ທ່ານ ຮອງລັດຖະມົນຕີ ເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງໄຊຍະບູລີ

         ລະຫວ່າງວັນທີ 18-19 ພະຈິກ 2024 ນີ້ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງໄຊຍະບູລີ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ ໄຊພອນ ບຸນຊູ ວ່າການແທນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ພ້ອມດ້ວຍຄະນະພັກ, ຄະນະພະແນກ ແລະ ພະນັກງານພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ.

          ໃນໂອກາດເຄື່ອນໄຫວວຽກງານວິຊາສະເພາະຢູ່ແຂວງໄຊຍະບູລີ ຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ເຂົ້າພົບປະ, ຢ້ຽມຂໍ່ານັບ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວ ແລະ ເຮັດວຽກຂອງການນຳກະຊວງພະລັງງານ ແລະ ບໍ່ແຮ່ ຢູ່ແຂວງໄຊຍະບູລີ ໃນຄັ້ງນີ້ ໃຫ້ ທ່ານ ເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້ານ້ຳຮຸ່ງ 1 ແລະ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງບໍລິສັດ MPG ມາຍນິ້ງ.

          ຫຼັງຈາກນັ້ນ, ທ່ານ ເຈົ້າແຂວງ ໄດ້ຕາງໜ້າການນຳຂອງແຂວງ ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການລົງມາເຄື່ອນໄຫວຊີ້ນຳວຽກວິຊາສະເພາະຂະແໜງການພະລັງງານ ແລະ ບໍ່ແຮ່ ຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ພ້ອມດ້ວຍຄະນະໃນຄັ້ງນີ້. ພ້ອມກັນນີ້, ທ່ານ ເຈົ້າແຂວງກໍ່ໄດ້ລາຍງານສະພາບຂອງແຂວງໂດຍຫຍໍ້ໃຫ້ ທ່ານ ຮອງລັດຖະມົນຕີຊາບວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງໃນຈໍານວນ 8 ແຂວງພາກເໜືອຂອງລາວ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ, ມີເນື້ອທີທັງໝົດ 16.389 ກິໂລຕາແມັດ, ເນື້ອທີ່ 80% ເປັນພູດອຍ, ປະກອບມີ 11 ເມືອງ, 430 ບ້ານ, ມີພົນລະເມືອງທັງໝົດ 401.949 ຄົນ, ມີ 8 ເຜົ່າຢູ່ຮ່ວມກັນ. ການພັດທະນາເສດຖະກິດຂອງແຂວງ ແມ່ນອີງໃສ່ 3 ທ່າແຮງຕົ້ນຕໍ ທີ່ເປັນເສົາຄໍ້າຄື: ການຜະລິດກະສິກໍາຮອບດ້ານຕິດພັນກັບການປຸງແຕ່ງ, ອຸດສາຫະກໍາພະລັງງານໄຟຟ້າ, ການບໍລິການ ແລະ ການຄ້າຊາຍແດນ. ໂດຍອີງໃສ່ 3 ທ່າແຮງບົ່ມຊ້ອນດັ່ງກ່າວ ຄາດວ່າໝົດປີອັດຕາການເຕີບໂຕເສດຖະກິດຂອງແຂວງ ຈະບັນລຸໃນລະດັບ 5,5% ລວມຍອດຜະລິດຕະພັນພາຍໃນ 15.762 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 36,93 ລ້ານກີບ.

          ຂະນະດຽວກັນ ທ່ານ ວ່າການແທນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ກໍ່ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງໄຊຍະບູລີວ່າ: ປະຈຸບັນ ແຂວງໄຊຍະບູລີ ມີໂຄງການພັດທະນາແຫຼ່ງຜະລິດໄຟຟ້າ ທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດທັງໝົດມີ 16 ໂຄງການ, ໂຄງການດໍາເນີນການຜະລິດໄຟຟ້າ ມີ 3 ໂຄງການ, ໂຄງການດໍາເນີນການກໍ່ສ້າງມີ 4 ໂຄງການ, ໂຄງການດໍາເນີນສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ມີ 7 ໂຄງການ. ທົ່ວແຂວງໄດ້ຊົມໃຊ້ໄຟຟ້າຖາວອນໃນລະບົບ ຈໍານວນ 424 ບ້ານ ເທົ່າກັບ 98,60% ຂອງຈໍານວນບ້ານທັງໝົດ ແລະ ມີ 80.920 ຄອບຄົວ ເທົ່າກັບ 98,35% ຂອງຈໍານວນຄອບຄົວທັງໝົດ ຍັງ 6 ບ້ານ ປະຈຸບັນພວມກໍ່ສ້າງຕາຂ່າຍໄຟຟ້າ 22kv, 0,4kv ແລະ ຕິດຕັ້ງໝໍ້ແປງເຂົ້າບ້ານໂພນສີດາ ແລະ ບ້ານຂອນແກ່ນ ເມືອງໄຊຍະບູລີ ສໍາເລັດແລ້ວ 80%; ມີໂຄງການຊອກຄົ້ນ-ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດແບບປົກກະຕິ ແລະ ແບບທົດລອງ ທີ່ຂັ້ນສູນກາງ ແລະ ຂັ້ນແຂວງຄຸ້ມຄອງ ທັງໝົດມີ 34 ໂຄງການ, ຂັ້ນສູນກາງຄຸ້ມຄອງ 13 ໂຄງການ, ຂັ້ນແຂວງຄຸ້ມຄອງ 21 ໂຄງການ, ໂຄງການຂຸດຄົ້ນຫີນປູນມີ 14 ໂຄງການ, ໂຄງການຂຸດຄົ້ນແຮ່ມັງການ ມີ 1 ໂຄງການ ໃນເນື້ອທີ່ 4,9 ເຮັກຕາ ຮອດປະຈຸບັນສາມາດຂຸດຄົ້ນແຮ່ມັງການໄດ້ 80.000 ໂຕນ ແລະ ພວມກໍາລັງປະກອບເອກະສານ ເພື່ອຂໍໂກ່ຕ່າສົ່ງແຮ່ທາດອອກໄປຈໍາໜ່າຍຕ່າງປະເທດນໍາກະຊວງພະລັງງານ ແລະ ບໍ່ແຮ່. ຈາກນັ້ນ ກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.
ພາບ ແລະ ຂ່າວ: ແຂວງໄຊຍະບູລີ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506