ທ່ານ ລັດຖະມົນຕີ ຕ້ອນຮັບທູດບັນດາປະເທດເພື່ອນມິດເຂົ້າຢ້ຽມຂໍ່ານັບ ແລະ ພົບປະ

ຕອນເຊົ້າວັນທີ 19 ມັງກອນ 2022 ນີ້, ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບທູດບັນດາປະເທດເພື່ອນມິດເຂົ້າຢ້ຽມຢາມ ແລະ ພົບປະຄື: ໃນເວລາ 9:00 ໂມງ ໄດ້ຕ້ອນຮັບ ທ່ານ Dinkar Asthana ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປລາວ. ການພົບປະ, ປຶກສາຫາລືກັນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ ແລະ ສະໜິດສະໜົມ. ທ່ານ ລັດຖະມົນຕີ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືກະຊວງ ພະລັງງານ ແລະ ບໍ່ແຮ່ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນການສະໜອງເງິນກູ້ດອກເບ້ຍຕໍ່າໃນໂຄງການຂະຫຍາຍລະບົບສາຍສົ່ງແຮງສູງຢູ່ພາກໃຕ້ຢູ່ ສປປລາວ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ສະເໜີໃຫ້ ທ່ານ ທູດສືບຕໍ່ສະໜັບສະໜູນ ແລະ ຄົ້ນຂວາຍນັກລົງທຶນຂອງ ອິນເດຍ ເຂົ້າມາລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ເນື່ອງຈາກ ສປປລາວ ກໍ່ເປັນປະເທດໜຶ່ງ ທີ່ມີທ່າແຮງໃນຫຼາຍດ້ານ ເປັນຕົ້ນແມ່ນ: ທ່າແຮງດ້ານການພັດທະນາພະລັງງານໄຟຟ້າຈາກພະລັງນໍ້າ, ແສງແດດ, ພະລັງງານລົມ ແລະ ພະລັງງານຊີວະມວນອື່ນໆ. ທາງດ້ານທ່ານ ທູດ Dinkar Asthana ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ລັດຖະມົນຕີ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ຄົນໃໝ່. ທ່ານ ທູດຢືນຢັ້ນວ່າ ອິນເດຍ ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ສປປລາວ ໂດຍສະເພາະໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເພື່ອຊຸກຍູ້ໃຫ້ ສປປລາວ ບັນລຸເປົ້າໝາຍສະຫັດສະວັດການພັດທະນາຂອງຕົນ.

ຕໍ່ມາ, ໃນເວລາ 10:00 ໂມງ ທ່ານ ລັດຖະມົນຕີ ໄດ້ຕ້ອນຮັບ ທ່ານ Jamsran BYAMBASUREN ເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈຳ ສປປລາວ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະປຶກສາຫາລືກັນ ເນື່ອງໃນໂອກາດເຂົ້າມາຮັບໜ້າທີ່ໃໝ່ ເປັນເອກອັກຄະລັດຖະທູດ ມົງໂກລີ ຄົນໃໝ່ປະຈຳ ສປປລາວ. ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ທູດທີ່ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກະອັກຄະລັດຖະທູດ ແຫ່ງ ມົງໂກລີ ຄົນໃໝ່ປະຈຳ ສປປລາວ. ພ້ອມກັນນີ້, ທ່ານ ລັດຖະມົນຕີກໍ່ໄດ້ລາຍງານຫຍໍ້ຜົນສຳເລັດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າໃຫ້ ທ່ານ ທູດຊາບວ່າ: ຮອດທ້າຍປີ 2021 ນີ້, ສປປລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງ​ຕິດຕັ້ງ 1 MW ຂຶ້ນ​ໄປ ມີທັງໝົດ 86 ແຫ່ງ  (ພະລັງງານນໍ້າ 73 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ), ລວມກໍາລັງຕິດຕັ້ງ 10.447,93 MW; ຄວາມອາດສາມາດຜະລິດພະລັງງານໄຟຟ້າ 54.050,93 GWh/ປີ; ມີສະຖານີທັງໝົດ 84 ແຫ່ງ; ອັດຕາການເຂົ້າເຖິງການຊົມໃຊ້ໄຟຟ້າບັນລຸໄດ້ 95% ຂອງຄອບຄົວໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ, ກໍສາມາດຂະຫຍາຍຕະຫຼາດສົ່ງອອກໄຟຟ້າໄດ້ 5 ປະເທດຄື: ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ມາເລເຊຍ. ສຳລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ມາຮອດປັດຈຸບັນ ນີ້, ມີບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດແລ້ວ ມີທັງໝົດ 217 ບໍລິສັດ 316 ກິດຈະການ ໃນນັ້ນ ດ້ານທໍລະນີສາດ-ແຮ່ທາດ 96 ບໍລິສັດ 116 ກິດຈະການ ແລະ ດ້ານບໍ່ແຮ່ 121 ບໍລິສັດ 200 ກິດຈະການ.

 

ທ່ານ ທູດ Jamsran BYAMBASUREN ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ຕະຫຼອດໄລຍະ 40 ກວ່າປີຜ່ານມາ ໂດຍສະເພາະແມ່ນວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການສຳຄັນໃນການຊຸກຍູ້ຕໍ່ການຈະເລີນເຕີບໂຕທາງດ້ານເສດຖະກິດແຫ່ງຊາດ ແລະ ທັງເປັນຂະແໜງການທີ່ຫັນເສດຖະກິດທຳມະຊາດ, ເຄິ່ງທຳມະຊາດຂອງ ສປປລາວ ໄປສູ່ເສດຖະກິດຕະຫຼາດ, ຫຼາຍໂຄງການລົງທຶນທາງດ້ານພະລັງງານ ແລະ ບໍ່ແຮ່ ກາຍເປັນໂຮງຈັກໂຮງງານຂະໜາດໃຫຍ່ ນຳໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝໃນການຄຸມຄອງ-ບໍລິຫານຈັດການ ໄດ້ຮັບການພັດທະນາຢ່າງໜັກແໜ້ນ ເຊິ່ງມີບາງໄລຍະ ກໍ່ມີລັກສະນະແບບກ້າວກະໂດດ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ແລະ ທ່ານ ທູດ ຍັງໄດ້ປຶກສາຫາລືກັນເຖິງການຄວາມຮ່ວມມືລະຫວ່າງສອງຝ່າຍໃນຕໍ່ໜ້າຕື່ມອີກ.

          ພາບ: ວຽງສະວັນ ປຣະດິດ

          ຂ່າວ: ຄຳແສງ ແກ້ວປະເສີດ