ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້ານໍ້າເທີນ2 ຈຳກັດ ເຂົ້າຢ້ຽມຂໍ່ານັບ ທ່ານ ນາຍົກລັດຖະມົນຕີ

          ຕອນເຊົ້າວັນທີ 29 ສິງຫາ 2023 ຢູ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກອັງຕວນ ຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້ານໍ້າເທີນ2 ຈຳກັດ ພ້ອມດ້ວຍຄະນະ ເພື່ອລາຍງານສະພາບການບໍລິຫານຈັດການໂຄງການ ແລະ ການບໍລິຫານຈັດການນໍ້າ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ2 ໃນປັດຈຸບັນ ໂດຍສະເພາະໃນລະດູຝົນ ແລະ ແຜນການໃນຕໍ່ໜ້າ.

           ໃນໂອກາດດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍບໍລິສັດໄຟຟ້ານໍ້າເທີນ2 ຈໍາກັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໃນຖານະທີ່ເປັນຜູ້ພັດທະນາໂຄງການໄຟຟ້ານໍ້າເທີນ2 ເຊິ່ງເປັນໂຄງການໜຶ່ງທີ່ມີປະສິດທິພາບ ແລະ ມີປະສິດທິຜົນສູງ ໃນການບໍລິຫານຈັດການໂຄງການ. ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບໍລິສັດໄຟຟ້ານໍ້າເທີນ2 ຈຳກັດ ສືບຕໍ່ປະກອບສ່ວນຊ່ວຍເຫຼືອສັງຄົມ ໃນນີ້ໃຫ້ເອົາໃຈໃສ່ແກ້ໄຂຊີວິດການເປັນຂອງປະຊາຊົນທີ່ອາໄສໃນເຂດອ່າງໂຕ່ງຂອງໂຄງການ ໃຫ້ມີຊີວິດທີ່ດີຂືຶ້ນ ເນື່ອງຈາກວ່າມີປະຊາຊົນຈຳນວນໜຶ່ງ ຍັງພົບຄວາມຫຍຸ້ງຍາກໃນຫຼາຍດ້ານເຊັ່ນ: ບໍ່ມີພື້ນທີ່ທຳການຜະລິດທີ່ພຽງພໍ ແລະ ໝັ້ນຄົງ, ບໍ່ມີເສັ້ນທາງ, ໄຟຟ້າ, ນໍ້າປະປາ ເຂົ້າເຖິງ ເຮັດໃຫ້ເຂົາເຈົ້າຕ້ອງອາໄສການຕັດໄມ້ທຳລາຍປ່າ ເພື່ອເຮັດໄຮ່ປູກເຂົ້າ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ລະບົບນິເວດຂອງໂຄງການໃນໄລຍະຍາວ.

        ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລືກັນໃນຫລາຍບັນຫາ ທີ່ທັງສອງ ທ່ານ ມີຄວາມຮັບສົນໃຈເປັນຕົ້ນແມ່ນ: ແຜນການພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນຢູ່ໜ້າອ່າງນໍ້າເທີນ2, ໂຄງການພັດທະນາຟາມສະໂຕເຣສ, ການສ້າງຕັ້ງຄະນະຮັບຜິດຊອບສຶກສາຄວາມເປັນໄປໄດ້ກ່ຽວກັບການຄຸ້ມຄອງບໍລິຫານໂຄງການເຂື່ອນໄຟຟ້ານໍ້າເທີນ2 ພາຍຫຼັງການປະຕິບັດສັນຍາສຳປະທານໂຄງການສິ້ນສຸດລົງ ແລະ ບັນຫາອື່ນໆ. ເຂົ້າຮ່ວມໃນພິທີຕ້ອຍຮັບ ແລະ ພົບປະຄັ້ງນີ້ ຍັງມີຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍ: ຄຳແສງ ແກ້ວປະເສີດ