
ໃນໂອກາດທີ່ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຢ້ຽມຢາມ ແລະ ຕິດຕາມໂຄງການກໍ່ສ້າງສາຍສົ່ງແຮງສູງ 155 ກິໂລໂວນ ແລະ ກໍ່ສ້າງສະຖານີ ເພື່ອສະໜອງໄຟຟ້າໃຫ້ໂຮງງານຜະລິດຊີລີຄອນຂອງບໍລິລິສັດ ລາວຊີລີຄອນ ຈໍາກັດ ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາ. ທ່ານ ຊິນ ອິນທະວົງ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິລິສັດ ລາວຊີລີຄອນ ຈໍາກັດ ໄດ້ຮັບການສ້າງຕັັ້ງຂຶ້ນໃນປີ 2006, ໄດ້ສ້າງຕັັ້ງໂຮງງານປຸງແຕ່ງຊີລີຄອນ ເພື່ອການສົ່ງອອກ ຢູ່ເຂດອຸດສະຫະກໍາຫຼັກ21 ນະຄອນຫລວງວຽງຈັນ,

ໃນເນື້ອທີ່ 6 ເຮັກຕ້າ,ມີອາຄານຜະລິດ 2 ຫຼັງ, ມີເຕົ່າຫຼອມທັງໝົດ 3 ເຕົ່າ, ເປັນໂຮງງານແຫ່ງທໍາອິດ ແລະ ແຫ່ງດຽວໃນ ສປປ ລາວ, ເປັນໂຮງງານຂະໜາດກາງ, ມີກໍາລັງການຜະລິດ 12.000 ໂຕນ/ປີ, ມີພະນັກງານກໍາມະກອນທັງໝົດ 385 ຄົນ. ການດໍາເນີນກິດຈະການໃນໄລຍະຜ່ານມາ ເຫັນວ່າມີປະສິດທິຜົນ ສາມາດປະຕິບັດພັນທະອາກອນໃຫ້ລັດ ເປັນປ ກະຕິ ແລະ ທ່າແຮງທາງດ້ານວັດຖຸດິບພາຍໃນທີ່ມີຄວາມອຸດົມສົມບູນໃນຂອບເຂດທ ື່ວປະເທດ, ດັ່ງນັັ້ນ. ບໍລິສັດ ຈຶ່ງໄດ້ຕັດສິນໃຈຂະຫຍາຍໂຮງງານປຸງແຕ່ງຊີລີຄອນແຫ່ງທີ 2 ຕື່ມອີກຢູ່ເຂດບ້ານ ທ່າບົກ, ເມືອງ ທ່າພະບາດ , ແຂວງ ບໍລິຄໍາໄຊ ໃນເນຶ້ອທີ16 ເຮັກຕາ, ໂຮງງານທີ່ຈະສ້າງຂຶ້ນໃໝ່ນີ້ ເປັນໂຮງງານຂະໜາດໃຫຍ່ ແລະ ທັນ ສະໄຫມກວ່າເກ ື່າ, ໂດຍມີແຜນຈະສ້າງທັງໝ ດ 6 ເຕົ່າຫຼອມ, ມີກໍາລັງການຜະລິດ 54 ພັນໂຕນ/ປີ, ນໍາໃຊ້ພະລັງງານ ໄຟຟ້າທັງໝົດ 84MW, ມູນຄ່າການລົງທຶນທັງໝົດປະມານ: 51 ລ້ານໂດລາສະຫະລັດ, ນໍາໃຊ້ແຮງງານປະມານ 300-500 ຄົນ, ຄາດວ່າໂຮງງານແຫ່ງທີ 2 ນີ໊ຈະກໍ່ສ້າງສໍາເລັດໃນປີ2024.



