
ໃນວັນທີ 25-30 ກໍລະກົດ 2024 ຜ່ານມາທີ່ຫ້ອງວ່າການ ແຂວງ ຜົ້ງສາລີ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກງານ ແລະ ພົບປະໂອລົມກັບການນຳຫຼັກແຫຼ່ງ ຢູ່ແຂວງ ຜົ້ງສາລີ, ໂດຍໃຫ້ການຕອນຮັບຂອງ ທ່ານ ຄຳຜອຍ ວັນນະສານ, ເລຂາພັກເເຂວງ, ເຈົ້າເເຂວງ ຜົ້ງສາລີ ພ້ອມດ້ວຍພະນັກງານການນຳຂອງແຂວງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເຈົ້່າແຂວງ ຜົ້ງສາລີ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວໃນແຂວງ ຜົ້ງສາລີ ພ້ອມທັງລາຍງານລາຍສະພາບການຈັດຕັ້ງປະຕີບັດ ແຜນພັດທະນາເສດຖະກິດ ແລະ ສັງຄົມ ທີ່ຕິພັນກັບວຽກງານ ຂະແໜງ ພະລັງງານ ແລະ ບໍ່ແຮ່.

ພາຍຫຼັງພົບປະການນຳແຂວງ ທ່ານ ຮອງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໄດ້ໂອ້ລົມ ຕໍ່ພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຜົ້ງສາລີ ຢູ່ຫ້ອງປະຊຸມ ຂອງຫ້ອງວ່າການປົກຄອງແຂວງຜົ້ງສາລີ , ໃຫ້ກຽດຕ້ອນຮັບໂດຍ ທ່ານ ຍີນໄຊ ດວງພະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມດ້ວຍຄະນະ, ມີບັນດາຕ່າງໜ້າຫົວໜ້າກົມ, ຮອງກົມ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານການນໍາ, ພະນັກງານຫຼັກແຫຼ່ງ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າ ແຂວງ ຜົ້ງສາລີ ແລະ ຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງ ເຂົ່າຮ່ວມ.

ທ່ານ ຍີນໄຊ ດວງພະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ລາຍງານການຈັດຕັ້ງປະຕະບັດວຽກງານໃນໄລຍະຜ່ານມາ ພະແນກ ພບ ປະກອບມີ 7 ຂະແຫນງການ ແລະ 7 ຫ້ອງການ ພບ ປະຈໍາບັນດາເມືອງ ປະກອບມີ ຄະນະພະແນກ 3 ທ່ານ, ມີພະນັກງານ- ລັດຖະກອນທັງຫມົດຈໍານວນ 69 ທ່ານ, ຍິງ 15 ທ່ານ, ໃນນີ້; ຂັ້ນແຂວງ 33 ທ່ານ ຍິງ 08 ແລະ ຂັ້ນເມືອງ 36 ທ່ານ ຍິງ 07 ທ່ານ.

ລັດວິສາຫະກິດໄຟຟ້າ ລາວ ສາຂາແຂວງຜົ້ງສາລີ ປະກອບມີ 6 ຫ້ອງການ, 7 ຫ້ອງການໄຟຟ້າເມືອງ, 3 ສະຖານີໄຟຟ້າ, 6 ຫນ່ວຍບໍລິການໄຟຟ້າເຂດ, 24 ຫນ່ວຍງານ ແລະ 12 ກ່າຍາມ, ຄະນະສາຂາປະກອບມີ 2 ທ່ານ; ຍິງ 1 ທ່ານ, ມີພະນັກງານທັງຫມົດ 105 ທ່ານ; ຍິງ 13 ທ່ານ.

ໂອກາດນີ້, ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ລາຍງານວຽກງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ ແຂວງ ໃນໄລຍະຜ່ານມາແຕ່ປີ 2021 ຈົນມາຮອດປັດຈຸບັນຊຶ່ງວຽກງານພະລັງງານໄຟຟ້າແຂວງຜົ້ງສາລີ ມີເຂື່ອນໄຟຟ້າຂະໜາດນ້ອຍ-ໃຫ່ຍ 6 ແຫ່ງ, ມີສະຖານີໄຟຟ້າແຮງດັນສູງ 230 ກິໂລໂວນ 2 ແຫ່ງ, 115 ກິໂລໂວນ 1 ແຫ່ງ; ລະບົບສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ 391,96ກິໂລແມັດ, ສາຍສົ່ງ 115 ກິໂລໂວນ 18,66 ກິໂລແມັດ, ສາຍສົ່ງ 35 ກິໂລໂວນ 4,26 ກິໂລແມັດ, ຕາຂ່າຍແຮງດັນກາງ22 ກິໂລໂວນ 1.624,455 ກິໂລແມັດ, ຕາຂ່າຍແຮງດັນຕໍ່າ 0,4 ກິໂລໂວນ 358,557 ກິໂລແມັດ, ມີໝໍ້ແປງທັງໝົດ940 ຊຸດ. ສະຖິຕິການຊົມໃຊ້ໄຟຟ້າທົ່ວແຂວງຜົ້ງສາລີມີ 7 ເມືອງ, 58 ກຸ່ມບ້ານ, ມີ 503 ບ້ານ, ມີ 37.246 ຄົວເຮືອນ; ມາຮອດປັດຈຸບັນບ້ານທີ່ໄດ້ໃຊ້ໄຟຟ້າລວມມີ 361 ບ້ານກວມເອົາ 71,77% ຂອງບ້ານທັງໝົດໃນທົ່ວແຂວງ; ຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າ 25.079 ຄົວເຮືອນກວມເອົາ 67,33% ຂອງຄົວເຮືອນທັງໝົດໃນທົ່ວແຂວງ, ທຽບໃສ່ແຜນການ 5 ປີ ບ້ານປະຕິບັດໄດ້ 32,63%, ຄົວເຮືອນປະຕິບັດໄດ້ 36,41%; ວຽກງານທໍລະນີສາດ ແລະ ບໍ່ແຮ່ໂຄງການໃນຂັ້ນຕອນການຊອກຄົ້ນ-ສໍາຫລວດແຮ່ທາດ ມີ 13 ບໍລິສັດ 13 ໂຄງການ (ບໍລິສັດພາຍໃນ 9 ໂຄງການ, ຕ່າງປະເທດສປຈີນ 4 ໂຄງການ); ໂຄງການໃນຂັ້ນຕອນການສ້າງບົດວິພາກເສດຖະກິດ-ເຕັກນິກ ກ້າວເຂົ້າສູ່ກະກຽມເຊັນສັນຍາ, ການກໍ່ສ້າງໂຮງງານປຸງແຕ່ງແຮ່ທາດ; ການຂຸດຄົ້ນ-ປຸງແຕ່ງ ແລະ ສົ່ງອອກແຮ່ທາດມີ 16 ບໍລິສັດ, 18ໂຄງການ.

ໃນນີ້, ຂັ້ນແຂວງອະນຸຍາດ 1 ບໍລິສັດ 1 ໂຄງການ (ບໍລິສັດພາຍໃນ 7 ໂຄງການ, ຕ່າງປະເທດ ສປຈີນ 11ໂຄງການ). ຂຸດຄົ້ນ-ຈໍາໜ່າຍຖ່ານຫີນໄດ້ທັງໝົດ 226.547,14 ໂຕນ, ມູນຄ່າ 193,03 ຕື້ກີບ; ໃນນີ້, ຈໍາໜ່າຍພາຍໃນປະເທດ 58.577,84 ໂຕນ, ມູນຄ່າ 39,89 ຕື້ກີບ; ຈໍາໜ່າຍຕ່າງປະເທດ ສປຈີນ 167.969,30 ໂຕນ, ມູນຄ່າ 153,14ຕື້ກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 18,87%; ຂຸດຄົ້ນ-ຈໍາໜ່າຍແຮ່ທອງບົດມຸ່ນຈໍາໜ່າຍພາຍໃນໄດ້ທັງໝົດ 2.792,32ໂຕນ, ມູນຄ່າ 74,78 ຕື້ກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 1,21 %; ຂຸດຄົ້ນ-ຈໍາໜ່າຍແຮ່ບາຣິດຈໍາໜ່າຍຕ່າງປະເທດສປຈີນໄດ້ທັງໝົດ 30.107,64 ໂຕນ, ມູນຄ່າ 17,02 ຕື້ກີບ, ຂຸດຄົ້ນ-ຈໍາໜ່າຍຫີນກໍ່ສ້າງ ແລະ ດິນໜຽວ 73.045 ແມັດກ້ອນ, ມູນຄ່າ 7,12 ຕື້ກີບ, ທຽບໃສ່ແຜນ5ປີປະຕິບັດໄດ້ 16,48%. ພ້ອມກັນນີ້ທາງພະແນກໄດ້ເອົາໃຈໃສ່ວຽກງານຮ່ວມມືກັບຕ່າງປະເທດເປັນຕົ້ນກິດຈະການຊອກຄົ້ນ – ສໍາຫຼວດ ແຮ່ທາດຊະນິດຕ່າງໆ ຈາກ ສປຈີນ ມາຮອດປັດຈຸບັນມີ 4 ບໍລິສັດ 4 ກິດຈະການ, ໂຄງການຂຸດຄົ້ນ – ປຸງແຕ່ງແຮ່ທາດຈາກ ສປຈີນ ມີ 9 ບໍລິສັດ 11 ກິດຈະການ ແລະ ໄດ້ຮັບທຶນຊ່ວຍເຫຼືອລ້າຂອງ ສປຈີນ (ບ້ວງ 4 ຕື້ຢວນ) ໃນການຂະຫຍາຍລະບົບຕາຂ່າຍໄຟຟ້າ 22/0,4 KV ແລະ ຕິດຕັ້ງໝໍ້ແປງໄປສູ່ຊົນນະບົດເຂດຫ່າງໄກຊອກຫຼິກຈໍານວນ 10 ບ້ານນອນໃນ 4 ເມືອງຄື: ເມືອງຜົ້ງສາລີ, ເມືອງສໍາພັນ, ເມືອງບຸນເໜືອ ແລະ ເມືອງຍອດອູ ຊຶ່ງໂຄງການດັ່ງກ່າວກຳລັງຈັດຕັ້ງປະຕິບັດໃນການກໍ່ສ້າງເຂົ້າບັນດາບ້ານເປົ້າໝາຍ.

#ໂອກາດນິ້. ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະພະແນກ,ຫົວໜ້າ ລັດວິສາຫະກິດໄຟຟ້າ,ໜ່ວຍບໍລິການ, ໜ່ວຍງານ ຄະນະສາຂາ ແລະ ພະນັກງານລັດຖະກອນ, ທີ່ມີຄວາມເອົາໃຈໃສ່ ໃນການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເພື່ອຮັບໃຊ້ສັງຄົມ ມີຜົນສໍາເລັດຫຼາຍດ້ານ ແລະ ມີຄໍາເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ສືບຕໍ່ບັນຫາ ວຽກງານທີ່ຍັງຄົງຄ້າງ ໃນການຕິດຕາມຊຸກຍູ້ ໃຫ້ສອດຄ່ອງກັບແຕ່ລະໄລຍະ ເປັນຕົ້ນແມ່ນການເພີ່ມທະວີການຄຸ້ມຄອງ ວຽກງານຂະເເໜງພະລັງງານ ເເລະ ບໍ່ແຮ່ ແລະ ຂະແໜງການອື່ນໆ ໃຫ້ມີປະສິດທິຜົນສູງ, ຍົກສູງຄວາມສາມັກຄີເປັນເອກກະພາບ, ຖືສໍາຄັນວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ ພະນັກງານລັດຖະກອນ, ກໍາມະກອນມີແນວຄິດອຸ່ນອ່ຽງ ເພື່ອຍົກສູງຄວາມຮັບຜິດຊອບ, ຕັ້ງໜ້າປະຕິບັດວຽກງານວິຊາການ-ວິຊາສະເພາະ ເປັນສໍາຄັນ ແລະ ຮັບປະກັນຄວາມຖືກຕ້ອງ, ໂປງໃສ ຍຸຕິທຳ ແລະ ເຮັດລອນໜ້າທີ່ ຕາມການຈັດຕັ້ງມອບໝາຍ ເຮັດໃຫ້ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ , ໄດ້ບັນລຸຜົນສໍາເລັດ ຕາມທິດທາງແຜນການທີ່ວາງໄວ້ ແລະ ວຽກງານອື່ນໆມີບາດກ້າວໃໝ່ຂຶ້ນໄປເລື້ອຍໆ.

ພາຍຫຫຼັງ ທ່ານ ຮອງລັດຖະມົນຕີ ໄດ້ຍ້ຽມຢາມຊຸກຍູ້ ວຽກງານພະລັງງານ ແລະ ບໍ່ແຮ່ ໃນພະແນກ ພະລັງງານ ແລະ ບໍ່ແຮ່ແລ້ວ ຍັງໄດ້ລົງຕິດຈາມຊຸກຍູ້ ໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ຂອງບໍລິສັດ ການຄ້າເຈິງລຽງຈຽງເຊິນ ທີ່ເມືອງຍອດອູ ແລະ ບໍລິສັດ ຢູນນານຈົງເຊິນ, ທີ່ເມືອງບຸນໃຕ້; ໂຄງການ ຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຂອງບໍລິສັດ ກຸ່ມດວງຈະເລີນ ແລະ ບໍລິສັດ ຫຼາວເອີ້ ຫຼາວຕ້າວ, ທີ່ເມືອງຜົ້ງສາລີ ແລະ ໂຄງການຂຸດຄົ້ນຖ່ານຫີນ ຂອງໄຊມີດີ ທີ່ເມືອງບຸນໃຕ້ ຕື່ມອີກ.
ພາບ ແລະ ຂ່າວ: ສົມສະນຸກ
Website: www.mem.gov.la
ສາຍດ່ວນ: 1506






