ທ່ານ ລັດຖະມົນຕີ ລົງຢ້ຽມຢາມ ແລະ ຕິດຕາມ ການບໍລິຫານ, ຈັດການ ບັນດາໂຄງການເຂື່ອນໄຟຟ້າ ຢູ່ແຂວງຫຼວງພະບາງ

          ວັນທີ 22 ສິງຫາ 2024 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະລົງໄດ້ເຄື່ອນໄຫວຢ້ຽມຢາມ ເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າຢູ່ແຂວງຫຼວງພະບາງ ໂດຍສະເພາະແມ່ນ ການດຳເນີນການຜະລິດ, ການບໍລິຫານຈັດການນໍ້າ, ການກຽມພ້ອມແຜນຮັບມືສຸກເສີນ ແລະ ການຄຸ້ມຄອງຄວາມປອດໄພຂອງເຂື່ອນ. ພາຍຫຼັງ ທ່ານ ລັດຖະມົນຕີ ພ້ອມຄະນະເດີນທາງມາເຖິງ ກໍ່ໄດ້ໄປຢ້ຽມຢາມໂຄງການເຂື່ອນໄຟຟ້ານໍ້າຄານ2 ແລະ 3 ຂອງບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໂດຍໄດ້ຮັບຕ້ອນຮັບຈາກ ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ສາຍງານການຜະລິດ ພ້ອມດ້ວຍຄະນະ. 

          ໃນໂອກາດດັ່ງກ່າວ, ທ່ານ ຮອງຜູ້ອໍານວຍການໃຫຍ່ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ໄດ້ຕາງໜ້າໃຫ້ບໍລິສັດກ່າວຕ້ອນຮັບ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນໄລຍະຜ່ານມາ ແລະ ແຜນການຄຸ້ມຄອງບໍລິຫານ, ຈັດການໂຄງການ ໃນຕໍ່ໜ້າໃຫ້ ທ່ານ ລັດຖະມົນຕີ ຮັບຊາບ ໂດຍສະເພາະໃນໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນວຽກຈຸດສຸມໄລຍະ 6ເດືອນທ້າຍປີ ວ່າ: ເຂື່ອນໄຟຟ້າທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ຜ-ຟຟລ ມີທັງໝົດ 13 ແຫ່ງ, ລວມກຳລັງຕິດຕັ້ງ 944 MW, ນອກຈາກນີ້ ຍັງມີເຂື່ອນໄຟ້າ ທີ່ ຜ-ຟຟລໄດ້ຮ່ວມຮຸ້ນກັບຜູ້ລົງທຶນພາກເອກະຊົນ ຫຼື IPP ຈໍານວນ 18 ແຫ່ງ ມີກໍາລັງຕິດຕັັງ 1,963 MW. 

          ທ່ານ ຮອງຜູ້ອຳນວຍການໃຫຍ່ ໄດ້ໃຫ້ຮູ້ຕື່ມວ່າ: ສະເພາະເຂື່ອນໄຟຟ້ານໍ້າຄານ 2 ໄດ້ເລີ່ມລົງມືກໍ່ສ້າງມາແ່ປີ 2011 ແລະ ກໍ່ສ້າງສຳເລັດ ພ້ອມດຳເນີນການຜະລິດຢ່າງເປັນທາງການ ໃນກາງປີ 2015 ແລະ ເຂື່ອນໄຟຟ້ານໍ້າຄານ 3 ກໍ່ສ້າງສຳເລັດ ພ້ອມທັງເປີດການຜະລິດໃນກາງປີ2016. ຕະຫຼອດໄລຍະການດໍາເນີນງານຂອງທັງສອງໂຄງການ, ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງການຖືກຕ້ອງຕາມມາດຕະຖານ-ເຕັກນິກຢ່າງເຂັ້ມງວດ ໂດຍສະເພາະແມ່ນການບໍລິຫານ-ຈັດການນໍ້າ ເຊິ່ງກ່ອນຈະລະບາຍນໍ້າຜ່ານ Spillway ທຸກຄັ້ງ ແມ່ນໄດ້ປະຕິບັດຕາມຂັ້ນຕອນຂອງ ບົດ EAP ຄື: ເຮັດໜັງສືສະເໜີຫາພາກສ່ວນກ່ຽວຂ້ອງ ເພື່ອອະນຸຍາດ ພ້ອມທັງແຈ້ງເຕືອນປະຊາຊົນ ຢູ່ລຸ່ມເຂື່ອນໃຫ້ຮັບຊາບ ເພື່ອກຽມພ້ອມຮັບມື. 

          ພ້ອມກັນນີ້, ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ລົງຢ້ຽມຢາມ ແລະ ຕິດຕາມສູນຄຸ້ມຄອງການດໍາເນີນງານ ແລະ ບໍາລຸງຮັກສາ ຂອງໂຄງການເຂື່ອນໄຟຟ້າທີ່ຢູ່ໃນຄວາມຮັບຜິດຊອບຂອງບໍລິສັດ Power China ໃນນີ້ລວມມີ: ໂຄງການຕາມສາຍນໍ້າອູ ແລະ ນໍ້າງື່ມ5 ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ Jia Peng ຜູ້ອຳນວຍການ ບໍລິສັດ Power China ພ້ອມດ້ວຍຄະນະຕື່ມອີກ. 

ຢູ່ແຕ່ລະບ່ອນ ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຄຸ້ມຄອງ, ບໍລິຫານ-ຈັດການໂຄງການ ຈາກຜູ້ບໍລິຫານຂອງແຕ່ລະໂຄງການແລ້ວ, ທ່ານ ລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ຄະນະອຳນວຍການ ແລະ ຜູ້ລິຫານຂອງແຕ່ລະໂຄງການ. ກ່ອນອື່ນ ທ່ານ ລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງການຢ່າງມີປະສິດທິພາບ, ມີປະສິດທິຜົນ ເຮັດໃຫ້ແຕ່ລະໂຄງການສາມາດດຳເນີນງານເປັນໄປຕາມແຜນການວາງໄວ້. ຢ່າງໃດກໍ່ຕາມ, ເພື່ອຮັບປະກັນຄວາມປອດໄພສູງສຸດ ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ເຈົ້າຂອງໂຄງການແຕ່ລະໂຄງການ ສືບຕໍ່ເພີ້ມທະວີຕິດຕາມ, ກວດກາ ຄວາມປອດໄພຂອງເຂື່ອນຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ເຮັດເປັນປະຈຳ. ພ້ອມກັນນີ້, ກໍ່ຕິດຕາມ, ບໍລິຫານຈັດການນໍ້າຢ່າງຖືກຕ້ອງ, ສອດຄ່ອງກັບສະພາບແວດລ້ອມແຕ່ລະໄລຍະ ໂດຍສະເພາະແມ່ນໃນຊ່ວງລະດູຝົນ ທັງນີ້ ກໍ່ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.

ພາບ ແລະ ຂ່າວ ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506