ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງ-ບູລະນະສ້ອມແປງເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກການຂົນສົ່ງພິເສດ

          ກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງ, ບູລະນະ ແລະ ສ້ອມແປງຄືນເສັ້ນທາງທີ່ໄດ້ຮັບຜົນກະທົບຈາກການຂົນສົ່ງພິເສດ (ຂົນສົ່ງອຸປະກອນເສົາໄຟຟ້າກັງຫັນລົມ ຂອງບໍລິສັດ ມອນຊູນວິນ ພາວເວີ້ ຈໍາກັດ ແລະ ຂົນສົ່ງແຮ່ບົກຊິດ ຂອງບໍລິສັດ ພັດທະນາແຮ່ທາດບົກຊິດລາວ ຈໍາກັດ) ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2024 ທີ່ຫ້ອງວ່າການປົກຄອງແຂວງເຊກອງ ໂດຍການເປັນປະທານຮ່ວມຂອງ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ອິນຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາ ທ່ານ ທີ່ມາຈາກຂະແໜງການກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ (ແຂວງເຊກອງ ແລະ ແຂວງຈໍາປາສັກ) ພ້ອມດ້ວຍຜູ້ພັດທະນາ 2ໂຄງການຄື: ບໍລິສັດ ມອນຊູນວິນ ພາວເວີ້ ຈໍາກັດ ແລະ ຂົນສົ່ງແຮ່ບົກຊິດ ຂອງບໍລິສັດ ພັດທະນາແຮ່ທາດບົກຊິດລາວ ຈໍາກັດ ເຂົ້າຮ່ວມ.
          ໃນວາລະການດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນ ຂອງການສໍາຫຼວດ ຕິດຕາມການນຳໃຊ້ ແລະ ວາງແຜນສ້ອມແປງຟື້ນຟູເສັ້ນທາງຫຼວງແຫ່ງຊາດເລກທີ 16ເບ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ກັບບໍລິສັດ ພັດທະນາ ແຮ່ທາດບົກຊິດລາວ ຈໍາກັດ ແລະ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ ໂດຍສະເພາະແມ່ນການກໍານົດບັນດາໜ້າວຽກ, ຂອບເຂດຄວາມຮັບຜິດຊອບ ແລະ ໄລຍະເວລາການຈັດຕັ້ງປະຕິບັດ; ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມປຶກສາຫາລື ສະບັບລົງວັນທີ 5 ມັງກອນ 2024 ກ່ຽວກັບການເກັບກໍາຂໍ້ມູນຄວາມເສຍຫາຍ, ຟື້ນຟູ, ບູລະນະຮັກສາ, ສ້ອມແປງ ແລະ ນໍາໃຊ້ເສັ້ນທາງຫຼວງແຫ່ງຊາດ 16, 16ເບ ແລະ ເສັ້ນທາງຫຼວງທ້ອງຖິ່ນ. ພ້ອມນີ້, ກໍຍັງມີການສະເໜີ, ຄົ້ນຄວ້າປະກອບຄໍາຄິດເຫັນຂອງຂະແໜງການຕ່າງໆ ເພື່ອເຮັດໃຫ້ການບູລະນະ-ສ້ອມແປງເສັ້ນທາງດັ່ງກ່າວ ຖືກຕ້ອງຕາມເຕັກນິກ ແລະ ມີຜົນສໍາເລັດຕາມຄາດໝາຍແຜນການທີ່ວາງໄວ້.

          ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ເສັ້ນທາງ 16 ເບ (ເຊກອງ-ດາກຈຶງ-ຊາຍແດນລາວຫວຽດນາມ) ເປັນເສັ້ນທາງຍຸດທະສາດ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການໄປ-ມາຫາສູ່, ແລກປ່ຽນຊື້-ຂາຍສິນຄ້າຂອງປະຊາຊົນ ກໍຄື ການພັດທະນາເສດຖະກິດ-ສັງຄົມ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວພາຍໃນແຂວງມີບັນຍາກາດຟົດຟື້ນ ແລະ ເປັນເງື່ອນໄຂໃຫ້ແກ່ການຍົກລະດັບດ່ານດາກຕະອອກ ຂຶ້ນເປັນດ່ານສາກົນ, ປະຕິບັດນະໂຍບາຍເຊື່ອມໂຍງ-ເຊື່ອມຈອດແລວເສດຖະກິດຕະເວັນອອກ-ຕະເວັນຕົກ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບໍລິສັດ ປະສານສົມທົບກັບຂະແໜງການກ່ຽວຂ້ອງພາກລັດ, ລົງສໍາຫຼວດ, ເກັບກໍາຂໍ້ມູນການດ້ານຕ່າງໆໃຫ້ລະອຽດ ແລະ ຊຸກຍູ້ໃຫ້ບໍລິສັດລົງມືປັບປູງ, ບູລະນະ-ສ້ອມແປງໂດຍໄວ ເພື່ອຫຼຸດຜ່ອນຫາງສຽງຈົ່ມວ່າຂອງປະຊາຊົນ ແລະ ອໍານວຍຄວາມສະດວກສະບາຍໃຫ້ແກ່ການໄປ-ມາຂອງປະຊາຊົນໃຫ້ດີຂຶ້ນ.

ແຫຼ່ງຂ່າວຂ່າວ: ເຟສບຸກ ຂ່າວເຊກອງ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506