ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ

          ຕອນເຊົ້າຂອງວັນທີ 4 ມີນາ ປີ 2024 ນີ້ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ລົງມາເຄື່ອນໄຫວຊຸກຍູ້ວຽກງານດ້ານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງວຽງຈັນ, ໃນໂອກາດນີ້ ທ່ານຍັງໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ ຂອງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ຊຶ່ງມີຜູ້ເຂົ້້າຮ່ວມຮັບຟັງ ຈໍານວນ 40 ກວ່າຄົນ, ໃນພິທິພົບປະໂອ້ລົມຄັ້ງນີ້ ທ່ານ ຄໍາພຸດ ນາມວົງສັກ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ກໍໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງວຽງຈັນໃນໄລຍະຜ່ານມາ ທີ່ຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງວຽກງານດັ່ງກ່າວ. ກົງຈັກການຈັດຕັ້ງຂອງພະແນກໃນປັດຈຸບັນແມ່ນປະກອບມີ 07 ຂະແໜງ ແລະ 09 ຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈໍາເມືອງ, ມີພະນັກງານລັດຖະກອນ ທັງໝົດ 93 ທ່ານ, ຍິງ 20 ທ່ານ, ໃນນັ້ນ ຢູ່ຂັ້ນພະແນກ ມີ 46 ທ່ານ, ຍິງ 09 ທ່ານ; ຢູ່ຂັ້ນເມືອງ ມີ 47 ທ່ານ, ຍິງ 11 ທ່ານ. ໃນນີ້ໄດ້ຄຸ້ມຄອງຫົວໜ່ວຍດ້ານພະລັງງານ 7 ຫົວໜ່ວຍ, ດ້ານບໍ່ແຮ່ 100 ກວ່າຫົວໜ່ວຍ.

          ພາຍຫຼັງຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງວຽງຈັນໃນໄລຍະຜ່ານມາແລ້ວ ຜູ້ເຂົ້າຮ່ວມກໍພັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນເພື່ອເປັນການແລກປ່ຽນບົດເຊິ່ງກັນ ແລະ ກັນ ລະຫວ່າງຂັ້ນສູນກາງ ກັບຂັ້ນທ້ອງຖິ່ນຫຼາຍບັນຫາ ຢ່າງກົງໄປກົງມາ ໂດຍສະເພາະກໍແມ່ນການອອກອະນຸຍາດ ແລະ ການຄຸ້ມຄອງດ້ານພະລັງງານ ແລະ ບໍ່ແຮ່, ການວາງແຜນການກໍ່ສ້າງສະຖານີໄຟຟ້າໃຫ້ບໍລິສັດ ຕ່າງໆ ທີມີການຂຸດຄົ້ນແຮ່ທາດ, ການຄຸ້ມຄອງການຂຸດຄົ້ນບໍ່ແຮ່ຕ່າງໆ ຢູ່ແຂວງວຽງຈັນ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວເດີນແມ່ນແລ່ນສະດວກດີຂຶ້ນກວ່າເກົ່າ. ຈາກນັ້ນ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ໃຫ້ກຽດຂຶ້ນໂອ້ລົມຕໍ່ພິທີ ໂດຍທ່ານໄດ້ເໜັ້ນໃຫ້ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານທີ່ແຂວງຮັບຜິດຊອບ ໂດຍສະເພາະແມ່ນວຽກງງານດ້ານບໍ່ແຮ່ ທີ່ຕ້ອງໄດ້ຄຸ້ມຄອງບັນດາຫົວໜ່ວຍຊອກຄົ້ນສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສ້າງລາຍຮັບອັນແນ່ນອນເຂົ້າມາພັດທະນາເສດຖະກິດ-ສັງຄົມ ກໍຄືພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ ພ້ອມນີ້ກໍໃຫ້ທາງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ຂຽນແຜນພັດທະນາດ້ານບໍ່່ແຮ່ໃຫ້ລະອຽດຊັດເຈນ ເພື່ອວາງແຜນແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ຫຼີກລ່ຽງຫາງສຽງສັງຄົມຈົ່ມວ່າຕໍ່ການພັດທະນາວຽກງານດັ່ງກ່າວ. ນອກນີ້ກໍໃຫ້ເອົາໃຈໃສ່ສະຫຼຸບລາຍງານວຽກຂອງຕົນໃຫ້ກະຊວງ ພບ ຮັບຊາບຢ່າງເປັນປົກກະຕິ ແລະ ທັນເວລາ.

ພາຍຫຼັງ ໂອລົມ ພະແນກ ພະລັງງານ ແລະ ບໍ່ແຮ່ ແລ້ວ ທ່ານ ລັດຖະມົນຕີ ພ້ອມຄະນະລົງຕິມຕາມຊຸກຍູ້ ພາກສພໜາມຂອງ ບໍລິສັດ ເຟິສປາຊີຝີກ ບ້ານ ວັງຄີ ເມືອງ ວັງວຽງ ແລະ ບໍລິສັດ ເຊີນຊ່າງ ບໍ່ແຮ່.
ພາບ: ປະສົງໄຊ ໂຄດໂຍທາ
ຂ່າວຈາກ ທ່ານ ອຸ່ນຄໍາ ໄຊຍະວົງ ພບ ແຂວ ວຽງຈັນ