
ຕອນບ່າຍວັນທີ 15 ມິຖຸນາ 2023 ຜ່ານມານີ້, ສະມາຄົມເຂື່ອນລາວ ນຳໂດຍ ທ່ານ ວິລະພົນ ວິຣະວົງ ປະທານສະມາຄົມເຂື່ອນລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີຈຸດປະສົງ ເພື່ອລາຍງານພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອໃຫ້ ທ່ານ ລັດຖະມົນຕີ ໄດ້ຮັບຊາບພາຍຫຼັງໄດ້ຮັບໜ້າທີ່ໃໝ່ເປັນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ, ທ່ານ ປະທານສະມາຄົມເຂື່ອນລາວ ຍັງໄດ້ລາຍງານການເຄື່ອນໄຫວຂອງສະມາຄົມໃນຊ່ວງປີ 2021-2022, ຊື່ງສະມາຄົມໄດ້ສ້າງຕັ້ງໃນທ້າຍປີ 2020 ໂດຍການເຫັນດີຈາກຄະນະພັກຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່, ການສ້າງຕັ້ງສະມາຄົມເຂື່ອນລາວ ເພື່ອເປັນຕົວແທນໃນການປົກປ້ອງ ແລະ ສ້າງຜົນປະໂຫຍດໃນການພັດທະນາໂຄງການເຂື່ອນຕ່າງໆໃຫ້ແກ່ລັດຖະບານລາວ, ເປັນສູນເຕົ້າໂຮມຂໍ້ມູນ ຄວາມຮູ້ ຄວາມສາມາດ ໃນລະດັບຊາດ ແລະ ສາກົນ, ທັງເປັນການຍັງຍາດແຍ່ງບົດຮຽນ, ປະສົບການ ໃນການກໍ່ສ້າງ, ການດໍາເນີນງານ ແລະ ການຄຸ້ມຄອງເຂື່ອນໄຟຟ້າ.

ໂດຍສະເພາະແມ່ນ: ບົດຮຽນຂອງສະມາຄົມເຂື່ອນໃຫຍ່ສາກົນ ເພື່ອໃຫ້ຄົນລຸ້ນໜຸ່ມ, ນັກຮຽນຮູ້, ນັກສຶກສາ, ນັກຄົ້ນຄວ້າ ອັນສໍາຄັນສາມາດໃຫ້ຄວາມເຂັມແຂງຂອງດ້ານບຸກຄະລາກອນ ກາຍເປັນຊ່ຽວຊານ ກາຍເປັນຕົວແທນຂອງ ສປປ ລາວ ໃນລະດັບສາກົນ ໃນການປ້ອງກັນ, ຮັກສາຄວາມປອດໄພຂອງເຂື່ອນ ທີ່ ໄດ້ເກີດຂື້ນ ແລະ ກຳລັງຈະເກີດຂຶ້ນ ທັງເປັນຕົວແທນ ທີ່ສ້າງຄວາມໝັ້ນໃຈແກ່ນັກລົງທຶນ ໃນໂຄງການພັດທະນາເຂື່ອນ ຢ່າງປອດໄພ ໃນໄລຍະອັນຍາວນານ ແລະ ໝັ້ນຄົງ; ໃນຕໍ່ໜ້າກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມໃຫ້ການສະໜັບສະໜູນໃນການເຄື່ອນໄຫວຂອງຄະນະສະມາຄົມເຂື່ອນລາວ.

ທ່ານ ລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະມາຄົມເຂື່ອນລາວ ທີ່ໄດ້ອຸທິດຄວາມຮູ້, ຄວາມສາມາດຂອງຕົນ ໃນການຊຸກຍູ້ ແລະ ສ້າງຄວາມແຂັ້ມແຂງໃຫ້ແກ່ຂະແໜງການພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນບົດຮຽນໃນການກໍ່ສ້າງ, ດຳເນີນງານ ແລະ ຕິດຕາມໂຄງການເຂື່ອນໄຟຟ້າ ເຊິ່ງຂະແໜງອຸດສາຫະກຳໜັກຂອງປະເທດ ໃຫ້ມີຄວາມໝັ້ນຄົງ ແລະ ປອດໄພ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ