ທ່ານ ລັດຖະມົນຕີ ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 41 ທີ່ສາທາລະນະລັດ ອິນໂດເນເຊຍ

          ລະຫວ່າງວັນທີ 22-25 ສິງຫາ 2023 ຜ່ານມານີ້, ຄະນະຜູ້ແທນ ສປປລາວ ນໍາໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 41 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ FORTY-FIRST ASEAN MINISTERS ON ENERGY MEETING (41st AMEM) ທີ່ ເກາະບາຫຼີ, ສາທາລະນະລັດ ອິນໂດເນເຊຍ, ເຊິ່ງເປັນຄັ້ງທໍາອິດທີ່ຈັດຂຶ້ນໃນຮູບແບບເຊິ່ງໜ້າ ພາຍຫຼັງສະຖານະການ ການລະບາດຂອງພະຍາດໂຄວິດ-19 ໄດ້ກັບຄືນມາສູ່ສະພາບປົກກະຕິ ໂດຍມີ ລັດຖະມົນຕີ, ຮອງລັດຖະມົນຕີທີ່ຮັບຜິດຊອບດ້ານພະລັງງານຈາກບັນດາປະເທດສະມາຊິກອາຊຽນ, ອາຊຽນບວກ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

         ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ລັດຖະມົນຕີ ໄດ້ຮັບກຽດ ກ່າວເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 41 ຮ່ວມກັບ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນຖານະປະທານກອງປະຊຸມ, ທ່ານ ຮອງລັດຖະມົນຕີກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອາຈັກ ກໍາປູເຈຍ. ຈຸດປະສົງຂອງກອງປະຊຸມ ໂດຍລວມແມ່ນເພື່ອລາຍງານກ່ຽວກັບບັນດາບົດສະຫຼຸບຂອງທຸກໜ້າວຽກຍ່ອຍພາຍໃຕ້ແຜນວຽກ APAECໄລຍະII: 2021-2025, ບົດລາຍງານການທົບທວນກາງສະໄໝຂອງແຜນວຽກ APAEC ໄລຍະII: 2021-2025 ແລະ ການກະກຽມ APAEC ຮອບຕໍ່ໄປ, ເຊິ່ງເຫັນວ່າການຈັດຕັ້ງປະຕິບັດແຜນ APAEC ໄລຍະທີII ນີ້ແມ່ນມີຄວາມຄືບໜ້າດີ ສາມາດຕີເປັນຄະແນນໃນການທົບທວນກາງສະໄໝຂອງແຜນວຽກປະຕິບັດໄດ້ຄະແນນ 4,3 ຈາກຄະແນນເຕັມ 5.

          ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ ຄັ້ງທີ 41 ແມ່ນໄດ້ແບ່ງອອກເປັນ 3 ກອງປະຊຸມຍ່ອຍ ຄື:
1. ກອງປະຊຸມຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານ SOME ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນ AMEM ຄັ້ງທີ 41 ເຊິ່ງອັນພົ້ນເດັ່ນ ແມ່ນໄດ້ມີການປຶກສາຫາລືກ່ຽວກັບຮູບແບບການລົງນາມໃນການຕໍ່ອາຍຸບົດບັນທຶກຄວາມເຂົ້າໃຈ (Instrument of Extension ASEAN Power Grid MOU) ສະບັບຊົ່ວຄາວ ເຊິ່ງ ສປປ ລາວ, ອິນໂດເນເຊຍ ແລະ ບຣູໄນ ແມ່ນໄດ້ຮັບແຈ້ງການຈາກລັດຖະບານຂອງແຕ່ລະປະເທດໃນການລົງນາມເອກະສານດັ່ງກ່າວ ສໍາລັບປະເທດສະມາຊິກອາຊຽນອື່ນໆ ແມ່ນຍັງຢູ່ໃນຂັ້ນຕອນໃນການຮັບຮອງ (Full power) ແລະ ຈະໃຫ້ສໍາເລັດໂດຍໄວ;
2. ກອງປະຊຸມ SOME+3 ກະກຽມໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ+3 (AMEM+3) ຄັ້ງທີ 20; ເປັນກອງປະຊຸມຮ່ວມກັບ ບັນດາຫົວໜ້າຂອງແຕ່ລະວຽກຍ່ອຍ ໂດຍເນື້ອໃນຫຼັກແມ່ນການສະຫຼຸບວຽກທີ່ບັນດາປະເທດ ບວກສາມ (ຈີນ, ເກົາຫຼີ, ຍີ່ປຸ່ນ) ໄດ້ໃຫ້ການຊ່ວຍເຫຼືອແກ່ອາຊຽນໂດຍສະເພາະແມ່ນ ຄວາມໝັ້ນຄົງດ້ານພະລັງງານ,  ຕະຫຼາດນໍ້າມັນ ແລະ ອາຍແກັດ,  ພະລັງງານໃໝ່, ການປະຫຍັດພະລັງງານແລະ ພະລັງງານສະອາດ. ນອກຈາກນີ້ ຍັງໄດ້ລາຍງານກ່ຽວກັບຮ່າງຖະແຫຼງການຜູ້ນຳອາຊຽນບວກສາມ ASEAN Plus Three (APT) ໃນການພັດທະນາລະບົບນິເວດລົດໄຟຟ້າ ທີ່ຄາດວ່າຈະຮັບຮອງ ໃນ ກອງປະຊຸມສຸດຍອດອາຊຽນບວກສາມໃນເດືອນ ກັນຍາ 2023.
3. ກອງປະຊຸມ EAS ECTF ກະກຽມໃຫ້ກອງປະຊຸມລັດຖະມົນຕີພະລັງງານອາຊຽນ EAS EMM ຄັ້ງທີ 17 ເປັນກອງປະຊຸມຮ່ວມກັບບັນດາປະເທດຄູ່ຮ່ວມພັດທະນາ (ອົດສະຕາລີ, ສປ.ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ, ລັດ ເຊຍ ແລະ ສ. ອາເມລິກາ) ເພື່ອສະຫຼຸບການຈັດຕັ້ງປະຕິບັດບັນດາກິດຈະກຳພາຍໃຕ້ກອບອາຊີຕາເວັນອອກພະລັງງານ ປີ 2022/2023 ແລະ ແຜນວຽກຕໍ່ໜ້າ ທີ່ປະກອບມີການພັດທະນານໍ້າມັນເຊື້ອໄຟ ຊີວະພາບເຂົ້າສໍາລັບການຂົນສົ່ງ, ການປະຢັດພະລັງງານ, ການຜະລິດພະລັງງານທົດແທນ.

          ນອກຈາກເຂົ້າຮ່ວມກອງປະຊຸມລະດັບ ລັດຖະມົນຕີ ແລ້ວ, ທ່ານ ລັດຖະມັນຕີ ພ້ອມຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ 4 ປະເທດໃນຂອບການຮ່ວມມືການເຊື່ອມໂຍງພະລັງງານ ລາວ-ໄທ-ມາເລເຊຍ-ສິງກະໂປ ຫຼື LTMS ເຊິ່ງໄດ້ມີການຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີ 4 ປະເທດ ໂດຍຖະແຫຼງການຮ່ວມດັ່ງກ່າວຈະເປັນພື້ນຖານໜຶ່ງເພື່ອຢັ້ງຢືນຄືນໃຫ້ເຫັນເຖິງຄວາມຈິງໃຈການຮ່ວມມືຂອງທັງ 4 ປະເທດໃນການສືບຕໍ່ຊຸກຍູ້ຈັດຕັ້ງປະຕິບັດໂຄງການ LTMS ໃນໄລຍະຕໍ່ໄປ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ພົບປະສອງຝ່າຍກັບລັດຖະມົນຕີ ຂອງບັນດາປະເທດທີ່ໄດ້ມີການແລກປ່ຽນຊື້-ຂາຍພະລັງງານກັບ ສປປ ລາວ ເຊັ່ນ: ໄທ ແລະ ກຳປູເຈຍ ເພື່ອເປັນການຮັດແໜ້ນສາຍສໍາພັນລະຫວ່າງສອງປະເທດ ລວມທັງເພື່ອການຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນການພັດທະນາວຽກງານພະລັງງານ ໃຫ້ແຂງແຮງຍິ່ງຂຶ້ນ.

ພາບ ແລະ ແຫຼ່ງຂ່າວ: ກົມແຜນການ ແລະ ການຮ່ວມມື
ຮຽບຮຽງ: ຄຳແສງ ແກ້ວປະເສີດ