ກະຊວງພະລັງງານ ແລະ ບໍ່ແຮ່ ປະກາດການຈັດຕັ້ງ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຫຼາຍຕຳແໜ່ງ

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ກຸມພາ 2024 ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກ, ຄະນະພັກກະຊວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

          ໃນພິທີ ສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານນິຕິກຳທີ່ກ່ຽວຂ້ອງເຊັ່ນ: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ພະນັກງານການນຳ ໄປຮັບໜ້າທີ່ໃໝ່; ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານ ແລະ ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ໃນນີ້ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ແຕ່ງຕັ້ງ

          ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນ ລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ກໍ່ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຈຳນວນ 2 ທ່ານ ຄື: ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ຂຶ້ນເປັນຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

          ພ້ອມກັນນີ້, ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງການເງິນ ວ່າດດ້ວຍການແຕ່ງຕັ້ງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ວົງສະກຸນ ຍິ່ງຍົງ ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວຜູ້ໃໝ່.

          ຕອນທ້າຍຂອງພິທີ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນໂອ້ລົມ ບາງຕອນ ສະຫາຍ ໄດ້ກ່າວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສໍາຄັນຂອງແນວທາງການຈັດຕັ້ງຂອງພັກເຮົາ ຊຶ່ງເນື້ອແທ້ກໍແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄໍາສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາເລກທີ 01 ຂອງລັດຖະບານວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ : “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາຕົວຈິງ” .

ການປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນຈັດວາງບຸກຄະລາກອນນໍາພາຂັ້ນຮອງລັດຖະມົນຕີ ແມ່ນແນໃສ່ເຮັດໃຫ້ຄຸນນະພາບຂອງກົງຈັກການຈັດຕັ້ງໄດ້ຮັບການປັບປຸງໄປຕາມທິດ “ ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ”, ເຮັດໃຫ້ການຈັດວາງພະນັກງານນໍາພາ-ຄຸ້ມຄອງເຂົ້າໃນຕໍາ ແໜ່ງງານຕ່າງໆໃຫ້ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະ ເຮັດໃຫ້ການເຄື່ອນໄຫວມີປະສິດທິຜົນສູງຂຶ້ນ ຊຶ່ງການປັບປຸງໃນເທື່ອນີ້ອາດຈະມີບາງສະຫາຍຍ້າຍໄປເຮັດວຽກໃໝ່ ແລະ ຍ້າຍໄປນໍາພາບ່ອນໃໝ່ທີ່ເໝາະສົມ ຊຶ່ງຈຸດປະສົງ ແລະ ລະດັບຄາດໝາຍຂອງການປັບປຸງກົງຈັກການຈັດຕັ້ງຂອງກະຊວງພວກເຮົາ ກໍແມ່ນແນໃສ່ເພື່ອໃຫ້ການຈັດຕັ້ງ ຂອງກະຊວງ ສອດຄ່ອງກັບຈຸດພິເສດ, ສະພາບການ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຮັດໜ້າທີ່ການເມືອງຂອງຂະ ແໜງການພວກເຮົາ, ໂດຍສະເພາະແມ່ນເພື່ອຮອງຮັບການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນໄລຍະໃໝ່.

          ໂດຍຢຶດໝັ້ນຕາມທິດຊີ້ນໍາຂອງພັກທີ່ວ່າ : ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈໍາການຕາມເງື່ອນໄຂຕົວຈິງ” ຊຶ່ງການປັບປຸງກົງຈັກການຈັດຕັ້ງເທື່ອນີ້ ແມ່ນພວກເຮົາໄດ້ປະຕິບັດຢ່າງຖືກຕ້ອງຕາມຫຼັກການ ລວມສູນປະຊາທິປະໄຕ, ໄດ້ຜ່ານການຄົ້ນຄວ້າ, ຕົກລົງເປັນໝູ່ຄະນະ, ອັນສໍາຄັນແມ່ນພວກເຮົາໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ໂດຍຜ່ານການຈັດຕັ້ງຄົ້ນຄວ້າ, ທາບທາມ, ປຶກສາຫາລືຂອງຄະນະປະຈໍາພັກ ແລະ ພາກສ່ວນທີ່ກ່ຽວຂ້ອງຫຼາຍຫຼົບຫຼາຍຕ່າວ.ນອກຈາກນີ້, ໄລຍະທີ່ຜ່ານມາ, ຂະແໜງການຂອງພວກເຮົາ ກໍໃຫ້ສັບຊ້ອນຫັນເອົາພະນັກງານຫຼັກແຫຼ່ງຈໍານວນໜຶ່ງ ລົງໄປຮາກຖານເພື່ອເກັບກ່ຽວເອົາປະສົບການຕົວຈິງ ຊຶ່ງຜ່ານມາຂະແໜງການຂອງພວກເຮົາກໍໄດ້ປະຕິບັດມາແລ້ວເປັນຕົ້ນແມ່ນການຫັນລົງຢູ່ : ນະຄອນຫຼວງວຽງຈັນ, ແຂວງ ໄຊສົມບູນ, ແຂວງ ອຸດົມໄຊ, ແຊວງ ໄຊຍະບູລີ, ແຂວງ ສາລະວັນ ແລະ ແຂວງ ເຊກອງ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506