ທ່ານ ຮອງລັດຖະມົນຕີ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ສາທາລະນະລັດ ສິງກະໂປ ເຂົ້າພົບປະ

           ຕອນເຊົ້າວັນທີ 22 ກັນຍາ 2023 ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ Sudesh Maniar ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະ ທ່ານ ປະລິຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນໂອກາດເຂົ້າຮັບຕຳແໜ່ງໃໝ່. ເຊິ່ງການພົບປະຄັ້ງນີ້, ທັງສອ ທ່ານ ໄດ້ປຶກສາຫາລື ກ່ຽວກັບການເສີມຂະຫຍາຍການຮ່ວມມືລະຫວ່າງ ສປປລາວ ແລະ ສາທາລະນະລັດ ສິງກະໂປ ໃນການເຊື່ອມໂຍງດ້ານພະລັງງານ ທີ່ສອງປະເທດໄດ້ຮ່ວມມືກັນ ເປັນຕົ້ນແມ່ນໂຄງການຊື້-ຂາຍກະແສໄຟຟ້າ ໂດຍຜ່ານການຮ່ວມມື 4 ປະເທດຄື: ລາວ-ໄທ-ມາເລເຊຍ-ສິງກະໂປ ຫຼື LTMS ແລະ ເສີມຂະຫຍາຍພັດທະນາສາຍສົ່ງໄຟຟ້າແຮງສູງເພີ່ມຂຶ້ນຕື່ມ ເພື່ອການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ພ້ອມກັນສືບຕໍ່ຊຸກຍູ້, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດທີ່ມີມາແລ້ວນັ້ນ ໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຂຶ້ນຕື່ມ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງກ່າວຕ້ອນຮັບ ທ່ານ ທູດ ພ້ອມດ້ວຍຄະນະຢ່າງອົບອຸ່ນ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງພະລັງງານ ແລະ ບໍ່ແຮ່ໃນຄັ້ງນີ້ ແລະ ພ້ອມທັງສະແດງຄວາມຊົມເຊີຍທີ່ ທ່ານ ທູດ ໄດ້ເຂົ້າຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ຜູ້ໃໝ່ປະຈຳ ສປປລາວ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ບາງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ.

          ຂະນະທີ່ ທ່ານ ທູດ ໄດ້ຕີລາຄາສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ພ້ອມທັງຍົກໃຫ້ເຫັນເຖິງຜົນສຳເລັດການພັດທະນາອຸດສາຫະກຳພະລັງງານໄຟຟ້າ ແລະ ອຸດສາຫະກຳບໍ່ແຮ່ ຢູ່ ສປປລາວ ໂດຍສະເພາະແມ່ນຜົນສຳເລັດການພັດທະນາພະລັງງານໄຟຟ້າສະອາດ ເຊິ່ງເປັນຂະແໜງການທີ່ສຳຄັນ ທັງເປັນຜະລິດຕະພັນທີ່ ລັດຖະບານສິງກະໂປ ໃຫ້ຄວາມສຳຄັນ ແລະ ເປັນບູລິມະສິດໃນການນຳເຂົ້າຈາກ ສປປລາວ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ