
ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນຢູ່ເມືອງ ວັງວຽງ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຜູ້ຊີ້ນຳວຽກງານການປັບປຸງກົດໝາຍວ່າດ້ວຍແຮ່ທາດ, ມີຜູ້ຕາງໜ້າຈາກ ຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກ, ກະຊວງ ຍຸດຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານປະທານ ໄດ້ກ່າວຕື່ມວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮັບການມອບໝາຍຈາກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຂ້າພະເຈົ້າເປັນປະທານກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017 ໃນມື້ນີ້,

ກົດໝາຍວ່າດ້ວຍແຮ່ທາດ ໄດ້ຖືກປັບປຸງ ເປັນຄັ້ງທີ 3 (ປັບປຸງຄັ້ງທີ 1 ໃນປີ 2008, ປັບປຸງຄັ້ງທີ 2 ໃນປີ 2011 ແລະ ປັບປຸງ ຄັ້ງທີ 3 ປີ 2017) ຈຸດປະສົງຂອງການປັບປຸງ ກໍເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປົກປັກຮັກສາຊັບພະຍາກອນແຮ່ທາດໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ, ຖືກຕ້ອງ, ຊັດເຈນ, ຮັດກຸມ, ມີຄວາມໂປ່ງໃສ, ສອດຄ່ອງກັບຫຼັກການຂອງສາກົນ ແລະ ພາກພື້ນກ່ຽວກັບການດໍາເນີນທຸລະກິດກ່ຽວກັບແຮ່ທາດ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດໄດ້ວາງອອກ, ສອດຄ່ອງກັບສະພາວະຄວາມເປັນຈິງຂອງການຂະຫຍາຍຕົວຂອງສັງຄົມໃນແຕ່ລະໄລຍະ.

ພາຍຫຼັງກົດໝາຍວ່າດ້ວຍແຮ່ທາດ ສະບັບປີ 2017 ໄດ້ຖືກຮັບຮອງ ແລະ ປະກາດໃຊ້,ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ໂຄສະນາ ເຜີຍແຜ່ເນື້ອໃນຂອງກົດໝາຍວ່າດ້ວຍແຮ່ທາດ ລວມທັງບັນດາລະບຽບການທີ່ຕິດພັນກັບວຽກງານບໍ່ແຮ່ ແລະ ທໍລະນີສາດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ພາກລັດ ແລະ ຜູ້ລົງທຶນ ໄດ້ຮັບຊາບ, ມີຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດໃນໄລຍະຜ່ານມາ ເຫັນວ່າ ໄດ້ເປັນເຄື່ອງມືໃນການເອື້ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນດ້ານແຮ່ທາດ ແລະ ບໍ່ແຮ່ ໄດ້ດີພໍສົມຄວນ, ແຕ່ຄຽງຄູ່ກັບດ້ານດີນັ້ນ ເຫັນວ່າ ການອະນຸມັດລົງທຶນຍັງມີຫຼາຍຂັ້ນຕອນ, ບໍ່ທັນຈະແຈ້ງ. ການແບ່ງຂອບເຂດສິດ ແລະ ໜ້າທີ່ໃນການຄຸ້ມຄອງກ່ຽວກັບວຽກງານແຮ່ທາດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ຂາດຕົວ, ການພິຈາລະນາກ້າວເຂົ້າສູ່ຂັ້ນຕອນການຂຸດຄົ້ນ ໃຊ້ເວລາດົນພໍສົມຄວນ, ມີບາງການຈັບຈອງເນື້ອທີ່ເຂດສໍາປະທານ, ການປະຕິບັດພັນທະທາງດ້ານການເງິນຕໍ່ລັດຍັງບໍ່ໄປຕາມສັນຍາ ແລະ ກົດໝາຍ, ມາດຕະການຮັກສາຄວາມປອດໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ ຍັງບໍ່ໄດ້ຖືກຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.

ຕໍ່ກັບບັນຫາດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍແຮ່ທາດ ຕາມເອກກະສານເລກທີ 707/ພບ, ລົງວັນທີ 22 ມິຖຸນາ 2021. ຕໍ່ມາ ສະພາແຫ່ງຊາດ ຈຶ່ງໄດ້ບັນຈຸ ເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ ປີ 2023-2025 ສະບັບເລກທີ 02/ຄປຈ.ກກໝ, ລົງວັນທີ 28 ທັນວາ 2022. ໂດຍປະຕິບັດຕາມ ແຜນການສ້າງ ແລະ ປັບປຸງກົດໝາຍປະຈໍາປີ 2023 ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 01/ຄປຈ, ລົງວັນທີ 16 ມັງກອນ 2023 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 222/ຫສນຍ, ລົງວັນທີ 16 ກຸມພາ 2023 ກ່ຽວກັບການຢັ້ງຢືນຄວາມພ້ອມຂອງບັນດາກົດໝາຍ ທີ່ນອນໃນແຜນການສ້າງ ແລະ ປັບປຸງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ປະຈໍາປີ 2023;

ໃນນັ້ນ ຂະແໜງການພະລັງງານ ແລະ ບໍ່ແຮ່ ມີ 1 ກົດໝາຍ ຄື: ການປັບປຸງ ກົດໝາຍວ່າດ້ວຍແຮ່ທາດ ທີ່ຕ້ອງນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນລະຫວ່າງເດືອນມິຖຸນາ 2023 ນີ້.

ກອງປະຊຸມປັບປຸງກົດໝາຍວ່າດ້ວຍແຮ່ທາດ ໃນຄັ້ງນີ້ ເຫັນວ່າ ພົວພັນເຖິງຫຼາຍບັນຫາ, ຫຼາຍພາກສ່ວນ. ດັ່ງນັ້ນ ເພື່ອເຮັດໃຫ້ກອງປະຊຸມໃນເທື່ອນີ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ນັ້ນ, ໃນນາມປະທານກອງປະຊຸມຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງໄດ້ສຸມແນວຄວາມຄິດ, ສະຕິປັນຍາ ແລະ ຄວາມຮັບຜິດຊອບສູງ

ເຂົ້າໃນການຄົ້ນຄວ້າ, ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງກົດໝາຍວ່າດ້ວຍແຮ່ທາດໃນຄັ້ງນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບຕົວຈິງ.

ພາບ: ສົມສະນຸກ
ຂ່າວ: ພະແນກ ຄົ້ນຄວ້າສັງລວມປະຕູດຽວ ແລະ ນິຕິກຳ