
ພິທີເປີດງານວາງສະແດງ ແລະ ກອງປະຊຸມສຳມະນາທຸລະກິດພະລັງງານອາຊຽນ ຄັ້ງທີ 24 ໄດ້ຈັດຂຶ້ນໄປຄູ່ຂະໜານກັບກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ໃນຕອນເຊົ້າວັນທີ 26 ກັນຍາ 2024 ຢູ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດກ່າວເປີດຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ, ປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42. ມີບັນດາ ທ່ານ ລັດຖະມົນຕີພະລັງງານອາຊຽນ, ຕີມໍເລດສະເຕ, ເລຂາທິການໃຫຍ່ອາຊຽນ, ປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ, ປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ກ່າວເປີດກອງປະຊຸມວ່າ: ຕາງໜ້າ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນ ນາມ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ຖືເປັນກຽດຢ່າງສູງ ຕ້ອນຮັບທ່ານເຂົ້າສູ່ພິທີເປີດກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 42 ແລະ ງານ ASEAN Energy Business Forum ຄັ້ງທີ 24 (AEBF-24) ທີ່ຈັດ ຄູ່ຂະໜານກັນ, ທີ່ ນະຄອນຫຼວງວຽງຈັນ.

ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ສປປ ລາວ ໃນຖານະປະທານອາຊຽນປີ 2024 ໄດ້ກຳນົດຫົວຂໍ້ ປີ ນີ້ຄື “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ທີ່ຍິ່ງເນັ້ນໃຫ້ເຫັນບົດບາດ ອັນສໍາຄັນ ຂອງການເຊື່ອມໂຍງພະລັງງານອາຊຽນ ແນ່ໃສ່ເພື່ອວາງຮາກຖານສໍາຄັນຂອງການພັດທະນາ ເສດຖະກິດ ແລະ ສັງຄົມຂອງພາກພື້ນ ພ້ອມດຽວກັນນິ້ ການກຽມຄວາມພ້ອມເພື່ອຮັບມືຕໍ່ການ ປ່ຽນແປງດິນຟ້າອາກາດ ແລະ ການປ່ຽນຜ່ານສູ່ພະລັງງານທີ່ສະອາດກວ່າ. ພ້ອມນີ້ ເຮົາກໍາລັງຢູ່ໃນ ໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດແຜນວຽກ ອາປາເອັກ (APAEC) ໄລຍະທີ 2 ໃນປີ 2025, ສິ່ງສໍາຄັນແມ່ນເຮົາຕ້ອງທົບທວນຜົນສໍາເລັດທີ່ເຮົາໄດ້ຈັດຕັ້ງປະຕິບັດ ແລະ ທິດທາງທີ່ພວກເຮົາ ອາຊຽນຈະກ້າວເດີນຕໍ່ໄປຂ້າງໜ້າ ເພື່ອບັນລຸເປົ້າໝາຍລວມອາຊຽນ.
ກອງປະຊຸມສໍາມະນາ ASEAN Energy Business Forum ຄັ້ງທີ 24 ທີ່ຈັດຂຶ້ນໂດຍສູນພະລັງງານອາຊຽນ ເຊິ່ງມີຄວາມຄາດຫວັງວ່າໃຫ້ເປັນ ອີກເວທີໜຶ່ງທີ່ສໍາຄັນ ເພື່ອເຊື່ອມໂຍງລະຫວ່າງຜູ້ກຳນົດນະໂຍບາຍລະດັບສູງ ແລະ ຜູ້ມີສ່ວນຮ່ວມພາກ ທຸລະກິດ ເພື່ອແລກປ່ຽນຂໍ້ມູນ ແລະ ກາລະໂອກາດຂອງການຮ່ວມມື. ກອງປະຊຸມ ທີ່ຈະດໍາເນີນໄປໃນສອງ ມື້ຕໍ່ໜ້ານີ້ ທັງກອງປະຊຸມ ອາເມັມ (AMEM) ແລະ ກອງ ປະຊຸມສໍາມະນາ AEBF ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ນອກຈາກໝາກຜົນທີ່ດີ ທີ່ຈະໄດ້ຮັບຈາກ ກອງປະຊຸມດັ່ງກ່າວແລ້ວ ພວກເຮົາຍັງຈະໄດ້ເພີ່ມທະວີການຮ່ວມມືໃນພາກພື້ນຂອງພວກເຮົາເພື່ອສ້າງ ຄວາມຮັບປະກັນດ້ານພະລັງງານທີ່ໝັ້ນຄົງ ແລະ ອານາຄົດທີ່ຍືນຍົງສໍາລັບປະຊາຊົນທຸກຄົນໃນປະຊາຄົມ.

ງານວາງສະແດງທຸລະກິດພະລັງງານອາຊຽນ ຫຼື ເອີ້້ນວ່າ ASEAN Energy Business Forum (AEBF) , ເຊິ່ງເປັນງານວາງສະແດງ ແລະ ຈັດກອງປະຊຸມສໍາມະນາທີ່ສໍາຄັນ ໂດຍເປັນການສົ່ງເສີມການພັດທະນາຂະແໜງພະລັງງານຂອງອາຊຽນ. AEBF ໄດ້ເຕີບໃຫຍ່ຂຶ້ນໃນຊຸມປີມໍ່ໆມານີ້ເພື່ອກາຍເປັນເວທີທີ່ສໍາຄັນໃນລະດັບສູງສໍາລັບການແລກປ່ຽນຂໍ້ມູນຂ່າວສານ ແລະ ການເປີດໂອກາດໃນການຮ່ວມມືສໍາລັບຜູ້ມີສ່ວນຮ່ວມທາງດ້ານພະລັງງານຂອງອາຊຽນລວມທັງນັກທຸລະກິດ, ຜູ້ສ້າງນະໂຍບາຍ, ນັກຄົ້ນຄວ້າຈາກພາກພື້ນ ແລະ ສາກົນ. ປີ 2023 ງານ AEBF ໄດ້ຈັດຂຶ້ນຢູ່ເກາະບາຫຼີ, ປະເທດອິນໂດເນເຊຍ ເຊິ່ງໄດ້ເຕົ້າໂຮມຜູ້ເຂົ້າຮ່ວມຫຼາຍກວ່າພັນຄົນ; ມີຫຼາຍກວ່າ 15 ກອງປະຊຸມທີ່ມີຜູ້ເຂົ້າຮ່ວມປະມານ 100 ຄົນທີ່ມາຈາກລະດັບສູງ. ມັນເປັນໂອກາດທີ່ດີຫຼາຍ ສໍາລັບບໍລິສັດຂອງທ່ານເພື່ອແລກປ່ຽນຂໍ້ມູນ, ເຊື່ອມຕໍ່ກັບຜູ້ມີທີ່ສ່ວນຮ່ວມກ່ຽວຂ້ອງໃນວຽກງານການພັດທະນາພະລັງງານໃນຂົງເຂດພາກພື້ນ ອີກດ້ວຍ.
ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຈັດຂຶ້ນທຸກໆປີຕາມປະຕິທິນການໝູນວຽນເປັນປະທານອາຊຽນຂອງ ປະເທດສະມາຊິກ ເຊິ່ງໃນປີ 2024 ນີ້ ສປປລາວ ໄດ້ກຽດເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 26-27 ກັນຍາ 2024. ໃນກອງປະຊຸມນີ້, ກອງປະຊຸມຄັ້ງນີ້ ຈະໄດ້ລາຍງານຜົນສຳເລັດ ການຈັດຕັ້ງປະຕິບັດທຸກບັນດາກິດຈະກຳພາຍໃນ APAEC ທັງໝົດ 7 ໜ້າວຽກຍ່ອຍ. ນອກຈາກນີ້, ຍັງຈະໄດ້ລາຍງານຜົນສຳເລັດ 8 ໜ້າວຽກບູລິມະສິດ ທີ່ ສປປລາວ ໃນນາມເປັນປະທານກອງປະຊຸມ ຈະເຮັດໃຫ້ສຳເລັດພາຍໃນປີ 2024 ນີ້.
ພາບ: ທີມງານສູນຂ່າວພະລັງງານ
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506