ລາວ ແລະ ຢີ່ປຸ່ນ ເພີ່ມທະວີການຮ່ວມມື ເພື່ອຫຼຸດຜ່ອນການປ່ອຍກາກບອນໄດອອກໄຊ ແລະ ການພັດທະນາຢ່າງຍືນຍົງ

          ໃນໂອກາດທີ່ ທ່ານ MINAMI Ryo ຮອງຄະນະກຳມາທິການດ້ານການຕ່າງປະເທດ ແລະ ຜູ້ອຳນວຍການໃຫຍ່ດ້ານນະໂຍບາຍສາກົນກ່ຽວກັບການຫຼຸດຜ່ອນກາກບອນ, ອົງການຊັບພະຍາກອນທຳມະຊາດ ແລະ ພະລັງງານຂອງ ຢີ່ປຸ່ນ ເດີນທາງມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງ ວັນທີ 13-14 ກັນຍາ 2022 ນີ້. ຕອນເຊົ້າວັນທີ 14 ກັນຍາ 2022 ຢູ່ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີພິທີພົບປະ, ປຶກສາຫາລືສອງຝ່າຍລະຫວ່າງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ MINAMI Ryo ຮອງຄະນະກຳມາທິການດ້ານການຕ່າງປະເທດ ແລະ ຜູ້ອຳນວຍການໃຫຍ່ດ້ານນະໂຍບາຍສາກົນກ່ຽວກັບການຫຼຸດຜ່ອນກາກບອນ, ອົງການຊັບພະຍາກອນທຳມະຊາດ ແລະ ພະລັງງານຂອງ ຢີ່ປຸ່ນ.
          ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມ ແລະ ເຮັດວຽກຢູ່ ສປປລາວ ໂດຍສະເພາະແມ່ນການພົບປະ, ປຶຫສາຫາລື ກັບກະຊວງ ພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂີດໝາຍສຳຄັນຂອງການພົວພັນຮ່ວມມືລະຫວ່າງລາວ-ຢີ່ປຸນ ທີ່ມີມາແຕ່ດົນນານແລ້ວນັ້ນ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລ່ວງເລິກ. ການພົບປະຄັ້ງນີ້ ທັງສອງ ທ່ານ ໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນໃນຫຼາຍບັນຫາ ເປັນຕົ້ນແມ່ນການຮ່ວມມືໃນການຫຼຸດຜ່ອນການປ່ອຍກາກບອນ ແລະ ການພັດທະນາແບບຍືນຍົງ ໂດຍໝູນໃຊ້ຄວາມຮູ້ ແລະ ເຕັກໂນໂລຊີຂອງຢີ່ປຸ່ນ ໃນຂະແໜງການຜະລິດພະລັງງານຄວາມຮ້ອນສະອາດຈາກຊີວະມວນ, ໄຮໂດຣເຈນ, ຖ່ານຫີນສະອາດ ແລະ ເຕັກໂນໂລຊີອື່ນໆ.
          ທ່ານ MINAMI Ryo ກ່າວວ່າ: ນີ້ແມ່ນແນວຄວາມຄິດທີ່ສ້າງສັນ ແລະ ເປັນປະໂຫຍດຕໍ່ການພັດທະນາຂອງໂລກ ໂດຍສະເພາະຢູ່ໃນຂົງເຂດອາຊີ ຂອງ ທ່ານ Fumio Kishida ນາຍົກລັດຖະມົນຕີຢີ່ປຸ່ນ ໃນການສ້າງກອບການຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດອາຊີ ເພື່ອຫຼຸດການປ່ອຍກາກບອນ ແລະ ການພັດທະນາຢ່າງຍືນຍົງ.

          ໃນອາທິດທີ່ຜ່ານມາກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ກໍ່ໄດ້ຈັດພິທີລົງນາມ ສັນຍາການຮ່ວມມື ເພື່ອຈັດຕັ້ງປະຕິບັດໂຄງການ ສ້າງແຜນແມ່ບົດດ້ານພະລັງງານປະສົມປະສານແບບຍືນຍົງໃນສັງຄົມ ໂດຍແນໃສ່ການລົບລ້າງກາກບອນໄດອອກໄຊ (〖CO〗_2) ໃນ ສປປ ລາວ (Signing on Record and Discussion on “Laos’ Integrated Energy towards Sustainable Carbon Neutral Society Master Plan”). ເຊິ່ງເປັນໂຄງການພື້ນຖານຂອງການຮ່ວມມືດ້ານເຕັກນິກ ວ່າດ້ວຍການຫັນປ່ຽນດ້ານພະລັງງານ ຂອງ ສປປ ລາວ ໄປສູ່ການສ້າງສັງຄົມທີ່ມີການຫຼຸດຜ່ອນການກໍ່ໃຫ້ເກີດ ກາກບອນໄດອອກໄຊ (〖CO〗_2) ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໃນໄລຍະເວລາ 3 ປີ, ໂຄງການຈະໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2023-2025. ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ລົງນາມໂດຍ ທ່ານ ປອ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ແລະ ຕາງໜ້າອົງການ JICA ປະຈໍາ ສປປ ລາວ ໂດຍແມ່ນ ທ່ານ ນາກາເຊະ ໂຕສິໂອະ (Mr. NAGASE Toshio) ຫົວໜ້າຫ້ອງການ JICA ປະຈໍາ ສປປລາວ. ໂຄງການດັ່ງກ່າວນີ້, ເປັນໂຄງການທີ່ມີສຳຄັນຫຼາຍ ເນື່ອງຈາກວ່າປັດຈຸບັນນີ້ ມີຫຼາຍປະເທດໃນທົ່ວໂລກ ໄດ້ແນໃສ່ການພັດທະນາບບຍືນຍົງ ແລະ ສີຂຽວ ເຊິ່ງລວມທັງສປປ ລາວ ທີ່ກໍາລັງປະກາດຄວາມຕັ້ງໃຈທີ່ຈະດໍາເນີນເປົ້າໝາຍການຫຼຸດຜ່ອນກາກບອນໄດອອກໄຊ (〖CO〗_2) ໂດຍອີງໃສ່ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ Nationally Determined Contributions (NDC). ບັນດາສະຖາບັນ ແລະ ອົງກອນລັດຖະບານລາວ ພວມດຳເນີນການສ້າງມາດຕະການຕ່າງໆ ໂດຍມີເປົ້າໝາຍໃນການພັດທະນາທີ່ຄຽງຄູ່ໄປກັບ ການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ (Greenhouse Gas Emission) ເພື່ອຈໍາກັດການເພີ່ມຂຶ້ນຂອງອຸນຫະພູມ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ