ພະແນກ ພບ ແຂວງ ເຊກອງ ແລະ ຟຟລ ປະຈຳແຂວງ ສ້າງຂະບວນການອານາໄມ

ວັນທີ 17 ທັນວາ 2021 ​ຜ່ານ​ມານີ້ ພະແນກພະລັງງານ ແລະບໍ່ແຮ່ ແຂວງເຊກອງ ຮ່ວມກັບ ລັດວິສາຫະກິດໄຟຟ້າລາວ (ຟຟລ) ສາຂາແຂວງ  ໄດ້ສາມັກຄີກັນເປີດຂະບວນການອອກແຮງງານລວມ ອະນາໄມແລວຕາຂ່າຍໄຟຟ້າ 22 ກິໂລໂວນ ແຕ່ບ້ານປະອໍເມືອງລະມາມ ຫາ ບ້ານດາກລານເມືອງດາກຈຶງ ໂດຍນຳ​ພາ​ຂອງ ທ່ານ ເພັດສະໝອນ ຄອນປະສິດ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງ, ທ່ານ ພູທົງ ຫຼວງໄຊຍະລາດ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ, ມີຄະນະພັກ-ຄະນະພະແນກ, ຮອງຫົວໜ້າສາຂາ ແລະ ພະນັກງານວິຊາການ, ພະ​ນັກ​ງານ-ກຳ​ມະ​ກອນ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ພູທົງ ຫຼວງໄຊຍະລາດ ໄດ້ໃຫ້ຮູ້ວ່າ: ກິດຈະກໍາການອອກແຮງງານໃນຄັ້ງນີ້ ແມ່ນຕັດຕົ້ນໄມ້ຕາມແລວສາຍໄຟ ແລະ ຕັດເຄືອທີ່ເກາະຫ້ອຍຕາມເສົາໄຟຟ້າ ໄລຍະທາງປະມານ 9 ກິໂລແມັດ ໂດຍຈຸດປະສົງ ເພື່ອເປັນການສ້າງຂະບວນການຂໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດຄື: ວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021); ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ວັນສ້າງຕັ້ງລັດວິສາຫະກິດໄຟຟ້າລາວຄົບຮອບ 60 ປີ (18 ທັນວາ 1961-18 ທັນວາ 2021) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນຢ່າງເລິກເຊິ່ງ.

ຂະນະດຽວກັນ, ທ່ານ ເພັດສະໝອນ ຄອນປະສິດ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງ ກໍ່ໄດ້ຍົກໃຫ້ເຫັນຕື່ມອີກວ່າ: ການເປີດຂະບວນການອອກແຮງງານລວມຮ່ວມກັນລະຫວ່າ ພະແນກພະລັງງານ ແລະບໍ່ແຮ່ແຂວງ ກັບລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງຄັ້ງນີ້ ເຊິ່ງນອກຈາກ ຈະເປັນການສ້າງຂະບວນການຂໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດໃຫ້ມີບັນຍາກາດຟົດຟື້ນແລ້ວ, ຍັງເປັນການສ້າງຄວາມສາມັກຄີລະຫວ່າງພະນັກງານການນໍາ ແລະ ພະນັກງານວິຊາການສອງຂະແໜງການໃຫ້ມີຄວາມໜັກແໜ້ນຍິ່ງໆຂຶ້ນ.

 

ແຫຼ່ງ​ຂ່າວ: ຂ່າວ​ແຂວງ ເຊກອງ

ຮຽບ​ຮຽງ​ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ