ແຂວງໄຊສົມບູນ ຕີລາຄາຄືນການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ

           ໃນວັນທີ 15 ມີນາ 2023 ຜ່ານມານີ້, ລັດວິສາຫະກິດໄຟຟ້າລາວສາຂາແຂວງໄຊສົມບູນ ໄດ້ຈັດກອງປະຊຸມກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ຂຶ້ນທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ອິນທະວົງ , ຮອງລັດ ຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນ ແຂວງໄຊສົມບູນ,

ມີຄະນະພັກ-ຄະນະນຳຂອງແຂວງ, ບັນດາພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ ຕະລອດຮອດຕາງໜ້າທັງ 5 ເມືອງ ເຂົ້າຮ່ວມ ເພື່ອພ້ອມກັນທໍາຄວາມເຂົ້າໃຈໃຫ້ເລິກຊຶ່ງຂຶ້ນຕື່ມກ່ຽວກັບສະພາບການດໍາເນີນທຸລະກິດຂອງລັດວິສາ ຫະກິດໄຟຟ້າລາວ, ພ້ອມທັງຊ່ວຍກັນປະກອບຄໍາຄິດຄໍາເຫັນກ່ຽວກັບຫຼັກການ ແລະ ວິທີທາງແກ້ໄຂບັນຫາຂອງລັດວິສາຫະກິດດັ່ງກ່າວທີ່ພົວພັນເຖີງຄວາມຫມັ້ນຄົງທາງດ້ານພະລັງງານຂອງຊາດ.

          ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຍົກໃຫ້ເຫັນຄວາມເປັນມາ, ສະພາບການຜະລິດໄຟຟ້າ, ການດໍາເນີນທຸລະກິດ, ສະພາບຄວາມຫຍຸ້ງຍາກ, ສະພາບໜີ້ສິນ, ແຜນການປະຕິຮູບ ແລະ ອື່ນໆ ຂອງລັດວິສາຫະກິດໄຟຟ້າທີ່ເປັນວິສາຫະກິດຍຸດທະສາດຂອງປະເທດທີ່ມີປະຫວັດອັນຍາວນານຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍ ຈົນມາເຖິງປັດຈຸບັນ ຊຶ່ງເວົ້າໄດ້ວ່າເປັນວິສາຫະກິດທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ, ມີໜ້າທີ່ຍຸດທະສາດທີ່ພັກ – ລັດ ມອບໝາຍໃຫ້ ໂດຍສະເພາະແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກຳນົດໄວ້ ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນ່ໃສ່ສ້າງອຸດສາຫະກຳໄຟຟ້າໃຫ້ເປັນຂະແໜງການຫຼັກໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ. ນອກຈາກນີ້ໄດ້ຮັບຟັງກ່ຽວກັບສະພາບການດໍາເນີນທຸລະກິດ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນຫຼາຍບັນຫາເພື່ອແລກປ່ຽນຄໍາຄິດຄໍາເຫັນແນ່ໃສ່ເຮັດໃຫ້ການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວນັບມື້ດີຂຶ້ນ, ສາມາດແກ້ໄຂບັນຫາໜີ້ສິນທີ່ມີຢູ່ ແລະ ນັບມື້ສ້າງລາຍຮັບມາໃຫ້ແກ່ປະເທດຊາດດີຂຶ້ນກວ່າເກົ່າ.

ໂອກາດດຽວກັນນີ້ ວິສາຫະກິດໄຟຟ້າລາວໄດ້ມອບເງີນຊຸກຍູ້ໃຫ້ສະພາປະຊາຊົນ ແຂວງໄຊສົມບູນ ຈຳນວນ 30 ລ້ານກີບ ເພື່ອນຳໄປເຜີຍແຜ່ວຽກງານດັ່ງກ່າວໃຫ້ເລິກຊຶ່ງ ແລະ ກວ້າງຂວາງ ຕື່ມອີກ.

ພາບ ແລະ ແຫຼ່ງຂ່າວ: ຈົດໝາຍຂ່າວໄຊສົມບູນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ