
ໃນຕອນເຊົ້າຂອງວັນທີ່ 24 ມີນາ 2023 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ຜ່ານທິດທາງແຜນການປີ 2023, ໂດຍການ ໃຫ້ກຽດເປັນປະທານຂອງ ທ່ານ ປອ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີຄະນະສະພາບໍລິຫານ ລຮລ, ຫ້ອງການ, ບັນດາກົມ ແລະ ສະຖາບັນ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ລັດວິສາຫະກິດໃນຂະແໜງພະລັງງານ ແລະ ບໍ່ແຮ່, ພະນັກງານອາວຸໂສບໍານານ ແລະ ພະນັກງານ ລຮລ ເຂົ້າ ຮ່ວມຢ່າງພ້ອມພຽງ.

ທ່ານ ມານະສີນ ວົງໄຊ ຜູ້ອຳນວຍການ ລຮລ ໄດ້ລາຍງານຜົນສຳເລັດໃນການດໍາເນີນທຸລະກິດປະຈຳປີ 2022 ຈຶ່ງສາມາດສ້າງລາຍຮັບໄດ້ທັງໝົດ 48,18 ລ້ານໂດລາ ສຫລ ເມື່ອທຽບໃສ່ປີ 2021 ເພີ່ມຂຶ້ນ 17,10%. ມີຜົນກໍາໄລທ້າຍປີ 25,17 ລ້ານໂດລາ ສຫລ, ຊຳລະຕົ້ນທຶນ ແລະ ດອກເບ້ຍໃຫ້ກະຊວງການເງິນໄດ້ຕາມ ສັນຍາ 41,82 ລ້ານໂດລາ ສຫລ ແລະ ມອບພັນທະອາກອນ 4,63 ລ້ານໂດລາ ສຫລ. ບັນດາໂຄງການທີ່ ລຮລ ຮ່ວມຖືຮຸ້ນໃນປະຈຸບັນ ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.427 GWh. ໃນນັ້ນ, ໂຄງການ ໄຟຟ້ານໍ້າເທີນ 2 ຜະລິດໄດ້ 4.426 GWh, ໂຄງການໄຟຟ້າຄວາມຮ້ອນຫົງສາຫະລິດໄດ້ 12,180 GWh ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ 1,896 GWh ແລະ ໂຄງການໄຟຟ້ານ້ຳງຽບ 1 ຜະລິດໄດ້ 925 GWh. ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1.172,57 ລ້ານໂດລາ ສຫລ ແລະ ໄດ້ຈ່າຍພັນທະໃຫ້ລັດຖະບານ ຕາມສັນຍາສໍາປະທານ ຈໍານວນ 34,88 ລ້ານໂດລາ ສຫລ ແລະ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງຮູ້ ນໍາພາຮອບດ້ານ 10 ສະໄໝຕິດຕໍ່ກັນ (ປີ 2008-2017) ແລະ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ສະໄໝຕິດຕໍ່ກັນ (2019 2021).







