ຈັດກອງປະຊຸມຄົ້ນຄວ້າ ເພື່ອປັບປຸງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ຕາມການປະກອບຄໍາເຫັນຂອງກອງປະຊຸມລັດຖະບານ

ໂດຍຈັດຕັ້ງຜັນຂະຫຍາຍບົດບັນທຶກກ່ຽວກັບການປະກອບຄໍາເຫັນຂອງສະມາຊິກຄະນະລັດຖະບານຕໍ່ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນໃນກອງປະຊຸມລັດຖະບານສະໄມສາມັນປະຈໍາເດືອນ, ຄັ້ງວັນທີ 12 ເມສາ 2022. ຄະນະຮັບຜິດຊອບສ້າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ຈັດກອງປະຊຸມຂື້ນໃນວັນທີ 19 ເມສາ 2022 ຢູ່ທີ່ຫ້ອງປະຊຸມຂອງກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອ ນໍາເນື້ອໃນການປະກອບຄໍາເຫັນຂອງສະມາຊິກລັດຖະບານປັບປຸງເຂົ້າໃສ່ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ພາຍໃຕ້ການເປັນປະທານຂອງທ່ານ ຄໍາໂສ້ ກຸໂພຄໍາ ຮັກສາກາຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ໂດຍມີພະນັກງານ, ນັກວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈໍານວນ 12 ທ່ານ.

.

ທ່ານ ປະທານກອງປະຊຸມໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມຊາບວ່າ : ສະມາຊິກຄະນະລັດຖະບານໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນເຂົ້າໃສ່ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນເພື່ອໃຫ້ຮ່າງກົດໝາຍດັ່ງກ່າວມີລັກສະນະຈະແຈ້ງ, ຄົບຖ້ວນ, ຮັດກຸມ ກ່ອນການນໍາຜ່ານກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ ຊຶ່ງພວກເຮົາຂໍນໍາສະເໜີບາງເນື້ອໃນການປະກອບຄໍາເຫັນຂອງສະມາຊິກລັດຖະບານຄໍາເຫັນຂອງສະມາຊິກຄະນະລັດຖະບານດັ່ງນີ້ :

1.ຊື່ຂອງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ເຫັນຄວນຮັກສາຕາມຊື່ເດີມໄວ້ ເນື່ອງຈາກວ່າ ຖ້າຈະໃສ່ຊື່ວ່າ ກົດໝາຍວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງເຂື່ອນ ເຫັນວ່າ ບໍ່ມີເນື້ອໃນກວ້າງ ຂວາງ, ບໍ່ກວມລວມເອົາທຸກວຽກງານຄວາມປອດໄພຂອງເຂື່ອນ;

2.ເຫັນດີປັບປຸງຕາມການສະເໜີ ຊຶ່ງໄດ້ປັບປຸງໃນມາດຕາ 36, ຂໍ້ 4 ຄື: ເຂື່ອນທີ່ບໍ່ສາມາດນໍາໃຊ້ຕໍ່ໄປໄດ້ ແລະ ໄດ້ເພີ່ມເນື້ອໃນເຂົ້າໃນວັກສຸດທ້າຍຄື:ໃນການຢຸດຕິການດຳເນີນງານເຂື່ອນ ທຸກກໍລະນີ ໃຫ້ຜູ້ພັດທະນາເຂື່ອນ ແຈ້ງຂະແໜງການ ແລະ ອົງ ການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເປັນລາຍລັກອັກສອນ ເພື່ອພິຈາລະນາ ແລະ ກໍານົດວິທີການ ຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ເພື່ອໃຫ້ມີເນື້ອໃນຮັດກຸມ ຕາມຄໍາເຫັນຂອງສະມາຊິກລັດຖະ ບານ.

3.ການຊື້ປະກັນໄພທົ່ວໄປແບບບັງຄັບຂອງໂຄງການເຂື່ອນໄຟຟ້າ ໄດ້ກໍານົດໄວ້ແລ້ວໃນມາດຕາ 14 ຂອງກົດໝາຍວ່າດ້ວຍ ການປະກັນໄພ. ສຳລັບເຂື່ອນຊົນລະປະທານ, ເຂື່ອນໍ້າປະປາ ແລະ ເຂື່ອນຫາງແຮ່ ແມ່ນເຫັນດີປັບປຸງ ຊື່ງໄດ້ເພີ່ມເນື້ອໃນເຂົ້າໃນມາດຕາ 53, ວັກ 2, ຂໍ້ 4 ຊຶ່ງມີເນື້ອໃນຄື: ມີປະກັນໄພຕາມພັນທະທາງດ້ານສັນຍາ ໃນໄລຍະການພັດທະນາເຂື່ອນ ແລະ ມີການປະກັນສັງຄົມໃຫ້ແກ່ພະນັກງານ ຢ່າງຄົບຖ້ວນ ຕາມກົດໝາຍ ເພື່ອໃຫ້ມີເນື້ອໃນຮັດກຸມ ຕາມຄໍາເຫັນຂອງສະມາ ຊິກລັດຖະບານ;

 4.ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງ ຖິ່ນ ເຫັນດີຮັກສາໄວ້ຕາມເນື້ອໃນເດີມ ເນື່ອງຈາກວ່າໄດ້ກໍານົດໄວ້ແລ້ວໃນມາດຕາ 12 ຂອງກົດ ໝາຍສະບັບນີ້, ຖ້າຈະໃຫ້ແຕ່ສູນກາງເປັນຜູ້ອະນຸ ມັດ ເຫັນວ່າບໍ່ສອດຄ່ອງຕາມການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ.

 5.ການກໍານົດແຜນດໍາເນີນງານຂອງເຂື່ອນ ທີ່ຂຶ້ນກັບ 03 ຂະແໜງການຄຸ້ມຄອງນັ້ນ ແມ່ນມີເນື້ອໃນຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32-43 ຂອງກົດໝາຍສະບັບນີ້ແລ້ວ ແລະ ເຫັນດີປັບປຸງຕາມການສະເໜີ ຊຶ່ງໄດ້ສ້າງມາດຕາ 44 ການປັບປຸງ ແລະ ການຂະຫຍາຍເຂື່ອນ ມີເນື້ອໃນຄື: ການປັບປຸງ ແລະ ການຂະຫຍາຍເຂື່ອນ ຜູ້ພັດທະນາເຂື່ອນ ຕ້ອງປະຕິບັດຕາມຂັ້ນຕອນກ່ຽວກັບການສຶກສາຄວາມເປັນໄປໄດ້ທາງເຕັກນິກ, ການອອກແບບ ແລະ ການກໍ່ສ້າງເຂື່ອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

 6.ເຫັນດີ ປັບປຸງຕາມການສະເໜີ ກ່ຽວກັບລະ ບົບການແຈ້ງເຕືອນກ່ອນຈະມີບັນຫາເກີດຂຶ້ນ, ໄດ້ປັບປຸງໃນມາດຕາ 45, ຂໍ້ 7 ຄື: ລະບົບ, ປະເພດ ແລະ ຊະນິດວັດຖູປະກອນທີ່ນຳໃຊ້ສຳລັບການແຈ້ງເຕືອນປະຊາຊົນ ທີ່ຈະໄດ້ຮັບຜົນກະທົບ.

7.ເຫັນດີປັບປຸງຕາມການສະເໜີ ຊຶ່ງໄດ້ຕັດພາກທີ IIIຄະນະກໍາມະການຄຸ້ມຄອງຄວາມປອດໄພຂອງເຂື່ອນ ອອກ ຊຶ່ງປະກອບມີ 6 ມາດຕາ, ແຕ່ມາດຕາ 57-62 ແລະ ໃຫ້ຖືເປັນສິດ ແລະ ໜ້າທີ່ຂອງຂະ ແໜງການທີ່ກ່ຽວຂ້ອງເປັນຜູ້ຄຸ້ມຄອງເລີຍ.

8.ເຂື່ອນນໍ້າປະປາ ແມ່ນໄດ້ກໍານົດໄວ້ແລ້ວໃນກົດ  ໝາຍສະບັບນີ້. ສໍາລັບການແບ່ງຂັ້ນຄຸ້ມຄອງ ແມ່ນໄດ້ກໍານົດໄວ້ແລ້ວໃນມາດຕາ 62 ສິດ ແລະ ໜ້າທີ່ ຂອງກະຊວງກະສິກໍາ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ;

9.ເຂື່ອນຢູ່ຊາຍແດນ ແມ່ນໄດ້ກໍານົດໄວ້ແລ້ວໃນມາດຕາ 8 ການຮ່ວມມືສາກົນ ຊຶ່ງຕ້ອງມີປຶກສາຫາ ລື, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ພັດທະ ນາຊັບພະຍາກອນມະນຸດ, ເຕັກນິກ, ວິທະຍາສາດ, ເຕັກໂນໂລຊີ, ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

ພາຍຫຼັງໄດ້ຄົ້ນຄວ້າເພື່ອປັບປຸງແລ້ວ, ປະທານກອງປະຊຸມກໍໄດ້ມອບໝາຍໃຫ້ກອງເລຂາກວດກາຄືນເພື່ອປັບປຸງ, ຈັດລຽງໃຫ້ຖືກຕ້ອງ, ຫຼັງຈາກນັ້ນຈຶ່ງເຣັດໜັງສືສະເໜີຂອງກະຊວງເພື່ອຂໍທິດຊິີ້ນໍາຕື່ມຈາກລັດຖະບານ.

ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ