
ຕອນຄໍ່າວັນທີ 17 ຕຸລາ 2022 ຢູ່ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ. ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ບໍລິສັດ CGN Energy Technology (Laos) co.,Ltd ລົງນາມໃນ ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເກັບກໍາຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການພະລັງງານສະອາດ ຄົບວົງຈອນ ຢູ່ 3 ແຂວງພາກເໜືອຄື: ຜົ້ງສາລີ, ຫຼວງນໍ້າທາ ແລະ ອຸດົມໄຊ ຄາດວ່າການໄລຍະການສຶກສາຄວາມເປັນໄປໄດ້ຄັ້ງນີ້ຈະໃຊ້ເວລາ 6 ເດືອນ. ຕາງໜ້າລັດຖະບານ ລົງນາມ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄ້າຍ ຫົວຫ່າງ ປະທານ ບໍລິສັດ Edra Power Holding/SDN Bhd ຕາງໜ້າໃຫ້ບໍລິສັດ. ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆ ຜົ້ງສາລີ, ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງໆ ຫຼວງນໍ້າທາ, ທ່ານ ຮອງເຈົ້າແຂວງໆ ອຸດົມໄຊ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີອັນເລີກງາມຍາມດີ ແລະ ມີຄວາມໝາຍສຳຄັນນີ້, ທ່ານ ຫຼີ ອີ້ ຫຼຸນ ອຳນວຍການ CGN Energy International Holdings Co., Limited (ສປ ຈີນ) ກ່າວວ່າ: ປັດຈຸບັນບໍລິສັດພວກເຮົາໄດ້ພັດທະນາໂຄງການພັດທະນາພະລັງງານສະອາດຢູ່ ສປ ຈີນທັງໝົດ 5 ແຫ່ງ ມູນຄ່າການລົງທຶນທັງໝົດ 900 ຕື້ຢວນ ສະກຸນເງິນຈີນ, ລວມກໍາລັງການຜະລິດ 72 ລ້ານກິໂລວັດໂມງ, ນອກຈາກນີ້, ບໍລິສັດ ຍັງໄດ້ດຳເນີນທຸລະກິດພັດທະນາພະລັງງານໄຟຟ້າສະອາດຢູ່ໃນບັນດາ ປະເທດໃນອາຊີຕາເວັນອອກສຽງໃຕ້, ອີຢິບ, ຝຣັ່ງ, ບຣາຊິນ ເຊິ່ງມີກຳລັງການຜະລິດຫຼາຍລ້ານກິໂລວັດໂມງຕໍ່ປີ.
ສໍາລັບການລົງນາມເທື່ອນີ້ແມ່ນປະຕິບັດຕາມຍຸດທະສາດ ພາຍໃຕ້ຄູ່ຮ່ວມຊາຕາກໍາດຽວກັບຂອງສອງປະເທດລາວ-ຈີນ ໃຫ້ປະສົບຜົນເປັນຈິງ ໂດຍສະເພາະແມ່ນ ການເຊື່ອມໂຍງດ້ານພະລັງງານໄຟຟ້າ ລະຫວ່າງ ສອງປະເທດແມ່ນມີຄວາມສໍາຄັນຫຼາຍ ເຊິ່ງຈະຊ່ວຍປ່ຽນແຜນການ ໃຫ້ເປັນການຈັດຕັ້ງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທໍາ.
ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ-ການລົງທຶນ ກ່າວວ່າ: ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອຈະກ້າວເຂົ້າສູ່ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າ ໂຄງການຈະສາມາດຈັດຕັ້ງປະຕິບັດເປັນຮູບປະທຳໃນຂັ້ນຕອນຕໍ່ໄປໂດຍໄວ້ນີ້.
ພາບ ແລະ ແຫຼ່ງຂໍ້ມູນ: ປະຊົນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ