
ວັນທີ 31 ມັງກອນ 2022 ຜ່ານມານີ້, ຢູ່ຫ້ອງຮັບແຂກ ກະຊວງ ພະລັງງານ ແລະ ບໍ່ແຮ່. ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບ ທ່ານ ປອ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງສາກົນຄົນໃໝ່ ເຂົ້າຢ້ຽມຂ່ຳນັບ ແລະ ພົບປະ ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບໜ້າທີ່ໃໝ່.
ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ທ່ານ ຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງສາກົນ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ, ພົບປະ, ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ກົນໄກການປະສານງານ, ເຮັດວຽກຮ່ວມກັນໃນຕໍ່ໜ້າ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ຊົມເຊີຍຕໍ່ ທ່ານ ປອ ອານຸລັກ ກິດຕະຄຸນ ທີ່ໄດ້ຮັບການຄັດເລືອກ ແລະ ຮັບຮອງຈາກປະເທດສະມາຊິກແມ່ນ້ຳຂອງສາກົນໃຫ້ດຳລົງຕຳແໜ່ງທີ່ສຳຄັນ ແລະ ມີກຽດນີ້. ທ່ານ ລັດຖະມົນຕີ ຕີລາຄາສູງ ທີ່ຍາມໃດຄະນະກຳມະທິການແມ່ນ້ຳຂອງສາກົນເວົ້າລວມ, ເວົ້າສະເພາະກອງເລຂາຄະນະກຳມະການແມ່ນ້ຳຂອງສາກົນ ທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອ ສປປລາວ ຢ່າງສະເໝີຕົນສະເໝີປາຍ ທັງໃນຂອບການຮ່ວມມືຫສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະການຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນຂະແໜງການພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການໜຶ່ງທີ່ມີບົດບາດສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ. ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ຢືນຢັ້ນວ່າ: ກະຊວງ ພະລັງງານ ແລະ ບໍ່ແຮ່ ຍາມໃດກໍ່ໃຫ້ຄວາມຮ່ວມມື, ອຳນວຍຄວາມສະດວກ ແລະ ປະຕິບັດຢ່າງເຄັ່ງຄັດຕໍ່ບັນດາກົນໄກ, ເງື່ອນໄຂ, ຫຼັກການ ແລະ ລະບຽບການຂອງອົງການແມ່ນ້ຳຂອງສາກົນວາງອອກ ໂດຍສະເພາະແມ່ນສັນຍາແມ່ນ້ຳຂອງສາກົນ ປີ 1995.

ຂະນະດຽວກັນນີ້, ທ່ານ ຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງສາກົນ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ແຜນພັດທະນາໃນຕໍ່ໜ້າ ເຊິ່ງເປັນຂໍ້ມູນທີ່ສຳຄັນໃນການວາງແຜນ, ຊຸກຍູ້ ແລະ ຈັດຕັ້ງປະຕິບັດ ຢູ່ໃນກົນໄກການຮ່ວມມືຂອງຄະນະກຳມະທິການແມ່ນ້ຳຂອງສາກົນໃນຕໍ່ໜ້າ ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ບັນດາປະເທດພາຄີເວົ້າລວມ, ເວົ້າສະເພາະຕໍ່ ສປປລາວ ຂອງພວກເຮົາ.
ກອງເລຂາ ຄະນະກຳມະການແມ່ນ້ຳຂອງສາກົນ ແມ່ນຜູ້ສະໜັບສະໜູນ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໂດຍຊ່ວຍເຫຼືອໃນການກຳນົດສ້າງ ແລະ ປະສານແຜນງານຕ່າງໆ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ, ຊ່ວຍເຫຼືອງານສາຍຕັ້ງ ຂອງລັດ ໃນບັນດາກິດຈະກຳ ທ່ີກ່ຽວກັບ ຄະນະກຳມາທິການແມ່ນ້ຳຂອງສາກົນ ແລະອຳນວຍຄວາມສະດວກ ໃນການກະກຽມ ເຄື່ອນໄຫວສາກົນຕ່າງໆ ເຊິ່ງລວມເຖິງ ກອງປະຊຸມຕ່າງໆ ຂອງຄະນະກຳມະການຮ່ວມ ແລະສະພາມົນຕີ. ທ່ານ ປອ ອານຸລັກ ກິດຕິຄຸນ ເປັນຄົນລາວຄົນທຳອິດ ທີ່ໄດ້ຜ່ານຂະບວນການຄັດເລືອກ ແລະ ໄດ້ຖືກຮັບຮອງໂດຍສະມາຊິກສະພາມົນຕີ ຄະນະກຳມະທິການແມ່ນ້ຳຂອງສາກົນ ຂອງບັນດາປະເທດສະມາຊິກໃຫ້ດຳລົງຕຳແໜ່ງເປັນຫົວໜ້າກອງເລຂາ ຄະນະກຳມະການແມ່ນ້ຳຂອງສາກົນ ລະຫວ່າງວັນທີ 1 ມັງກອນ 2022-31 ທັນວາ 2024 .
ແຫຼ່ງຂໍ້ມູນ ແລະ ພາບ: ກອງເລຂາ ຄະນະກຳມະການແມ່ນ້ຳຂອງສາກົນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ