ່ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ, ເຖິງຢ່າງໃດກໍ່ຕາມ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ຄືຫ້ອງການກະຊວງ ຂອງພວກເຮົາ ໄດ້ລົງມາເຮັດວຽກຕິດຕາມຍຸກຍູ້ໃນການຝືກອົບຮົມເພື່ອໃຫ້ບັນດາທ່ານໄດ້ນຳໃຊ້ລະບົບການຈາລະຈອນ ເອກະສານແບບ ເອເລັກໂຕນີກ (E-office)  ເພື່ອນຳເອົາໄປຈັດຕັ້ງປະຕິບັດວຽກງານຂອງຕົນ ທັງພາຍໃນ ແລະ ພາຍນອກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.