
ຕອນແລງວັນທີ 10 ກຸມພາ 2022, ຢູ່ກະຊວງແຜນການ ແລະ ການລົງທຶນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ, ປຸງແຕ່ງ, ສົ່ງອອກ ແຮ່ທອງ ແລະ ແຮ່ຄໍາ ໃນເນື້ອທີ່ 18,28 ກິໂລຕາແມັດ, ເຊິ່ງມີອາຍຸສັນຍາສຳປະທານ 20 ປີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ.
ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າກຸ່ມບໍ ລິສັດ ນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ ແມ່ນ ທ່ານ ນິກສັນ ພົມມະວິຈິດ ປະທານ ກຸ່ມບໍລິ ສັດນິກສັນ ພັດທະ ນາບໍ່ແຮ່ ຈໍາກັດຜູ້ດຽວ ໃນຖານະທີ່ເປັນຜູ້ລົງທຶນ ແລະ ຖືຫຸ້ນ 100% ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆ ຊຽງຂວາງ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ນອກຈາກນີ້,ຍັງມີຫົວໜ້າກົມ, ຫົວໜ້າຫ້ອງການກະຊວງທີ່ກ່ຽວຂ້ອງ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ, ພ້ອມດ້ວຍພະນັກງານ ແລະ ແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີອັນເລີກງາມຍາມດີນີ້, ທ່ານ ປະທານ ກຸ່ມບໍລິສັດນິກສັນ ພັດທະນາບໍ່ແຮ່ ຈໍາກັດຜູ້ດຽວ, ພ້ອມດ້ວຍຄະນະ ຍັງໄດ້ມອບພັນທະຄ່າຊັບພະຍາກອນລ່ວງ ໜ້າໃຫ້ລັດຖະບານກ່ອນ ຈໍານວນ 2.000.000$ (ສອງລ້ານໂດລາສະຫະລັດ) ແລະ ຊ່ວຍສ້ອມແປງທາງໃຫ້ ລັດຖະບານ ໂດຍບໍ່ໄດ້ຄິດໄລ່ລາຄາ ແລະ ບໍ່ໄດ້ຫັກຕົ້ນທຶນ ແຕ່ເຂດເມືອງຄໍາ, ແຂວງຊຽງຂວາງ ຫາ ເຂດເມືອງຮ້ຽມ, ແຂວງຫົວພັນ ເຊີ່ງມີໄລຍະທາງທັງໝົດ 48 ກິໂລແມັດ, ລວມມູນຄ່າຈໍານວນ 24.000.000.000 ກີບ (ຊາວສີ່ຕື້ກີບ). ບໍລິສັດຈະລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານທີ່ທັນສະໄໝຕາມມາດຕະຖານສາກົນ ດ້ວຍທຶນເບື້ອງ ຈໍານວນ 46.000.000$ (ສີ່ສິບຫົກລ້ານໂດລາສະຫະລັດ).

ການລົງທຶນຂອງບໍລິສັດດັ່ງກ່າວໃນຄັ້ງນີ້ ເພື່ອປະຕິບັດຕາມແນວທາງພັດທະນາຂອງລັດຖະບານ ເພື່ອແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດນັບມື້ເຕີບໃຫຍ່ຂະຫຍາຍຕົວ ກໍຄືເພື່ອສ້າງລາຍຮັບໃຫ້ແກ່ລັດຖະບານ, ທັງເປັນການປະກອບສ່ວນເຮັດໃຫ້ປະຊາຊົນທີ່ອາໃສຢູ່ຂົງເຂດໃກ້ ຄຽງການລົງທຶນໄດ້ມີວຽກເຮັດງານທໍາ, ມີລາຍຮັບເພີ່ມຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ແຫຼ່ງຂໍ້ມູນ: Laos National Radio
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ