ຄະນະກຳມະການຊີ້ນໍາຮ່ວມໂຄງການ ເຂື່ອນໄຟຟ້ານໍ້າຊໍາ 3 ແລະ ນໍ້າຊໍາ 1A ຈັດກອງປະຊຸມຄົບຄະນະ ຄັ້ງທີ2

          ໃນວັນທີ 07 ມີນາ 2024 ຜ່ານມານີ້, ທີ່ໂຮງແຮມ ແລນມາກ ແມ່ຂອງ ລີເວີໄຊ, ກົມທຸລະກິດພະລັງງານ (ກທພ), ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະກອງເລຂາ ຄະນະກຳມະການຊີ້ນໍາຮ່ວມໂຄງການ ເຂື່ອນໄຟຟ້ານໍ້າຊໍາ 3, ນໍ້າຊໍາ 1A ໄດ້ຈັດກອງປະຊຸມ ຄົບຄະນະຄັ້ງທີ2 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາ ທ່ານ ຄະນະກຳມະການຈາກຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ (ແຂວງຫົວພັນ) ເຂົ້າຮ່ວມ.
          ກອງປະຊຸມໃນຄັ້ງນີ້ຈັດຂຶ້ນ ເພື່ອປະຕິບັດຕາມພາລະບົດບາດຂອງຄະນະກຳມະການຊີ້ນໍາຮ່ວມ ໂຄງການ ໃນການຕິດຕາມກວດກາ ແລະ ຕີລາຄາສະພາບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ເພື່ອພ້ອມກັນປຶກສາຫາລື ໃຫ້ທິດຊີ້ນໍາຢ່າງເໝາະສົມຮັບປະກັນ ການຈັດຕັ້ງປະຕິບັດໂຄງການໄດ້ດໍາເນີນການຢ່າງຕໍ່ເນື່ອງ ແລະ ສຳເລັດຕາມແຜນທີ່ວາງໄວ້.

          ໃນວາລະການດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆເຊັ່ນ: ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການເຂື່ອນໄຟຟ້ານໍ້າຊໍາ 3 ແລະ ນໍ້າຊໍາ 1A ໃນໄລຍະຜ່ານມາລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີທາງແກ້ໄຂໃນຕໍ່ໜ້າ ແລະ ການຈັດຕັ້ງ ປະຕິບັດວຽກງານຂອງ ຄະນະຊີ້ນຳລວມ ແລະ ກອງເລຂາ. ຫຼັງຈາກນັ້ນໜ່ວຍງານຈັດສັນຈາກແຕ່ລະພາກສ່ວນທີ່ກ່ຽວຂ້ອງ ລາຍງານການປະຕິບັດວຽກງານຂອງໜ່ວຍງານ RMU ຂອງໂຄງການເຂື່ອນໄຟຟ້ານໍ້າຊໍາ 3 ແລະ ນໍ້າຊໍາ 1A ໃນການຈັດຕັ້ງປະຕິບັດ ແລະ ການແກ້ ໄຂບັນຫາຕ່າງໆຂອງໂຄງການໃນໄລຍະຜ່ານ ຂອງ ໜ່ວຍງານ RMU, ນໍ້າຊໍາ 1A. ປິດທ້າຍດ້ວຍ ບໍລິສັດໄຟຟ້ານໍ້າຊໍາ 3 ສະເໜີລາຍງານບັນຫາການຈັດຕັ້ງປະຕິບັດ ໂຄງການ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຂອງ ໂຄງການນໍ້າຊໍາ 3 ແລະ ສະເໜີລາຍງານບັນຫາການຈັດຕັ້ງປະຕິບັດ ໂຄງການ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນ ການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຂອງ ບໍລິສັດໄຟຟ້ານໍ້າຊໍາ 1A.

          ພາຍຫຼັງໄດ້ຮັບຟັງການລາຍງານຈາກແຕ່ລະພາກສ່ວນແລ້ວ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄຳເຫັນຕໍ່ບົດລາຍງານຕ່າງໆ ເພື່ອເຮັດໃຫ້ບົດລາຍງານເຫຼົ່ານັ້ນມີຄວາມຊັດເຈນ, ສົມບູນ, ຈະແຈ້ງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງໂຄງການ. ພ້ອມກັນນີ້, ກໍ່ໄດ້ແນະນຳ ແລະ ຊອກຫາວິທີການແກ້ໄຂບັນຫາທີ່ຫຍຸ້ງຍາກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນຕໍ່ໜ້າດຳເນີນໄປຢ່າງມີປະສິດທິພາບ, ມີປະສິດທິຜົນ ແລະ ສຳເລັດຕາມແຜນການທີ່ວາງໄວ້.
          ຕອນທ້າຍຂອງກອງປະຊຸມ ທ່ານ ລັດຖະມົນຕີ ກໍ່ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອໃຫ້ຄະນະຮັບຜິດຊອບແຕ່ລະໜ່ວຍງານ ໄດ້ມີບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນເອງ ແລະ ແກ້ໄຂບັນດາບັນຫາ ທີ່ມີຍັງມີຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນໄລຍະຜ່ານມາ ໃຫ້ໄດ້ຮັບການແກ້ໄຂຢ່າງທັນການ ທັງຮັບປະກັນໃຫ້ສອດຄ່ອງກັບນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການ ລວມເຖິງຮີດຄອງປະເພນີຂອງທ້ອງຖິ່ນຢ່າງເຂັ້ມງວດ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506