
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 4 ເມສາ 2025 ໂດຍໄດ້ຮັບກຽດເຜີຍແຜ່ ແລະ ໂອ້ລົມໃຫ້ທິດຊີ້ນຳຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ. ມີ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ບັນດາ ສະຫາຍ ກຳມະການຄະນະປະຈຳພັກກະຊວງ, ກຳມະການຄະນະບໍລິຫານງານພັກກະຊວງ, ການນຳຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ພ້ອມດ້ວຍພະນັກງານລັດຖະກອນ ພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນພິທີຈະເລີ່ມ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນກົມຫົວໄວ້ອາໄລ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ອາໄລຮັກຢ່າງສຸດຊຶ້ງຕໍ່ການຈາກໄປໂດຍບໍ່ມີວັນຈະຫວນກັບຄືນມາຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອາດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອາດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຫຼັງຈາກນັ້ນ, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນກະຊວງ ກ່າວຕ້ອນຮັບ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການນຳພັກ-ລັດ ເວົ້າລວມ, ເວົ້າສະເພາະ ສະຫາຍ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທີ່ໄດ້ມາພົບປະ, ໂອ້ລົມ ແລະ ອະທິບາຍຊີ້ແຈງກ່ຽວກັບນະໂຍບາຍຂອງພັກ, ລັດຖະບານ ໃນການປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ ຄັ້ງນີ້, ເຊິ່ງໃນນີ້ລວມທັງກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ເປັນຂະແໜງການໜຶ່ງ ທີ່ນອນໃນເປົ້າໝາຍການປັບປຸງ. ພ້ອມກັນນີ້, ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ກ່ຽວກັບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃນປັດຈຸບັນ ແລະ ແຜນການປັບປຸງໃນຕໍ່ໜ້າ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ທີ່ຍາດໄດ້ຜົນສຳເລັດໃນໄລຍະທີ່ຜ່ານມາ ແລະ ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະພັກ, ຄະນະນໍາແຕ່ລະຂັ້ນ ຕ້ອງເພີ່ມທະວີເອົາໃຈໃສ່ ໂດຍໃຫ້ຖືສໍາຄັນນໍາພາວຽກງານການເມືອງ – ແນວຄິດ ຕໍ່ສະມາຊິກພັກ, ພະນັກງານ ພ້ອມທັງຮັບຜິດຊອບໂດຍກົງ ໃນການປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດ ແລະ ການສັບຊ້ອນຈັດວາງບຸກຄະລາກອນ ໃນຄັ້ງນີ້ໄປຕາມລະບົບ ແລະ ມີຜົນສໍາເລັດຕາມໄລຍະເວລາ, ຮັບປະກັນໄດ້ຄວາມສາມັກຄີ ແລະ ຄວາມສະຫງົບ, ຫຼີກລ່ຽງໃນເວລາປັບປຸງກົງຈັກການຈັດຕັ້ງ ວຽກງານມີການຖົດຖອຍ, ການເຄື່ອນໄຫວວຽກງານບໍ່ມີປະສິພາບ, ສະມາຊິກ, ພະນັກງານມີການລະເມີດ ແລະ ເຄື່ອນໄຫວທີ່ບໍ່ຖືກຕ້ອງ ຫຼື ເປັນການສວຍໃຊ້ໂອກາດໃນການປັບປຸງກົງຈັກການຈັດຕັ້ງເປັນຊ່ອງວ່າງຫາຜົນປະໂຫຍດສ່ວນຕົວ, ກຸ່ມກ້ອນ, ການສະໜອງຂໍ້ມູນ ຫຼື ໂຄສະນາໃສ່ຮ້າຍປ້າຍສີ, ບິດເບື່ອນຄວາມຈິງ, ສ້າງຄວາມບໍ່ເຂົ້າໃຈຊຶ່ງກັນ ແລະ ກັນ ອັນນີ້ບໍ່ຢາກໃຫ້ມີແນວຄິດກະທໍາ ແລະ ເກີດຂຶ້ນໃນຖັນແຖວຂອງສະມາຊິກພັກ, ພະນັກງານ ພວກເຮົາເດັດຂາດ ແລະ ໃຫ້ບັນດາສະມາຊິກພັກ, ພະນັກງານທຸກສະຫາຍ ຈົ່ງມີຄວາມອຸ່ນອ່ຽນ, ອົດທົນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດວຽກງານຕາມຄວາມຮັບຜິດຊອບໃຫ້ຫຼ້ອນໜ້າທີ່ການເມືອງຂອງຕົນ

ພາບ: ສົມສະນຸກ ທອງສະຫງວນ
ຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506