
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2024 ຢູ່ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າຄະນະຊີ້ນຳ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ແລະ ສ້າງແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ X (2026-2030). ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມ.

ທ່ານ ຮອງລັດຖະມົນຕີ ກ່າວວ່າ: ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ, ເຖິງແມ່ນວ່າ ການພັດທະນາວຽກງານ ດ້ານພະລັງງານ ແລະ ບໍ່ແຮ່ ຈະໄດ້ເຮັດບົດບາດສໍາຄັນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍ່ຕາມ ເປັນຕົ້ນແມ່ນການປະກອບສ່ວນງົບປະມານຈາກໂຄງການຂຸດຄົ້ນແຮ່ທາດ, ການຊຸກຍູ້ສົງເສີມໃນການພັດທະນາແຫ່ງຜະລິດພະລັງງານໃໝ່ ເພື່ອຕອບສະໜອງການຊົມໃຊ້ພາຍໃນ ແລະ ສົ່ງອອກ; ແຕ່ພວກເຮົາກໍ່ຍັງປະສົບກັບຄວາມຫຍຸ້ງຍາກ ໃນຫຼາຍດ້ານ, ເປັນຕົ້ນແມ່ນ ການຄວາມຈໍາກັດທາງດ້ານທຶນຮອນເຂົ້ສໃນການພັດທະນາພື້ນຖານໂຄງລ່າງ, ບຸກຄະລາກອນ ທີ່ມີຄວາມຊໍານານງານ ຍັງຈໍາກັດທາງດ້ານປະລິມານ, ການກໍ່ສ້າງໂຄງການດ້ານພະລັງງານ (FDI) ທີ່ໄດ້ອະນຸມັດຜ່ານມາ ກໍ່ເຫັນວ່າຍັງມີຄວາມຫຼ້າຊ້າ ບໍ່ໄປຕາມແຜນທີ່ກໍານົດໄວ້,ການອະນຸມັດຫຼາຍໂຄງການສໍາປະທານຍັງມີບັນຫາທັບຊ້ອນກັນດ້ານເນື້ອທີ່ ຊຶ່ງຕ້ອງໄດ້ຮ່ວມກັນແກ້ໄຂເປັນແຕ່ລະໄລຍະ. ນອກຈາກນີ້, ການປະສົບບັນຫາການຜະລີດພະລັງງານໄຟຟ້າເຫຼືອໃນລະດູຝົນ ແຕ່ໃນລະດູແລ້ງ ບໍ່ພຽງພໍ, ລະບົບສາຍສົ່ງພາຍໃນ ຍັງຕ້ອງການຍົກລະດັບ ເພື່ອສາມາດເຊື່ອມໂຍງເຊື່ອມຈອດກັບລະບົບສາຍສົ່ງຂອງສາກົນ ເຊິ່ງເປັນກຸນແຈສຳຄັນໃນການສົ່ງອອກກະແສໄຟຟ້າໄປປະເທດເພື່ອນບ້ານ; ການຂະຫຍາຍຕາໜ່າງການຊົມໃຊ້ໄຟຟ້າໃນຊົນນະບົດຍັງສຶບຕໍ່ຕ້ອງການເສີມຂະຫຍາຍໃຫ້ທົ່ວເຖິງ, ພຽງພໍ ແລະ ໝັ້ນຄົງ; ການສົ່ງເສີມການປຸງແຕ່ພາຍໃນແຮ່ທາດ ຍັງບໍ່ສາມາດຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທໍາ ເພື່ອຫຼຸດຜ່ອນການສົ່ງອອກແຮ່ດິບ (ຕາມທິດນໍາຂອງຂັ້ນເທິງ).


