3 ອົງການຈັດຕັ້ງມະຫາຊົນ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງພັກ, ຂອງຊາດ

          ເພື່ອເຮັດໃຫ້ການສະເຫຼີ່ມສະຫຼອງວັນສຳຄັນຕ່າງໆຂອງພັກຂອງຊາດໃນປີ 2025 ນີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ຄຶກຄື້ນ ເປັນຕົ້ນແມ່ນ ຊົມເຊີຍວັນສ້າງຕັ້ງກຳມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956-2025) ; ຂໍ່ານັບຮັບຕ້ອນວັນແມ່ຍີງສາກົນ ຄົບຮອບ 115 ປີ (8 ມີນາ 1910-2025); ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70ປີ (22 ມີນາ 1955-2025); ວັນສ້າງຕັ້ງ ຄະນະ ຊປປລ ຄົບຮອບ 70ປີ (14 ເມສາ 1955-2025) ແລະ ຂໍ່ານັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກ ຂອງ 2 ອົງການຄື: ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ແລະ ອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ຄະນະພັກ, ຄະນະນຳຂອງທັງ 2 ອົງການ ຈຶ່ງໄດ້ຕົກລົງມອບໝາຍໃຫ້ 3 ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການເພື່ອແລກປ່ຽນບົດຮຽນທາງດ້ານວິຊາສະເພາະ-ວິຊາການ ແລະ ດ້ານກິລາຮ່ວມກັນ ໂດຍການນຳພາຂອງ ສະຫາຍ ຈັນທະບູນ ສຸກອາລຸນ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຄະນະພັກ, ຄະນະນຳ ພ້ອມດ້ວຍຄະນະບໍລິຫານງານຂອງ 3 ອົງການຈັດຕັ້ງມະຫາຊົນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ

          ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ໄດ້ກ່າວເປີດກອງປະຊຸມວ່າ: ກິດຈະກຳການແລກປ່ຽນທາງດ້ານວິຊາສະເພາະ-ວິຊາການ ລະຫວ່າງ 3 ອົງການຈັດຕັ້ງມະຫາຊົນກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງນີ້ປະກອບມີ 4 ຫົວຂໍ້ຫຼັກທີ່ຈະນຳສະເໜີ ໃນນີ້ ສະຖາບັນການເມືອງ ແລະ ການປົກຄອງນຳສະເໜີ 2 ຫົວຂໍ້ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບການສຶກສາອົບຮົມການເມືອງ-ແນວຄິດ; ຜັນຂະຫຍາຍມະຕິ 04 ວ່າດ້ວຍ ສອຈ ແລະ ຕົວແບບທາງດ້ານເສດຖະກິດ. ສຳລັບ 2 ຫົວຂໍ້ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ນຳສະເໜີປະກອບມີ: ຍຸດທະສາດການພັດທະນາພະລັງງານໄຟຟ້າຂອງ ສປປລາວ ແລະ ການປະຕິຮູບລັດວິສາຫະກິດໃນຂະແໜງການພະລັງງານ ແລະ ບໍ່ແຮ່ ເພື່ອໃຫ້ພະນັກງານຫຼັກແຫຼ່ງ ໂດຍສະເພາະແມ່ນການນຳຂອງ 3 ອົງການຈັດຕັ້ງມະຫາຊົນຂອງທັງສອງອົງການ ໄດ້ເຊື່ອມຊຶມ, ເຂົ້າໃຈ ແລະ ນຳໄປຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ເກີດດອກອອກຜົນ.

          ສະຫາຍ ປອ ນາງ ລຳພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ນຳສະເໜີບົດກ່ຽວກັບ ແນວຄິດໄກສອນ ພົມວິຫານ ກ່ຽວກັບການສຶກສາອົບຮົມການເມືອງ-ແນວຄິດ; ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີກ່ຽວກັບ ຜັນຂະຫຍາຍມະຕິ 04 ວ່າດ້ວຍ ສອຈ ແລະ ຕົວແບບທາງດ້ານເສດຖະກິດ ຈາກ ສະຫາຍ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ພ້ອມກັນນີ້, ທ່ານ ສຸລິຍາ ແສງດາວົງ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ສະເໜີກ່ຽວກັບຍຸດທະສາດການພັດທະນາພະລັງງານໄຟຟ້າຢູ່ ສປປລາວ ແລະ ນຳສະເໜີບົດສຸດທ້າຍຂອງ ສະຫາຍ ຈັນທະບູນ ສຸກອາລຸນ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບການປະຕິຮູບລັດວິສາຫະກິດຂອງຂະແໜງການພະລັງງານ ແລະ ບໍ່ແຮ່. ການນຳສະເໜີແຕ່ລະຫົວຂໍ້ນັ້ນ ໄດ້ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນບົດຮຽນໃນບັນຫາຕ່າງໆ ທີ່ທັງສອງຝ່າຍມີຄວາມສົນໃຈ.

          ສະຫາຍ ຈັນທະບູນ ສຸກອາລຸນ ໄດ້ກ່າວປິດກອງປະຊຸມວ່າ: ຍຸກສະໄໝປັດຈຸບັນ ແມ່ນຍຸກສະໄໝຂອງການຄົ້ນຄວ້າ, ປະດິດສ້າງ ແລະ ນໍາ ໃຊ້ຜົນສໍາເລັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ກ້າວໜ້າຫຼາຍຂື້ນ ແລະ ເສດຖະກິດພູມປັນຍາຈະມີ ບົດບາດສໍາຄັນຢູ່ໃນຊີວິດສັງຄົມ, ຊຶ່ງຈຸດພິເສດນີ້ ມັນຮຽກຮ້ອງໃຫ້ພວກເຮົາຕ້ອງມີລະດັບ, ມີຄວາມຮັບຮູ້, ມີ ການສຶກສາອົບຮົມ, ມີການຄົ້ນຄິດທີ່ຖືກຕ້ອງ ແລະ ເປັນລະບົບ. ໃນນີ້, ການຍົກລະດັບທາງດ້ານການ ເມືອງ, ການກຳແໜ້ນແນວທາງ ແລະ ຍຸດທະສາດຂອງພັກ ຈຶ່ງກາຍເປັນວິວັດທະນາການທີ່ມີລັກສະນະລຽນ ຕິດ, ຕ້ອງ ເຮັດເປັນປະຈຳ, ບໍ່ຢຸດຢັ້ງ, ບໍ່ພັກເຊົາ, ມັນແມ່ນຂະບວນວິວັດ ທີ່ຕ້ອງສຶກສາອົບຮົມກັນ, ອົບຮົມ ແລະ ຝຶກຝົນ ຫຼໍ່ຫຼອມຕົນອງຢ່າງບໍ່ຢຸດຢັ້ງ.

          ພ້ອມດຽວກັນນີ້, ແຕ່ລະອົງການຈັດຕັ້ງ, ພວກສະຫາຍຕ້ອງໄດ້ຕັ້ງໜ້ານໍາພາສະມາຊິກອົງການຂອງຕົນ ສືບຕໍ່ຝຶກຝົນຫຼໍ່ຫຼອມທາງດ້ານແນວຄິດໃຫ້ມີຄວາມໜັກແໜ້ນໂດຍສະເພາະແມ່ນເນັ້ນໃສ່ດ້ານ : ຄຸນທາດການ ເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ດ້ວຍການສືບຕໍ່ການປຸກລະດົມນໍ້າໃຈຮັກຊາດ, ຄວາມເຊື່ອໝັ້ນຕໍ່ການ ນໍາພາຂອງພັກໃຫ້ສູງ, ຕ້ອງອົບຮົມໃຫ້ພະນັກງານ-ກຳມະກອນເຮົາ ຍົກສູງສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມເປັນເຈົ້າການສູງ, ມີນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ມີຄວາມສັດຊື່ບໍລິສຸດ ແລະ ມີນໍ້າໃຈຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ.

          ພາຍຫຼັງສຳເລັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິທະຍາສາດ, ເຕັກນິກດ ວິຊາການແລ້ວ ການນຳ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນຂອງທັງສອງຝ່າຍ ຍັງໄດ້ແຂ່ງຂັນເຕະບານມິດຕະພາບຕື່ມອີກ ຢູ່ເດີນບານເຕະຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍມີ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ຈັນທະບູນ ສຸກອາລຸນ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະຫາຍ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄະນະພັກ, ຄະນະນຳ ຂອງທັງສອຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ຜົນການແຂ່ງຂັນ ສະເໝີກັນ 1-1 ປະຕູ
ພາບ: ສົມສະນຸກ ທອງສະຫງວນ
ຂ່າວໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506