ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບຣູໄນ ດາຣູຊາລາມ ຍົກລະດັບການພົວພັນຮ່ວມມືດ້ານພະລັງງານ.

            ເນື່ອງໃນໂອກາດການເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ປະເທດ ບຣູໄນ ດາຣູຊາລາມ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ລະຫວ່າງ ວັນທີ 24-26 ຕຸລາ 2022. ເພື່ອເປັນການເພີ່ມທະວີສາຍພົວພັນອັນແໜ້ນແຟ້ນຂອງສອງປະເທດໃຫ້ເພີ່ມພູນຄູນສ້າງຢ່າງຈິງໃຈຕໍ່ກັນ ລັດຖະບານທັງສອງໄດ້ເຫັນເຖິງທ່າແຮງໃນຂົງເຂດການຮ່ວມມືໃໝ່ ໂດຍສະເພາະຂົງເຂດທາງດ້ານພະລັງງານ ແລະ ຂົງເຂດທາງດ້ານກະສິກຳ. ເຊີ່ງໃນວັນທີ 25 ຕຸລາ 2022 ຕາງໜ້າ ລັດຖະບານ ສປປ ລາວ ໂດຍ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ຕາງໜ້າລັດຖະບານ ບຣູໄນ ດາຣູຊາລາມ ໂດຍ ທ່ານ DATO DR AMIN ABDULLAH ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ເປັນລັດຖະມົນຕີ ການເງິນ ແລະ ເສດຖະກິດ II ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໂດຍການຮັບກຽດຢ່າງສູງເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ເຈົ້າຊີວິດແຫ່ງ ບຣູໄນ ດາຣູຊາລາມ.

           ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບຣູໄນ ດາຣູຊາລາມ ສ້າງຂຶ້ນໂດຍມີຈຸດປະສົງ ເພື່ອເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນທີ່ມີຕໍ່ກັນຢ່າງເລິກເຊິ່ງ ລະຫວ່າງ ສອງລັດຖະບານ ລາວ-ບຣູໄນ ພ້ອມທັງເປັນການສ້າງກອບການເຮັດວຽກຊຸກຍູ້ໃຫ້ແກ່ການຮ່ວມມືຄວາມໝັ້ນຄົງທາງດ້ານພະລັງງານ ກັບ ບຣູໄນ ທີ່ລວມມີ 3 ກອບໜ້າ ວຽກຄື: 1./ ສຶກສາທ່າແຮງໃນການສົ່ງອອກ ແລະ ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຜະລິດຕະພັນນໍ້າມັນອື່ນໆ; 2./ ສຶກສາທ່າແຮງການພັດທະນາພະລັງງານທົດແທນ ແລະ ພະລັງງານທາງເລືອກ ລວມທັງ ເຕັກໂນໂລຢີທີ່ກ່ຽວຂ້ອງ ແລະ ; 3./ ສຶກສາການແລກປ່ຽນປະສົບການ ແລະ ເສີມຂະຫຍາຍການສ້າງຂີດຄວາມສາມາດ ລະຫວ່າງ ສອງປະເທດ.

          ພ້ອມນີ້, ເພື່ອເປັນການຜັນຂະຫຍາຍການຮ່ວມມືຢ່າງແຂງແຮງທະນົງແກ່ນ ທັງສອງຝ່າຍກໍ່ມີແຜນສືບຕໍ່ຮ່ວມກັນເຮັດວຽກລົງເລິກຕໍ່ບັນດາໜ້າວຽກພາຍໃຕ້ກອບ MOU ໃຫ້ໄດ້ຮັບໝາກຜົນອັນຈົບງາມ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື