
ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຮອງລັດຖະມົນຕີ, ຄະນະກົມ, ສະຖາບັນ ແລະ ຜູ້ຕາງໜ້າຈາກລັດວິສາຫະກິດໄຟຟ້າລາວ ເຂົ້າຮ່ວມທັດສະນະສຶກສາ ແລະ ແລກປ່ຽນບົດຮຽນການພັດທະນາພະລັງງານໄຟຟ້າ ພາຍໃຕ້ໂຄງການ Power Sector Policy Advisor ຂອງອົງການ JICA ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 29/10 – 03/11/2023 ທີ່ ປະເທດຢີ່ປຸ່ນ.

ໃນມື້ທຳອິດຂອງການຢ້ຽມຢາມ, ຄະນະຜູ້ແທນຈາກ ສປປ ລາວ ນຳໂດຍ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ເຂົ້າຢ້ຽມຢາມສຳນັກງານໃຫຍ່ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ທີ່ໂຕກຽວ, ປະເທດຢີ່ປຸ່ນ, ແລະ ໄດ້ປຶກສາຫາລືຮ່ວມກັບທ່ານ Kawamura Kenichi, ຮອງປະທານອາວຸໂສຂອງອົງການໄຈກາ ກ່ຽວກັບຄວາມສໍາຄັນຂອງກິດຈະກໍາຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວໃນການຮັບປະກັນການສະຫນອງພະລັງງານທີ່ຫມັ້ນຄົງໃຫ້ແກ່ ພາຍໃນປະເທດ ແລະ ປະເທດເພື່ອນບ້ານ, ພ້ອມທັງນຳໃຊ້ຊັບພະຍາກອນພະລັງງານທົດແທນໃນປະເທດໄປສູ່ສັງຄົມທີ່ເປັນກາງຂອງຄາບອນ. ຈາກນັ້ນ ສອງຝ່າຍຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຊຸກຍູ້ການຮ່ວມມືໃນຕໍ່ໜ້າ.

ພ້ອມນັ້ນ, ຄະນະ ຜູ້ ແທນ ຍັງ ໄດ້ ຢ້ຽມຢາມ ກະຊວງ ເສດຖະກິດ, ການ ຄ້າ ແລະ ອຸດສາຫະກຳ (METI) ແລະ ໄດ້ ລົງ ນາມ ໃນ ສັນຍາການ ຮ່ວມ ມື (MOC) ກ່ຽວ ກັບ ຄູ່ ຮ່ວມ ມື ດ້ານ ພະລັງງານ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ຂອງ ສປປ ລາວ ແລະ ກະຊວງ ເສດຖະກິດ, ການ ຄ້າ ແລະ ອຸດສາຫະກຳ (METI) ຂອງປະເທດ ຍີ່ປຸ່ນ, ໃນ ວັນ ທີ 30 ຕຸລາ 2023; ເຊິ່ງຕາງໜ້າໃຫ້ຝ່າຍ ສປປ ລາວ ແມ່ນ ທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງ ພບ, ແລະ ຕາງໜ້າຝ່າຍຢີ່ປຸ່ນແມ່ນ ທ່ານ Yasuhiro MATSUYAMA, ຮອງປະທານອົງການຊັບພະຍາກອນທໍາມະຊາດ ແລະ ພະລັງງານ, ພ້ອມທັງສອງລັດຖະມົນຕີຂອງສອງກະຊວງເຂົ້າຮ່ວມເປັນສັກຂີພະຍານໃນການລົງນາມຄັ້ງນີ້. ທັງສອງກະຊວງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ການຮ່ວມມືເພື່ອລົງເລິກການປຶກສາຫາລື ກ່ຽວກັບ ການຮ່ວມມື ດ້ານພະລັງງານ ສອງ ຝ່າຍໃນອະນາຄົດ.

ນອກຈາກການເຂົ້າຢ້ຽມຄຳນັບ ຂອງ JICA ແລະ METI ແລ້ວ, ກໍມີການ ຢ້ຽມຢາມສະຖານທີ່ພາກສະໜາມ, ຈຸດປະສົງ ແມ່ນເພື່ອເຮັດໃຫ້ມີຄວາມເຂົ້າ ໃຈເລິກເຊິ່ງກ່ຽວກັບ ເຕັກໂນໂລຊີ ຂອງ ຍີ່ປຸ່ນ ທີ່ໃຊ້ກັບ ຂະແໜງ ພະລັງງານ ຢູ່ລາວ. ເນື່ອງຈາກປະເທດລາວມີທ່າແຮງໃນການຜະລິດ ແລະ ສະໜອງໄຮໂດເຈນສີຂຽວໂດຍນຳໃຊ້ພະລັງງານທົດແທນໃນອະນາຄົດ.

ຄະນະຜູ້ແທນໄດ້ໄປຢ້ຽມຢາມສູນ Yamanashi Hydrogen ເຊິ່ງໄດ້ເລີ່ມທົດລອງນຳໃຊ້ໃນລະບົບຕ່ອງໂສ້ການສະໜອງໄຟຟ້າແຫ່ງທຳອິດຂອງຍີ່ປຸ່ນ ທີ່ນຳໃຊ້ໄຮໂດເຈນທີ່ຜະລິດຈາກພະລັງງານແສງຕາເວັນ. ຄະນະຜູ້ແທນໄດ້ໄປຢ້ຽມຢາມ ເຂື່ອນໄຟຟ້າພະລັງງານນ້ຳແບບສູບກັບ (Pumped Storage Hydropower Plant) ຂອງ TEPCO.


