ເຢຍ​ລະ​ມັນ ຈະ​ສືບ​ຕໍ່​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຂະ​ແໜງ​ພະ​ລັງ​ງານ ແລະ ບໍ່​ແຮ່

          ໃນ​ໂອ​ກາດ​ເຂົ້າ​ພົບ​ປະ ແລະ ຢ້ຽມ​ຂໍ່າ​ນັບ ທ່ານ ປອ ດາວ​ວົງ ພອນ​ແກ້ວ ລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ເມື່ອ​ຕອນ​ເຊົ້າ​ວັນ​ທີ 25 ກຸມ​ພາ 2022 ນີ້, ທ່ານ ນາງ Annette KNOBLOCH ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສະ​ພັນ​ເຢຍ​ລະ​ມັນ ປະ​ຈຳ ສ​ປ​ປ​ລາວ ໄດ້​ຢືນຢັ້ນ​ວ່າ: ​ລັດ​ຖະ​ບານ ເຢຍ​ລະ​ມັນ ຈະ​ສືບ​ຕໍ່​ຊຸກ​ຍູ້, ສະ​ໜັບ​ສະ​ໜູນ​ຍົກ​ລະ​ດັບ​ທາງ​ດ້ານ​ເຕັກ​ນິກ-ວິ​ຊາ​ການ​ໃຫ້​ຂະ​ແໜງ​ພະ​ລັງ​ງານ ແລ​ະ ບໍ່​ແຮ່ ສ​ປ​ປ​ລາວ ໂດຍ​ສະ​ເພາະ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ວິ​ຊາ​ການ​ທາງ​ດ້ານບໍ່​ແຮ່ ໃຫ້​ສູງ​ຂຶ້ນ ເພື່ອ​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່ວຽກ​ງານ​ໃນ​ແຕ່​ລະ​ໄລ​ຍະ; ສົ່ງ​ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ ຮ່ວມ​ກັບ​ທະ​ນາ​ຄານ​ໂລກ.

ທ່ານ ລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ​ທູດ ທີ່ມາຢ້ຽມ​ຢາມ ແລະ ພົບ​ປະ​ກັບ ກະຊວງ ພະລັງງານ ແລະ ບໍ່ແຮ່ ​ຄັ້ງ​ນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ກ່ຽວກັບຜົນສຳເລັດ ແລະ ທ່າແຮງບົ່ມຊ້ອນຂອງ ສປປລາວ ໃນການພັດທະນາພະລັງງານ ແລະ ບໍ່ແຮ່ ບາງຕອນ ທ່ານ ລັດ​ຖະ​ມົນ​ຕີ ໄດ້ກ່າວວ່າ: ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍສະເພາະນັບແຕ່ພັກໄດ້ວາງແນວທາງການປ່ຽນແປງໃໝ່ ໃນປີ 1986 ເປັນຕົ້ນມາ, ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ເປັນຂະແໜງການໜຶ່ງທີ່ໄດ້ຮັບຄວາມສົນໃຈເຂົ້າມາລົງທຶນຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ການພັດທະນາພະລັງງານ ແລະ ບໍ່ແຮ່ ໄດ້ຄອຍໆເຕີບໃຫຍ່ຂະຫຍາຍຕົວ ແລະ ມີທ່າອ່ຽງເພີ່ມຂຶ້ນເລືອຍໆ ໂດຍສະເພາະໃນໄລຍະ 10 ປີມານີ້ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີການຂະຫຍາຍຕົວດ້ວຍບາດກ້າວທີ່ໜັກແໜ້ນ ແລະ ໝັ້ນທ່ຽງ. ເຮັດໃຫ້ຂະແໜງ ພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງການທີ່ສຳຄັນຕໍ່ການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດຈະເລີນເຕີບໂຕ. ພ້ອມກັນນີ້, ຂະແໜງການພະລັງງານ ແລະ ບໍ່ແຮ່ ຍັງເປັນຂະແໜງການທີ່ຊຸກຍູ້ ແລະ ການຫັນປ່ຽນຢ່າງຕັ້ງໜ້າ ຈາກເສດຖະກິດທໍາມະຊາດ ສູ່ເສດຖະກິດຕະຫຼາດຢູ່ ສປປລາວ. ຮອດທ້າຍປີ 2021 ນີ້, ສປປລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງແຕ່ 1 MW ຂຶ້ນໄປ ມີທັງໝົດ 86 ແຫ່ງ  (ພະລັງງານນໍ້າ 73 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ), ລວມກໍາລັງຕິດຕັ້ງ 10.447,93 MW; ຄວາມອາດສາມາດຜະລິດພະລັງງານໄຟຟ້າສູງເຖິງ 54.050,93 GWh/ປີ; ມີລະບົບສາຍສົ່ງມີຄວາມຍາວທັງໝົດ 67.643 km. ໃນນັ້ນ, ແຮງດັນສູງ 500 kV: 674 km; 230 kV: 4.689 km; 115 kV: 7.213 km; ແຮງດັນກາງ 22 kV: 34.626 km ແລະ ແຮງດັນຕໍ່າ 0,4 kV: 20.441 km;ມີສະຖານີທັງໝົດ 84 ແຫ່ງ. ສໍາລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ກໍ່ເປັນອີກວຽກງານໜຶ່ງທີ່ ລັດຖະບານ ສປປລາວ ຖືເປັນວຽກງານບູລິມະສິດ ແລະ ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ປະຈຸບັນບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ມີທັງໝົດ 217 ບໍລິສັດ 316 ກິດຈະການ ໃນນັ້ນ ດ້ານທໍ ລະນີສາດແຮ່ທາດ 96 ບໍລິສັດ 116 ກິດຈະການ ແລະ ດ້ານບໍ່ແຮ່ 121 ບໍລິສັດ 200 ກິດຈະການ.

          ສາ​ທາ​ລະ​ນະ​ລັດ ເຢຍ​ລະ​ມັນ ເປັນ​ປະ​ເທດ​ໜຶ່ງ​ທີ່​ໄດ້​ລົງ​ທຶນ​ ແລະ ຮ່ວມ​ມື ເຂົ້າ​ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່ ຢູ່ ສ​ປ​ປ​ລາວ. ບັນ​ດາ​ໂຄງ​ການ​ທີ່​ພົ້ນ​ເດັ່ນ​ປະ​ກອບ​ມີ: ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ແຈ1 ມີ​ກຳ​ລັງ​ຕິດ​ຕັ້ງ 15 ເມັກ​ກາ​ວັດ ເຊິ່ງ​ກໍ່​ສ້າງ​ສຳ​ເລັດ ແລະ ເປີດ​ຜະ​ລິດ​ໄຟ​ຟ້າ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2018; ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເຊ​ນ້ຳ​ນ້ອຍ2-ເຊ​ກະ​ຕຳ1 ມີ​ກຳ​ລັງ​ຕິດ​ຕັ້ງ 20 ເມັກ​ກາ​ວັດ; ໂຄງ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ ເພື່ອ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາບໍ່​ແຮ່​ແບບ​ຍືນ​ຍົງ ລວມ​ມູນ​ຄ່າ​ທັງ​ໝົດ 6,5ລ້ານ​ເອີ​ໂຣ; ໂຄງ​ການ​ປັບ​ປຸງ​ຄວາມ​ປອດ​ໄພ​ແລະ ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມບໍ່​ແຮ່ ເຊິ່ງ​ມີ​ມູ​ນ​ຄ່າ 2,07 ລ້ານ​ເອີ​ໂຣ ແລະ ໂຄງ​ການ​ອື່ນໆ.

 

          ພາບ: ວຽງ​ສະ​ຫວັນ ປ​ຣະ​ດິດ

          ຂ່າວ:ຄຳ​ແສງ ແກ້​ວ​ປະ​ເສີດ