
ໃນຕອນເຊົ້າ ຂອງວັນທີ 27 ມີນາ 2023 ທີ່ຜ່ານມາ, ທີ່ຫ້ອງປະຊຸມຂອງໂຮງແຮມ ຄລາວພລາຊາ, ນະຄອນຫຼວງວຽງຈັນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຂື້ນ ໃນຫົວຂໍ້ “ການຫັນປ່ຽນພະລັງງານໃນ ສປປ ລາວ ແລະ ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ” ຂື້ນ, ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ໃນນັ້ນ ມີຜູ້ເຂົ້າຮ່ວມຈາກຫົວໜ້າກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງ ຈາກກະຊວງອ້ອມຂ້າງສູນກາງ ເຂົ້າຮ່ວມ, ກວ່າ 50 ທ່ານ.


ເຊິ່ງໃນດ້ານເຕັກໂນໂລຊີແລ້ວ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ມີແນວໂນມເປັນທີ່ຍອມຮັບຂອງຕະຫລາດ ແລະ ລາຄາສາມາດແຂ່ງຂັນໄດ້, ຄວາມຕ້ອງການພະລັງງານດັ່ງກ່າວໄດ້ມີທ່າອຽງຫລາຍຂື້ນໂດຍສະເພາະ ຢູ່ບັນດາປະເທດເກົາຫລີໃຕ້, ຍີ່ປຸ່ນ ແລະ ສປ ຈີນ, ສໍາລັບ ສປປ ລາວ ພວກເຮົາລັດຖະບານໄດ້ມີຍຸດທະສາດ ກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງ ໂດຍສະເພາະພະລັງງານໄຣໂດຣເຈນ ພ້ອມດຽວກັນນັ້ນ, ລັດຖະບານກຳລັງຮ່າງຍຸດທະສາດ ກ່ຽວກັບ ພະລັງງານໄຮໂດຣເຈນ ແລະ ເອກະສານດ້ານນິຕິກຳທີ່ກ່ຽວຂ້ອງ ເພື່ອສົ່ງເສີມວຽກງານດັ່ງກ່າວໃຫ້ໄດ້ຮັບການປະຕິບັດຜົນເປັນຈິງເທື່ອລະກ້າວ.

ສປປ ລາວ ເປັນປະເທດທີ່ນໍາເຂົ້ານ້ຳມັນເຊື້ອໄຟ 100%, ໃນປີ 2021 ນໍາເຂົ້ານໍ້າມັນເຊື້ອໄຟປະມານ 1,4 ລ້ານລິດ ຊື່ງລວມເປັນມູນຄ່າປະມານ 803 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປຸຍເຄມີ ຈາກຕ່າງປະເທດ ໃນປີ 2022 ປະມານ 450 ລ້ານໂດລາສະຫະລັດ ເພີ່ມຂື້ນປະມານ 4 ເທື່ອທຽບໃສ່ປີ 2020

ເນື່ອງຈາກວ່າລາຄາຕົ້ນທຶນປຸຍເຄມີໄດ້ເພີ່ມຂື້ນ ຖ້າທຽບໃສ່ປີດຽວກັນ ພ້ອມດຽວກັນນັ້ນ, ພວກເຮົາກໍມີທ່າແຮງດ້ານພະລັງງານຫຼາຍດ້ານເປັນຕົ້ນ: ໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ, ພະລັງງານລົມ, ທີ່ສາມາດຫັນປ່ຽນມາເປັນພະລັງງານທາງເລືອກໃໝ່ ເພື່ອທົດແທນການນໍາໃຊ້ພະລັງ ງານຈາກຟໍຊີວ.

ໂຄງການສືກສານີ້ ເຫັນວ່າມີຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ ສຳລັບພວກເຮົາໃນການກຳນົດຍຸດທະສາດກ່ຽວກັບພະລັງງານດັ່ງກ່າວໃນອານາຄົດ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນລະບົບການເກັບຮັກສາ, ຄວາມປອດໄພ, ການຜະລິດໄຟຟ້າ, ຂະແໜງຄົມມະນາຄົມຂົນສົ່ງທີ່ມີຕົ້ນທືນຕໍ່າ,

ຂະແໜງອຸດສາຫະກຳບໍ່ແຮ່-ອຸດສາຫະກຳໜັກ ແລະ ຂະແໜງກະສິກຳ ແລະ ຂະແໜງອື່ນໆ ເພື່ອປະກອບສ່ວນການໃນຫລຸດຜ່ອນມົນລະພາວະຕາມນະໂຍບາຍການປ່ຽນແປງດີນຟ້າອາກາດ ແລະ ການພັດທະນາສີຂຽວຕາມທິດຍືນຍົງ.

ກອງປະຊຸມສຳມະນາໃນຄັ້ງນີ້, ເຫັນວ່າມີຄວາມໝາຍຄວາມສຳຕໍຄັນ ທີ່ພວກເຮົາຈະຕ້ອງໄດ້ມີການປືກສາຫາລືກັນ, ຄົ້ນຄວ້ານໍາກັນຢ່າງເລີກເຊີງ ກັບບັນດາຊ່ຽວຊານ ເພື່ອຖອດຖອນບົດຮຽນຈາກຕ່າງປະເທດ ແລະ ການສຶກສາຄວາມເປັນໄປໄດ້ໃນການພັດທະນາພະລັງງານດັ່ງກ່າວ ແລະ ບົນພື້ນຖານການສຶກສານີ້ ຈະເປັນຂໍ້ມູນອັນສຳຄັນໃຫ້ແກ່ກະຊວງພວກເຮົາ ກໍຄືລັດຖະບານ ເພື່ອກຳນົດທິດທາງ ແລະ ນະໂຍບາຍ ການຫັນໄປສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງໃນອານາຄົດ.
ພາບ: ສົມສະນຸກ
ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ