ກະຊວງ ພະລັງງານ ແລະ ບໍ່ແຮ່ ດຳເນີນກອງປະຊຸມປຶກສາຫາລືກວດກາບົດສະຫຼຸບຂາດຕົວ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 Post author:mem admin Post published:26/07/2022 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ / ກົມກວດກາ / ຂ່າວສານກິລາ ໃນຊຽງຂວາງເກມ ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 22 ກໍລະກົດ 2022 ຢູ່ຫ້ອງປະຊຸມ 102 ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຄະນະກຳມະການຮັບຜິດຊອບກວດກາບົດສະຫຼຸບຂາດຕົວ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ທີ່ມາຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ກ່ຽວກັບກົນໄກ, ແບບແຜນ ແລະ ວິທີການເຮັດວຽກຂອງຮັບຜິດຊອບກວດກາບົດສະຫຼຸບຂາດຕົວ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ຂອງກະຊວງ ເຊິ່ງຈະດຳເນີນການເຮັດວຽກຮ່ວມກັບຄະນະກວດສອບແຫ່ງລັດໃນຕໍ່ໜ້າ ໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ, ຈະແຈ້ງ ແລະ ຮັດກຸມ ທັງສາມາດສ່ອງແສງໄດ້ເຖິງຈຸດດີ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃຫ້ຖືກຕ້ອງ, ສອດຄ່ອງກັບນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ. ພ້ອມກັນນີ້, ກໍ່ເພື່ອ ຮັບປະກັນເຮັດໃຫ້ການນຳໃຊ້ງົບປະມານຂອງລັດເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ມີປະສິດທິຜົນສູງສຸດ. ພາບ: ລຸ້ງຟ້າ ອົບພະຈັນຂ່າວ: ຄຳແສງ ແກ້ວປະເສີດ You Might Also Like ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ພົບປະ, ເຮັດວຽກກັບຮອງຫົວໜ້າກົມກວດກາ 21/03/2025 ການພັດທະນາລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ(EMD: Energy – Mines Database in Lao PDR) 26/07/2022 ທ່ານ ລັດຖະມົນຕີ ເຂົ້າຮ່ວມພິທີເປີດງານມະຫາກຳບຸນຊ້າງ ຄັ້ງທີ 18 ປະຈຳປີ 2025 25/02/2025
ການພັດທະນາລະບົບຖານຂໍ້ມູນການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ(EMD: Energy – Mines Database in Lao PDR) 26/07/2022