
ເນື່ອງໃນໂອກາດສະເຫລີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນວັນທີ 20 ມັງກອນ ທີ່ຈະມາເຖິງນີ້, ມາໃນຕອນເຊົ້າມື້ນີ້ວັນທີ 16 ມັງກອນ 2024 ຄະນະພັກ,ຄະນະນຳກະຊວງ ພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນຄະນະພັກ, ຄະນະນຳກອງບັນຊາການທະຫານນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ໂສພາວັນທຳມະເທວາ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມຄະນະ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດນີ້ ສະຫາຍ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳເອົາຄວາມຢື້ຢາມ,ຖາມຂ່າວ ແລະ ຄຳອວຍພອນອັນປະເສີດຈາກພະນັກງານ, ລັດຖະກອນ ແລະ ກຳມະກອນ ທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ມາຍັງນາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ ເປັນຮົ້ວຂອງຊາດຈົ່ງມີສູຂະພາບເຂັມແຂງ, ແຂງແຮງ, ເປັນກຳລັງແຮງອັນແຂງແກ່ນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.

ພ້ອມກັນນີ້ ສະຫາຍ ພົນຈັດຕະວາ ໂສພາວັນທຳມະເທວາ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຕ່າງໜ້າໃຫ້ຄະນະພັກ, ຄະນະນຳກອງບັນຊາການທະຫານນະຄອນຫລວງວຽງຈັນ ສະແດງຄວາມຕ້ອນຮັບ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳກະຊວງພະລັງງານ ແລະ ບໍ່ແຮ່ ເວົ້າລວມ, ເວົ້າສະເພາະຕໍ່ ສະຫາຍ ເລຂາຄະນະພັກກະຊວງ, ລັດຖະມົນຕີ ທີ່ຍາມໃດກໍ່ມີຄວາມເປັນຫ່ວງໃຫຍ່ຕໍ່ການປະຕິບັດໜ້າຂອງນາຍ ແລະ ພົນທະຫານ.
