ທ່ານ ລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ທະຫານເຂດ4 ກອງທັບປະຊາຊົນຫວຽດນາມ

          ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າ ທໍ້ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ, ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ການນຳຂັ້ນສູງຂອງ ສປປລາວ ໃນນີ້ ຕອນເຊົ້າວັນທີ 9 ເມສາ 2025 ໄດ້ເຂົ້າພົບປະ ແລະ ອວຍພອນ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
          ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ຮ່າ ທໍ້ ບິ່ງ ໄດ້ກ່າວອວຍພອນປີໃໝ່ ໃຫ້ ທ່ານ ລັດຖະມົນຕີ ພ້ອມດ້ວຍພະນັກງານລັດຖະກອນພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ນຳພາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ມີການພັດທະນາຈະເລີນຮຸ່ງເຮືອງຍິ່ງຂຶ້ນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກທຸກຢ່າງ, ຊ່ວຍເຫຼືອກຳລັງຕ່າງໆຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ການຕ່າງປະເທດດ້ານການປ້ອງກັນຊາດຢູ່ ສປປ ລາວ ໄດ້ສຳເລັດເປັນຢ່າງດີ. ໃນນັ້ນ, ພາຍໃຕ້ການນຳພາ, ຊີ້ນຳ ຂອງຄະນະພັກ, ກອງບັນຊາການທະຫານເຂດ 4, ໃນໄລຍະຜ່ານມາ, ບໍລິສັດຮ່ວມມືເສດຖະກິດ ໄດ້ປະຕິບັດໜ້າທີ່ຢູ່ລາວ ໂດຍປະຕິບັດຕາມກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ, ປະຕິບັດໜ້າທີ່ເສດຖະກິດທີ່ຕິດພັນກັບການປ້ອງກັນຊາດ – ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າງົບປະມານໃຫ້ລັດ ສປປ ລາວ ຢ່າງຄົບຖ້ວນ.
          ທ່ານ ກ່າວຕື່ມວ່າ: ບໍລິສັດ ຮ່ວມມືເສດຖະກິດ ໄດ້ປະຕິບັດຕາມລະບຽບການປົກປ້ອງສິ່ງແວດລ້ອມ, ຄວາມປອດໄພ ດ້ານການຈະລາຈອນຢ່າງເຂັ້ມງວດ; ຈັດຕັ້ງປະຕິບັດຫຼາຍຮູບແບບການລ້ຽງສັດ, ປູກຝັງ, ກໍ່ສ້າງໂຮງງານປຸງແຕ່ງຜະລິດກະສິກຳ, ຢາສະໝຸນໄພ, ສ້າງວຽກເຮັດງານທຳຫຼາຍຢ່າງ, ຍົກສູງລາຍຮັບໃຫ້ປະຊາຊົນລາວຢູ່ບັນດາທ້ອງຖິ່ນທີ່ມີໂຄງການຜະລິດດຳເນີນທຸລະກິດ, ພັດທະນາເສດຖະກິດ. ພ້ອມກັນນັ້ນ, ຈັດຕັ້ງປະຕິບັດໜ້າທີ່ຢູ່ບັນດາບ້ານກຸ່ມເປົ້າໝາຍທີ່ຂຶ້ນກັບແຂວງໄຊສົມບູນ, ຊຽງຂວາງ, ບໍລິຄຳໄຊ ແລະ ຫົວພັນ, ບໍລິສັດ ໄດ້ກໍ່ສ້າງໂຮງຮຽນ, ໂຮງໝໍ ແລະ ອື່ນໆ ບັນດາໂຄງການສະຫວັດດີການ ເພື່ອຮັບປະກັນການບໍລິການທີ່ດີ ໃຫ້ແກ່ວຽກງານປະກັນສັງຄົມ, ຊ່ວຍປະຊາຊົນທ້ອງຖິ່ນ ພັດທະນາເສດຖະກິດ, ສັງຄົມຂອງລາວ, ຄວາມໝັ້ນຄົງທາງດ້ານການເມືອງຢູ່ຮາກຖານໃຫ້ມີສະຖຽນລະພາບຫຼາຍຂຶ້ນ. ໃນຕໍ່ໜ້າ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ຫວັງວ່າ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງ ຂອງ ສປປ ລາວ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກທຸກຢ່າງເພື່ອໃຫ້ກອງບັນຊາການທະຫານເຂດ 4 ປະສານສົມທົບຈັດຕັ້ງປະຕິບັດໜ້າທີ່ການທະຫານຢ່າງມີປະສິດທິຜົນ. ໃນນັ້ນ, ຊ່ວຍເຫຼືອບໍລິສັດຮ່ວມມືເສດຖະກິດປະຕິບັດໂຄງການພັດທະນາເສດຖະກິດໄດ້ດີ; ຈັດຕັ້ງສຳຫຼວດ, ຈັດຕັ້ງປະຕິບັດຂັ້ນຕອນຕ່າງໆ ເພື່ອສ້າງ 3 ບ້ານກຸ່ມເປົ້າໝາຍໃໝ່ຢູ່ແຂວງຄຳມ່ວນ, ບໍລິຄຳໄຊ ແລະ ແຂວງອັດຕະປື ໃຫ້ບັນລຸຕາມແຜນການ ແລະ ມີຄຸນນະພາບສູງ. ກ່ຽວກັບການປະຕິບັດໜ້າທີ່ຊອກຫາ, ເກັບກູ້ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ປັດຈຸບັນ ພົບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບແຫຼ່ງຂໍ້ມູນ ແລະ ພູມສັນຖານ, ສະພາບອາກາດທີ່ຮ້າຍແຮງໃນຂະບວນການປະຕິບັດໜ້າທີ່, ສະຫາຍຜູ້ບັນຊາການທະຫານເຂດ 4 ຫວັງຢ່າງຍິ່ງວ່າ ຄະນະປະຕິບັດງານພິເສດຂອງລັດຖະບານລາວ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນລາວ ຈະສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອພະນັກງານ, ພະນັກງານ 6 ໜ່ວຍເກັບກູ້ຂອງກອງບັນຊາການທະຫານເຂດ 4 ໃຫ້ສຳເລັດໜ້າທີ່ຢ່າງດີ ໃນສົກປີ 2024-2025 ແລະ ໃນຕໍ່ໜ້າ.

          ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ທີ່ເດີນທາງມາຢ້ຽມຢາມ, ສະແດງຄວາມເສຍໃຈຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້. ພ້ອມທັງຕີລາຄາສູງຕໍ່ບົດບາດ, ຜົນງານການເຄື່ອນໄຫວຂອງກອງບັນຊາການທະຫານເຂດ 4 ໂດຍສະເພາະແມ່ນບໍລິສັດຮ່ວມມືເສດຖະກິດ ໃນການປະຕິບັດໜ້າທີ່ການທະຫານ, ວຽກງານປ້ອງກັນຊາດ ແລະ ການຜະລິດດຳເນີນທຸລະກິດ, ຊ່ວຍປະຊາຊົນລາວພັດທະນາເສດຖະກິດ, ດຳລົງຊີວິດໃຫ້ມີສະຖຽນລະພາບຢູ່ເຂດທ້ອງຖິ່ນທີ່ຫຍຸ້ງຍາກ, ເຂດຊາຍແດນ. ກະຊວງພະລັງງານ ແລະ ບໍ່ແຮ່ ຫວັງວ່າ ບັນດາຫົວໜ່ວຍຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ພັດທະນາ, ຂະຫຍາຍໂຄງການ, ຮູບແບບ, ວິທີການຈັດຕັ້ງປະຕິບັດທີ່ມີປະສິດທິຜົນຢູ່ບັນດາບ້ານກຸ່ມເປົ້າໝາຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ບັນດາທ້ອງຖິ່ນທີ່ຫຍຸ້ງຍາກ, ຊ່ວຍປະຊາຊົນລາວດຳລົງຊີວິດໃຫ້ມີສະຖຽນລະພາບ ແລະ ການພັດທະນາດີຂຶ້ນກວ່າເກົ່າ.
ໂດຍ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506