ທ່ານ ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ຜ​ູ້​ແທນ​ທະ​ຫານ​ຂັ້ນ​ສູງ​ຂອງ ສ​ສ.ຫວຽດ​ນາມ ເຂົ້າ​ຢ້ຽມ​ຢາມ ແລະ ​ພົບ​ປະ

ຕອນ​ເຊົ້າ​ວັນ​ທີ 21 ມີ​ນາ 2022 ຜ່ານ​ມານີ້, ຢູ່​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່. ທ່ານ ປອ ດາວ​ວົງ ພອນ​ແກ້ວ ກຳ​ມະ​ການ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່​ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ ພົນ​ໂທ ຫງວນ ຢ໊ວນ ແອັງ ກຳ​ມະ​ການ​ສູນ​ກາງ​ພັກ​ຄ້ອມ​ມູ​ນິດ​ຫວຽດ​ນາມ, ​ຫົວ​ໜ້າ​ການ​ທະ​ຫານ​ເຂດ4 ສ​ສ.ຫວຽດ​ນາມ ໃນ​ໂອ​ກາດ​ເດີນ​ທາງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ​ເຮັດວຽກ​ຢູ່ ສ​ປ​ປ​ລ​າວ ຂອງ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ແຫ່ງ ສ​ສ.ຫວຽດ​ນາມ.

     ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ລັດ​ຖະ​ມົນ​ຕີ ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້​ສະ​ແດງ​ຄວາມ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ແລະ ສະ​ໜິດ​ສະ​ໜົມ ພ້ອມ​ທັງ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ ທ່ານ ຫົວ​ໜ້າ​ການ​ທະ​ຫານເຂດ 4 ແຫ່ງ ສ​ສ. ຫວຽດ​ນາມ ທີ່​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງກອງ​ທັບ​ຫວຽດ​ນາມ ຢ້ຽມ​ຢາມ ແລະ​ ເຮັດ​ວຽກ​ຢູ່ ສ​ປ​ປ​ລາວ ເວົ້າ​ລວມ, ເວົ້າ​ສະ​ເພາະ​ ​ການເຂົ້າ​ພົບ​ປະ, ໂອ້​ລົມ ແລະ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຕ່າງໆ ກັບ​ກະ​ຊວງ ພະ​ລັງ​ງານ ແລະ ບໍ່​ແຮ່. ພ້ອມ​ກັນ​ນີ້, ທ່ານ ລັດ​ຖະ​ມົນ​ຕີ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຢູ່​ ສ​ປ​ປ​ລາວ ແລະ ຜົນ​ສຳ​ເລັດ​ການ​ພັດ​ທະ​ນາ​ວຽກ​ງານ​ພະ​ລັງ​ງານ ແລະ ບໍ່​ແຮ່ ຂອງ​ລາວ​ໃນ​ໄລ​ຍະ 40 ປີ​ຜ່ານ​ມາ. ໃນ​ນີ້ ສ​ສ. ຫວຽດ​ນາມ ​ໃນ​ຖາ​ນະ​ທີ່ເປັນ​ປະ​ເທດ​​​ອ້າຍ​ນ້ອງ​ທີ່ມີຄວາມຜູກພັນກັນຢ່າງສະໜິດແໜ້ນມາໄດ້ຫຼາຍທົດສະວັດ ເຊິ່ງຍາມໃດ ສສ ຫວຽດນາມ ກໍ່ໄດ້ປະກອບສ່ວນຊ່ວຍເຫຼືອ ເຂົ້າໃນການພັດທະນາເສດຖະກິດ-ສັງ​ຄົມ ຂອງລາວ. ເວົ້າລວມເວົ້າສະເພາະຕໍ່ກັບວຽກງານໃນຂະແໜງພະລັງງານ ແລະ ບໍ່ແຮ່ ເຫັນ​ວ່າ ສ​ສ. ຫວຽດ​ນາມ ໄດ້ປະກອບສ່ວນໃນການພັດທະນາໃນຂະແໜງການ ພະ​ລັງ​ງານ ແລະ ບໍ່​ແຮ່ ຢ່າງຕັ້ງໜ້າ ບໍ່ວ່າຈະເປັນການພັດທະນາເຂື່ອນໄຟຟ້າເພື່ອສົ່ງອອກໄຟຟ້າໄປຫວຽດນາມ ລວມທັງການມາລົງທຶນໃນວຽກງານບໍ່ແຮ່. ມາຮອດປັດຈຸບັນ ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 18 ສັນຍາ (25 ໂຄງການ) ລວມກຳລັງຕິດຕັ້ງ 2.180 MW. ໃນນັ້ນ, ໄດ້ສົ່ງໄຟຂາຍອອກແລ້ວມີ 2 ສັນຍາ ຈາກ 03 ໂຄງການ ລວມກໍາລັງຕິດຕັ້ງ 572 MW ຄື: ເຊຂະໝານ 1, ເຊຂະໝານຊານໄຊ ແລະ ເຊຂະໝານ 3; ໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈສັນຍາຊື້ຂາຍໄຟຟ້າ (Tariff MOU) ກັບ EVN ມີ 05 ສັນຍາ (5 ໂຄງການ) ລວມກຳລັງຕິດຕັ້ງ 1.814 MW; ໂຄງການທີ່ໄດ້ຮັບການ​ຕົກລົງເຫັນດີດ້ານຫຼັກການ ຮັບຊື້ໄຟຈາກລັດຖະບານ ສສ ຫວຽດນາມ ມີ 06 ສັນຍາ (6 ໂຄງການ) ລວມກຳລັງຕິດຕັ້ງ 2.485 MW.

ສຳ​ລັບ​ໂຄງ​ການ​ຮ່ວມ​ມື ແລະ ລົງ​ທຶນ ດ້ານ​ທໍ​ລະ​ນີ​ສາດ ແລະ ບໍ່​ແຮ່ ມາ​ຮອດປະຈຸບັນ ​ໄດ້​ມີ​ບໍລິສັດ​ຈາກ ສ​ສ ຫວຽດ​ນາມ ​ເຂົ້າ​ມາລົງທຶນ​ການຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່​ທາດ​ ຢູ່ ສປປ ລາວ ທັງ​ໝົດ 17 ບໍລິສັດ, 21 ກິດຈະການ ໃນເນື້ອ​ທີ່ສຳ​ປະທານ​ທັງ​ໝົດ 18.209,83 ​ເຮັກຕາ, ຊຶ່ງກວມ​ເອົາ 8,65% ຂອງ​ເນື້ອ​ທີ່​ສຳ​ປະທານ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່ທາດທັງ​ໝົດທີ່ຂັ້ນສູນ​ກາງ​ອອກ​ອະນຸຍາດ. ການລົງທຶນໃນຂະແໜງຊອກຄົ້ນ-ສຳຫຼວດແຮ່ທາດ ມີ 8 ບໍລິສັດ 14 ກິດຈະການ; ໂຄງການຮ່ວມມື (ການຊ່ວຍເຫຼືອລ້າ) ຂອງ​ລັດ​ຖະ​ບານ ຫວຽກ​ນາມ ໃນການສໍາຫຼວດສ້າງຂໍ້ມູນພື້ນຖານທໍລະນີສາດ ແລະ ແຮ່ທາດ ໃຫ້ແກ່ລັດຖະບານ ສປປລາວ ລວມ​ມີ 3 ໂຄງ​ການ​ຄື: ໂຄງການ “ສໍາ​ຫຼວດສ້າງ​ແຜນ​ທີ່​ທໍລະນີ​ສາດ ​ແລະ ​ແຮ່​ທາດ ມາດຕາ​ສ່ວນ 1:200.000 ​ເຂດ​ເໜືອ​ວຽງ​ຈັນ – ​ໃຕ້​ຫຼວງ​ພະ​ບາງ”. ໂຄງການ​ດັ່ງກ່າວ ມີເນື້ອທີ່ ປະມານ 15.870 ກມ2 ກວມ​ເອົາ 4 ​ແຂວງ ​ໄດ້​ຄື: ​ແຂວງ​ວຽງ​ຈັນ, ຫຼວງ​ພະ​ບາງ, ຊຽງ​ຂວາງ ​ແລະ ​ແຂວງ​ໄຊ​ສົມບູນ ຊຶ່ງ​ໄດ້ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2013;  ໂຄງການ ສຶກສາ​ວິທະຍາສາດ ພາຍ​ໃຕ້​ຫົວ​ຂໍ້ “ສຶກສາຄົ້ນຄ້ວາຮອຍເລື່ອນ – ຫີນມາກມາ ແລະ ການກໍາເນີດແຮ່ກົ່ວ, ໂວນຟຣາມ, ຄໍາ ແລະ ແຮ່ທາດອື່ນໆ ບໍລິເວນທິດຕາເວັນຕົກສ່ຽງເໜືອເຫງ້ອານ – ຊໍາເໜືອ”. ​ໂຄງການ​ດັ່ງກ່າວ ມີ​ເນື້ອ​ທີ່ທັງ​ໝົດ ປະມານ 9.400 ກມ2 ແລະ ໂຄງການ “ສໍາ​ຫຼວດສ້າງ​ແຜນ​ທີ່​ທໍລະນີ​ສາດ ​ແລະ ​ແຮ່​ທາດ ມາດຕາ​ສ່ວນ 1:200.000 ​ເຂດບໍລິ​ຄໍາ​ໄຊ – ​ໄຊ​ສົມບູນ” ມູນ​ຄ່າ​ຂອງ​ໂຄງ​ການ​ທີ່​ໄດ້​ຮັບ​ການອະ​ນຸ​ມັດທັງ​ໝົດ 1.000.000.000 ​ດົງ ຫຼື ປະມານ 50.000 ໂດລາ ສາ ຫະລັດ.

ທ່ານ ພົນ​ໂທ ຫງວນ ຢ໊ວນ ແອັງ ກຳ​ມະ​ການ​ສູນ​ກາງ​ພັກ​ຄ້ອມ​ມູ​ນິດ​ຫວຽດ​ນາມ, ​ຫົວ​ໜ້າ​ການ​ທະ​ຫານ​ເຂດ4 ສ​ສ.ຫວຽດ​ນາມ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່ ທ່ານ ລັດ​ຖະ​ມົນ​ຕີ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ ແລະ ລາຍ​ງານ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ​ລາວ ໂດຍ​ຫຍໍ້. ພິ​ເສດ​ການ​ລາຍ​ງານ​ສະ​ພາບ​ການ​ຮ່ວມ​ມື ແລະ ລົງ​ທຶນ ຂອງ ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ​ຂອງ ສ​ສ.ຫວຽດ​ນາມ ຢູ່ ສ​ປ​ປ​ລາວ ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່ ເຊິ່ງ​ເປັນ​ນິ​ມິດ​ໝາຍ​ທີ່​ດີ ແລະ ພ້ອມ​ສືບ​ຕໍ່​ເສີມ​ຂະ​ຫຍາຍ, ສົ່ງ​ເສີມ​ໃຫ້​ນັກ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ ເຂົ້າ​ມາ​ລົງ​ທຶນ​ຢູ່ ສ​ປ​ປ​ລາວ ນັບ​ມື ນັບຫຼາຍ​ຂຶ້ນ​ ໄປ​ພ້ອມໆ​ກັບ​ການ​ຮັບ​ປະ​ກັນ​ດ້ານ​ປະ​ສິດ​ຜົນ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ສູ່ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ສອງ​ຊາດ​ລາວ-ຫວຽດ​ນາມ.

 

ແຫຼ່ງ​ຂໍ້​ມູນ : ກົມ​ແຜນ​ການ ແລະ ການ​ຮ່ວມ​ມື

ພາບ: ວຽງ​ສະ​ຫວັນ ປ​ຣະ​ດິດ

ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ