ຜູ້ຊ່ຽວຊານດ້ານທໍລະນີສາດ-ບໍ່ແຮ່ ຈາກຫຼາຍພາກສ່ວນ ເຂົ້າຮ່ວມເວທີສົນທະນາ ກ່ຽວກັບການຄຸ້ມຄອງບໍ່ແຮ່

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມີນາ 2025ນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດ ແລະ ສົນທະນາແລກປ່ຽນບົດຮຽນທາງດ້ານວິຊາການການຄຸ້ມຄອງບໍ່ແຮ່ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ,ລັດວິສາຫະກິດ, ພະແນກພະລັງງານບໍ່ແຮ່ ນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

         ທ່ານ ລັດຖະມົນຕີ ກ່າວວ່າ: ເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໂດຍສະເພາະຂະ ແໜງ ການທີ່ກ່ຽວຂ້ອງຂອງລັດ ທັງຂັ້ນສູນກາງ, ທ້ອງຖິ່ນ, ຜູ້ລົງທຶນ ແລະ ພໍ່ແມ່ປະຊົນ ກ່ຽວກັບ ຄວາມສົນໃຈໃນວຽກງານຄຸ້ມຄອງໂຄງການບໍ່ແຮ່ ໃນ ສປປ ລາວ, ຂ້າພະເຈົ້າ ໃນນາມລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຂໍຖືໂອກາດນີ້ສະແດງຄວາມຂອບອົກຂອບໃຈຢ່າງຍິ່ງມາຍັງບັນດາທ່ານ ທີ່ໄດ້ໃຫ້ກຽດມາຮ່ວມກອງປະຊຸມໃນຄັ້ງນີ້; ທັງນີ້ ກໍເພື່ອໃຫ້ພວກເຮົາຮັບຮູ້ເຖິງສະພາບຄວາມເປັນຈິງ ແລະ ໃຫ້ເຮົາມີກຳລັງໃຈ ຕໍ່ການບຸກບືນສູ້ຊົນ, ຜ່ານຜ່າຄວາມຍຸ້ງຍາກ ເພື່ອສືບຕໍ່ພັດທະນາວຽກງານບໍ່ ແຮ່ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ, ສາມາດປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດຊາດ ໃຫ້ກ້າວຂຶ້ນເລື້ອຍໆໄປ.

          ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດແຜນພັດທະນາວຽກງານຂອງຂະແໜງ ບໍ່ແຮ່ ໃນໄລຍະຜ່ານມາ ບາງຕອນ ທ່ານ ໄດ້ໃຫ້ຮູ້ວ່າ: ເຖິງແມ່ນນອນຢູ່ໃນໄລຍະທີ່ສະພາບການພາກພື້ນ, ສາກົນ ແລະ ພາຍໃນປະເທດ ໄດ້ມີການຜັນແປຢ່າງສັບສົນ, ຊຶ່ງອັນທີ່ພົ້ນເດັ່ນແມ່ນ: ສະພາບຄວາມຫຍຸ້ງຍາກ, ຝືດເຄື່ອງທາງດ້ານ ເສດຖະກິດ, ງົບປະມານ-ການເງິນ, ການຖີບຕົວສູງຂຶ້ນຂອງລາຄານໍ້າມັນ, ລາຄາສິນຄ້າຫຼາຍຊະນິດ, ອັດຕາແລກປ່ຽນເງິນຕາ ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆ… ສໍາລັບຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາ, ມີແຜນການ, ໂຄງການ, ໜ້າວຽກຈໍານວນໜຶ່ງ ເກີດຄວາມຊັກຊ້າ, ບໍ່ສາມາດບັນລຸໄດ້ຕາມກຳນົດເວລາ ແລະ ພົບຄວາມຫຍຸ້ງຍາກໃນດ້ານອື່ນໆ. ແຕ່ເຖິງແນວໃດກໍຕາມ, ພາຍໃຕ້ການຊີ້ນໍາ-ນໍາ ພາຂອງພັກ ແລະ ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ບວກກັບຄວາມຕັດສິນໃຈ ຄວາມເປັນເຈົ້າການ, ບຸກບືນສູ້ຊົນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວພະນັກງານ, ສະ ມາຊິກພັກ, ລັດຖະກອນ, ກຳມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່. ພວກເຮົາກໍສາມາດ ຍາດໄດ້ຜົນສຳເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ. ຜົນງານທີ່ເປັນພື້ນຖານແມ່ນຂະແໜງການ ພວກເຮົາສາມາດເຮັດພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ພັກ, ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ໃນການພັດທະນາວຽກງານຂະແໜງບໍ່ແຮ່ໄດ້ຢ່າງຖືກຕ້ອງ.

           ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ຍົກໃຫ້ເຫັນ ການພັດທະນາວຽກງານບໍ່ແຮ່ ກໍຍັງມີຫຼາຍດ້ານ ມີລັກສະນະກວມລວມໃນຂອບເຂດທົ່ວ ປະເທດ ຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາວຽກງານບໍ່ແຮ່ ໃນໄລຍະໃໝ່ແລ້ວ ເຫັນວ່າ: ຄຸນນະພາບ, ປະສິດທິຜົນໃນການເຮັດບົດບາດ ແລະ ໜ້າທີ່ເປັນເສນາທິການ ໃຫ້ແກ່ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການຄຸ້ມຄອງວຽກງານບໍ່ແຮ່ ຍັງບໍ່ສູງເທົ່າທີ່ຄວນ; ການຫັນເອົາກົດໝາຍແຮ່ທາດ ມາສ້າງເປັນລະບຽບການ, ເປັນນິຕິກຳລຸ່ມກົດໝາຍ ເພື່ອເປັນເຄື່ອງມືນໍາ ໃຊ້ເຂົ້າໃນການຄຸ້ມຄອງການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ຍັງຊັກຊ້າ, ບໍ່ທັນເປັນລະບົບ ຄົບຊຸດ. ພ້ອມດຽວກັນນີ້, ການເຜີຍແຜ່, ໂຄສະນາເພື່ອສ້າງຄວາມຮັບຮູ້ກ່ຽວກັບເນື້ອໃນກົດໝາຍຍັງ ເຮັດໄດ້ໜ້ອຍ, ການບັງຄັບໃຊ້ກົດໝາຍ, ລະບຽບການຕ່າງໆທີ່ກ່ຽວຂ້ອງຍັງຂາດຄວາມສັກສິດນັບທັງ ການປະຕິບັດສັນຍາຕ່າງໆກໍຍັງມີຄວາມລະຫຼວມ. ສະນັ້ນ, ໃນໄລຍະຜ່ານມາ ຈຶ່ງມີຫຼາຍປະກົດການ ຫຍໍ້ທໍ້ເກີດຂຶ້ນນັບທັງຢູ່ເບື້ອງພາກລັດ ແລະ ເບື້ອງຜູ້ປະກອບການ. ສໍາລັບ ຢູ່ເບື້ອງລັດເຮົາ, ເດັ່ນກວ່າ ໝູ່ກໍແມ່ນການຄົ້ນຄວ້າ, ສຶກສາຂໍ້ມູນບໍ່ຊັດເຈນ, ຮັດກຸມ, ມີການອະນຸມັດໃຫ້ດໍາເນີນການຊະຊາຍ, ບໍ່ ສອດຄ່ອງກັບກົດໝາຍ ແລະ ມາດຕະການຕໍ່ຜູ້ລະເມີດຍັງຕໍ່າ, ເບື້ອງຜູ້ປະກອບການກໍມີຫຼາຍດ້ານ ເຊັ່ນ: ມີສະພາບການລັກລອບຂຸດຄົ້ນ, ເຊື່ອງອຳ, ການປະຕິບັດສັນຍາ, ພັນທະດ້ານຕ່າງໆບໍ່ຖືກຕ້ອງ, ເຂັ້ມງວດ ແລະ ທັນເວລາ…

          ທ່ານ ສູນທອນ ລາວໂລ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ແລະ ລະດັບຄາດໝາຍໃນການຈັດກອງປະຊຸມເທື່ອນີ້ ເພື່ອເປັນການແລກປ່ຽນຄໍາ ຄິດເຫັນຕໍ່ວຽກງານການຄຸ້ມຄອງບໍ່ແຮ່ ໂດຍສະເພາະບັນຫາ ຫຼື ສະພາບການທີ່ສັງຄົມມີຄວາມສົນໃຈ ທັງໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມນັ້ນ ຈະໄດ້ຖືເອົາເວທິການສົນທະນາ ນີ້ ເປັນເວທີໃນການຖອດຖອນບົດຮຽນກ່ຽວກັບການພັດທະນາວຽກງານບໍ່ແຮ່. ຊຶ່ງພວກເຮົາຈະໄດ້ຟັງ ການລາຍງານຫຍໍ້ສະພາບການຄຸ້ມຄອງ ແລະ ສິ່ງທ້າທາຍວຽກງານ ທໍລະນີສາດ ແລະ ບໍ່ແຮ່, ການ ແລກປ່ຽນຄໍາຄິດເຫັນຂອງນັກສຳມະນາກອນ ແລະ ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມທັງຫຼາຍ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506