ລັດຖະມົນຕີ ຕ້ອນຮັບ ແລະ ພົບປະ ເອກອັກຄະລັດຖະທູດ ແຫ່ງ ອອດສເຕເລຍ

ໃນວັນທີ 05 ພຶດສະພາ 2022 ຢູ່ຫ້ອງປະຊຸມ 102 ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ດາວວົງ ພອນແກ້ວ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະ ກັບຄະນະຜູ້ແທນ ເອກອັກຄະລັດຖະທູດ ແຫ່ງ ປະເທດອອດສເຕເລຍ ປະຈຳ ສປປ ລາວ ເຊິ່ງນຳໂດຍ ທ່ານ Paul KELLY ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອອດສເຕເລຍ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທູດ ພ້ອມຄະນະທີ່ໄດ້ຢ້ຽມຢາມ ແລະ ພົບປະກັບກະຊວງ ພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິ່ງໃຈຕໍ່ການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຂອງ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບສືບຕໍ່ຊຸກຍູ້, ສະໜັບສະໜູນ ແລະ ຊ່ວຍເຫຼືອໃນອະນາຄົດຕື່ມອີກ.

ທ່ານ ທູດ ໄດ້ລາຍງານຈຸດປະສົງຂອງການເຂົ້າພົບ ແລະ ຢ້ຽມຂ່ຳນັບ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້, ເພື່ອແລກປ່ຽນກ່ຽວກັບການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ເຊິ່ງໃນນີ້ ອອດສເຕເລຍ ກໍ່ໄດ້ໃຫ້ຄວາມສົນໃຈຕໍ່ວຽກງານພັດທະນາທາງດ້ານພະລັງງານທົດແທນ ເຊັ່ນ: ພະລັງງານໄຟຟ້າ ແສງຕາເວັນ ແລະ ພະລັງງານລົມ ແລະ ອື່ນໆ. ເພື່ອເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືລະຫວ່າງສອງຝ່າຍໃນຕໍ່ໜ້າໃຫ້ແໜ້ນແຟ້ນກວ່າເກົ່າ. ທ່ານ ທູດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຂະແໜງ, ໂດຍສະເພາະແມ່ນບົດບາດສຳຄັນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຕໍ່ລະບົບເສດຖະກິດແຫ່ງຊາດ ແລະ ການແກ້ໄຂຄວາມທຸກຍາກຢູ່ ສປປ ລາວ. ທ່ານ ທູດຕີລາຄາສູງຕໍ່ຜົນສຳເລັດຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ຈະສືບຕໍ່ຮ່ວມມືກັບ ລັດຖະບານລາວ ໃນການຊ່ວຍຊຸກຍູ້, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າຕື່ມອີກ.