ທ່ານ ຮອງລັດຖະມົນຕີ ພົບປະ, ໂອ້ລົມ ພະນັກງານພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງ ຈຳປາສັກ

           ວັນທີ 4 ເມສາ 2024 ຜ່ານມານີ້, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເດີນທາງໄປຢ້ຽມຢາມ, ໂອ້ລົມ ແລະ ຊຸກຢູ້ການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບວຽກພະລັງງານ ແລະ ບໍ່ແຮ່ຢູ່ ແຂວງ ຈຳປາສັກ ໂດຍໄດຮັບການຕ້ອນຮັບຂອງ ທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ , ມີຄະນະພະແນກ, ຄະນະອຳນວຍການລັດວິສາຫະກິດໄຟຟ້າລາວສາຂາແຂວງ ພ້ອມດ້ວຍພະນັກງານ, ກຳມະກອນ ຂອງຂະແໜງການ ພະລັງງານ ແລະ ບໍ່ແຮ່ ລັດວິສາຫະກິດໄຟຟ້າລາວສາຂາແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

           ທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຕ່າງໜ້າໃຫ້ຄະນະພັກ, ຄະນະພະແນກ, ຜູ້ບໍລິຫານ ຟຟລ ແຂວງ ພ້ອມດ້ວຍພະນັກງານ, ກຳມະກອນ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງຈຳສັກ ລາຍງານຫຍໍ້ສະພາບທີ່ພົ້ນເດັ່ນ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງຈຳສັກ ໃຫ້ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຊາບ.

          ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນີ້ ທ່ານ ຮອງລັດຖະມົນຕີ ກໍ່ໄດ້ເນັ້ນໜັກໃຫ້ ຄະນະພັກ, ຄະນະພະແນກ ເອົາໃຈໃສ່ຊຸກຍູ້ໃຫ້ພະແໜງການພະລັງງານບໍ່ແຮ່ ພາຍໃນແຂວງໃຫ້ມີການປະສານງານ ແລະ ປຶກສາຫາຫຼືກັນພາຍໃນຂະແໜງການຂອງຕົນ, ສ້າງຄວາມສາມັກຄີ ແລະ ເຮັດວຽກຮ່ວມກັນ ໂດຍສະເພາະ ແມ່ນຊ່ວງໄລຍະການຂໍອະນຸຍາດ, ການຜ່ານແບບຂອງໂຄງການຕ່າງໆ, ການບໍລິການປະຊາຊົນ ແລະ ລູກຄ້າ ໃຫ້ເປັນໄປຕາມດຳລັດຂອງທ່ານ ນາຍົກລັດຖະມົນຕີ ຢ່າງວ່ອງໄວ ແລະ ທັນການ; ການເຮັດວຽກຂອງທ້ອງຖິ່ນ ໃຫ້ປະຕິບັດແບບມີລະບຽບຫຼັກການ ແລະ ອີງໃສ່ກົດໝາຍສະເພາະ ຂອງແຕ່ລະພາກສ່ວນ. ການດຳເນີນເອກະສານໃດໜຶ່ງຕ້ອງມີຂັ້ນຕອນລະອຽດ (Standard Operating Procedure ຫຼື SOP), ມີການກວດສອບແຕ່ລະຂັ້ນຕອນຢ່າງລະອຽດ ເພື່ອຮັບປະກັນການປະຕິບັດຂັ້ນຕອນຂອງບັນດາໂຄງການຢ່າງຖືກຕ້ອງຕາມລະບຽບ ກົດໝາຍ; ແຕ່ລະພາກສ່ວນຕ້ອງສ້າງແຜນການຊົມໃຊ້ພະລັງງານຢ່າງຊັດເຈນ ແລະ ແທດເໝາະກັບສະພາບຕົວຈິງ ແລ້ວນຳສົ່ງໃຫ້ສູນກາງນຳເຂົ້າໃນແຜນ PDP ແລ້ວຈຶ່ງສະເໜີລັດຖະບານພິຈາລະນາຕາມຂັ້ນຕອນ; ບັນຫາເລື່ອງເຂດພື້ນທີ່ທັບຊ້ອນແມ່ນໃຫ້ປຶກສາຫາລືກັນຄັກແນ່ບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນອີກ ຖ້າຫາກຕິດພັນກັບຂະແໜງການອື່ນ ແມ່ນໃຫ້ຮີບຮ້ອນປຶກສາຫາລື ແລະ ຫາວິທີທາງອອກຮ່ວມກັນໂດຍໄວ ເພື່ອຫຼີກລ່ຽງບໍ່ໃຫ້ເກີດຂໍ້ຫຍຸ້ງຍາກ ແລະ ສັບສົນ ໃນການເຮັດວຽກພາຍໃນ; ການຄຸ້ມຄອງໂຄງການຕ່າງໆ ເຫັນວ່າຍັງບໍ່ເດັດຂາດ, ເນັ້ນໜັກໃຫ້ຖືເອົາກົດໝາຍເປັນຫຼັກ.

ແຫຼ່ງຂ່າວ: ພບ ແຂວງຈຳປາສັກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506