ກອງປະຊຸມປຶກສາຫາລື ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ

      ຕອນເຊົ້າ ວັນທີ 08 ເມສາ 2022 ທີ່ຜ່ານມາ, ຢູ່ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງງານ ແລະ ບໍ່ແຮ່, ໄດ້ຈັດກອງປະຊຸມປຶກສາຫາລື ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ພ້ອມດ້ວຍວິຊາການ  ແລະ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ບັນດາ ບໍລິສັດຜູ້ປະກອບການລົດໄຟຟ້າ.

ປັດຈຸບັນ, ມີຫຼາຍປະເທດໃນໂລກໄດ້ເລີ່ມນໍາໃຊ້ລົດໄຟຟ້າ ພ້ອມທັງພັດທະນາລະບົບສາກໄຟຟ້າ ຕາມສະຖານທີ່ຕ່າງໆ ນັບມື້ນັບຫຼາຍຂຶ້ນໃນສັງຄົມ, ເຊີ່ງມີເປົ້າໝາຍຫຼັກເພື່ອຫຼຸດຜ່ອນຜົນກະທົບຈາກມົນລະພິດທາງອາກາດທີ່ເກີດຂຶ້ນຈາກການປ່ອຍກ໊າສ CO2 ຂອງໂຮງງານອຸດສາຫະກໍາ ແລະ ຈາກພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ.  ຫຼາຍປະເທດໄດ້ເລີ່ມປະກາດຈຸດຢືນໃນການຮັກສາສິ່ງແວດລ້ອມພັນທະຂອງຕົນຕໍ່ການຫຼຸດຜ່ອນມົນລະພິດທາງອາກາດ ໂດຍສະເພາະແມ່ນກໍານົດທິດທາງການພັດທະນາ ແລະ ນໍາໃຊ້ພາຫະນະທີ່ບໍ່ມີມົນລະພິດ (Zero Emission Vehicle ”ZEV),

ດັ່ງທີ່ບັນດາທ່ານຮູ້ວ່າ ພາຍຫລັງທີ່ລັດຖະບານ ໄດ້ອອກມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ນະໂຍບາຍ ການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ ສະບັບເລກທີ 08/ລບ ລົງວັນທີ 04 ຕຸລາ 2021 ໂດຍມີທິດຊີ້ນໍາ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ເຊິ່ງໃນນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຮັບຜິດຊອບ ໃນການສ້າງນິຕິກຳ ທີ່ກ່ຽວຂ້ອງກັບສະຖານີສາກລົດໄຟຟ້າ, ການກຳນົດໂຄງສ້າງລາຄາໄຟຟ້າສຳລັບທີ່ຢູ່ອາໃສ ແລະ ການສາກລົດໄຟຟ້າແບບສາທາລະນະ.

ສຳລັບ ສປປ ລາວ ໂດຍອີງໃສ່ສະພາບການຜັນປ່ຽນລາຄານໍ້າມັນເຊື້ອໄຟມີລັກສະນະເພີ່ມຂື້ນ ໃນປະຈຸບັນ. ເພື່ອເປັນການຜັນຂະຫຍາຍມະຕິຂອງລັດຖະບານເລກທີ່ 08/ລບ ເຫັນໄດ້ວ່າຄວາມສົນໃຈຂອງສັງຄົມຫັນມານໍາໃຊ້ລົດໄຟຟ້າ ມີລັກສະນະເພີ່ມຂື້ນຫລາຍ ມາຮອດປະຈຸບັນ ມີຫຼາຍກວ່າ 150​ ຄັນ ແລະ ມີຈຸດບໍລິການສາກຫລາຍກວ່າ 50 ຈຸດ ໃນຂອບເຂດທົ່ວປະເທດ ຕາມຂໍ້ມູນຂອງບໍລິສັດນໍາເຂົ້າ ແລະ ຈຳໜ່າຍລົດໄຟຟ້າຢູ່ ສປປ ລາວ ແລະ ມີແນວໂນ້ມຈະເພິ່ມຂື້ນ. 

ພ້ອມດຽວກັນນັ້ນ, ໃນເບື້ອງພາກລັດ ໄດ້ສົ່ງເສີມໃຫ້ມີການນຳໃຊ້ລົດໄຟຟ້າ ໂດຍເລີ່ມຈາກການນຳຂັ້ນສູງ ໃນໄລຍະເລີ່ມຕົ້ນ. ແລະ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ໃຫ້ໄດ້ 1% ຂອງການນໍາໃຊ້ພາຫະນະທັງໝົດ ແລະ ແຜນປີ 2025-2030 ໃຫ້ໄດ້ 30%. ນອກຈາກນັ້ນ, ແຜນພັດທະນາ ສະຖານີສາກລົດໄຟຟ້າແບບສາທາລະນະ ແບບປານກາງຫາໄວ ຮອດປີ 2025 ໃຫ້ໄດ້ຢ່າງ ໜ້ອຍ 50​ ສະຖານີທີ່ມີຫົວສາກແຕ່ 5-10 ໜ່ວຍ ແລະ 100 ສະຖານີ ໃນປີ 2030 ໃນຂອບເຂດທົ່ວປະເທດ.

 

ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ