ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ປະກາດພະນັກງານພັກການຮັບອູດໜູນບຳນານ ແລະ ປະກາດການແຕ່ງຕັ້ງ-ສັບຊ້ອນພະນັກງານນຳພາ

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2024ນີ້, ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການກະຊວງ; ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ຜູ້ອຳນວຍ, ຮອງຜູ້ອຳນວຍການລັດວິສາຫະກິດ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານນຳພາຂອງກະຊວງພະລັງງານ ແລະ ບໍ່ແຮ່ ພັກການເພື່ອຮັບອູດໜູນບໍານານ ໃນນີ້ໄດ້ຕົກລົງເຫັນດີອະນຸມັດໃຫ້ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ພັກການຮັບອູດໜູນບຳນານ.

ຫຼັງຈາກນັ້ນ, ທ່ານ ມ້ອນ ເພັດພູໄທ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ແສງເດືອນ ວົງອິນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນເປັນຜູ້ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ບຸນຍົງ ສີດາວົງ ຜູ້ອຳນວຍການລັດວິສາຫະກິດພັດທະນາແຮ່ທາດລາວ ເປັນຜູ້ຮັກສາການຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າຫ້ອງການກະຊວງ ຂຶ້ນເປັນຜູ້ຮັກສາການຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ, ທ່ານ ປອ ອານຸສັກ ພົງສະຫວັດ ຮອງຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຂຶ້ນເປັນວ່າການຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນເພັງ ສະໄຫວ ຮອງຜູ້ອຳນວຍການລັດວິສາຫະກິດພັດທະນາແຮ່ທາດລາວ ຂຶ້ນເປັນຜູ້ຮັກສາການຜູ້ອຳນວຍການລັດວິສາຫະກິດພັດທະນາແຮ່ທາດລາວ.

          ຕອນທ້າຍຂອງພິທີ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນໂອ້ລົມ ບາງຕອນ ສະຫາຍ ໄດ້ກ່າວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສໍາຄັນຂອງແນວທາງການຈັດຕັ້ງຂອງພັກເຮົາ ຊຶ່ງເນື້ອແທ້ກໍແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄໍາສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາເລກທີ 01 ຂອງລັດຖະບານວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ : “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາຕົວຈິງ” .

ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ