ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ

           ກອງປະຊຸມໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ຢ່າງເປັນຂະບວນຟົດຟື້ນ. ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2022, ສະຫຼຸບກາງສະໄໝ ແລະ ຄາດຄະເນທ້າຍສະໄໝຂອງແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021-2025) ຕິດພັນກັບການປະເມີນຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເຈົ້າແຂວງໆ ສາລະວັນ. ນອກຈາກນີ້, ຍັງມີບັນດາ ທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຂອງນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ຄະນະອໍານວຍການລັດວິສາຫະກິດຂຶ້ນກັບ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຄະນະພະແນກພະລັງງານ ແລະ ບໍ່ແຮ່ ແຂວງໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

           ທ່ານ ປອ ດາວວົງ ພອນແກ້ວ ກ່າວໄຂກອງປະຊຸມວ່າ: ໃນໄລຍະ 1 ປີຜ່ານມາ ບົນພື້ນຖານປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ປີ 2022 ແມ່ນປີທີສອງຂອງການ ສະຫຼຸບປະເມີນຕີລາຄາຄືນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ຂອງລັດຖະບານ ກໍ່ຄື ແຜນພັດທະນາຂະແໜງ ພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021-2025) ແລະ ວຽກຈຸດສຸມ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ. ຄຽງຄູ່ກັນນີ້, ກໍໄດ້ປະຕິບັດບັນດາກົດໝາຍ, ບັນດານິຕິກໍາລຸ່ມກົດໝາຍ, ຄໍາສັ່ງ, ແຈ້ງການ ຂອງລັດຖະບານຢ່າງເຂັ້ມງວດ.

           ທ່ານ ລັດຖະມົນຕີກ່າວຕື່ມວ່າ: ກອງປະຊຸມຂອງຂະແໜງພະລັງງານ ແລະ ບໍ່ແຮ່ທົ່ວປະເທດປະຈໍາປີ 2022 ຈະດໍາເນີນເປັນ ເວລາ 2 ວັນ ຄື: ວັນທີ 2-3 ກຸມພາ 2023. ກອງປະຊຸມເທື່ອນີ້, ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ບາງບັນຫາສໍາຄັນດັ່ງນີ້: ໜຶ່ງ: ສະຫຼຸບຕີລາຄາສະພາບການເຄ ີ່ອນໄຫວ ວຽກງານພະລັງງານ ແລະ ບໍ່ແຮ່ໃນຂອບເຂດທົ່ວປະເທດໃນປີ 2022 ທີ່ຜ່ານມາ; ຄົ້ນນຄວ້າ, ປຶກສາຫາລ ເພື່ອກໍານົດ ທິດທາງ, ໜ້າທີ່ ແລະ ລະດັບຄາດໝາຍກ່ຽວກັບການ ພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ສໍາລັບປີ 2023. ສອງ: ຮັບຟັງການສະຫຼຸບລາຍງານກ່ຽວກັບສະພາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໃນປີ 2022 ທີີ່ຜານມາ. ສາມ: ຮັບຟັງການສະຫຼຸບກາງສະໄໝກ່ຽວກັບສະພາບການປະຕິບັດແຜນຍຸດທະສາດການພັດທະນາວຽກງານພະ ລັງງານ ແລະ ບໍ່ແຮ່ ໄລຍະ 5 ປີ (2021-2025).ສີ່: ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າບັນດາກະຊວງ, ການປະກອບຄໍາເຫັນຂອງທ່ານຮອງເຈົ້າ ຄອງນະຄອນຫຼວງ, ທ່ານຮອງເຈົ້າແຂວງກ່ຽວກັບການປະສານສົມທົບ, ການຊີ້-ນໍາພາການພັດທະນາວຽກງານ ພະລັງງານ ແລະ ບໍ່ແຮ່ໃນໄລຍະທີ່ຜ່ານມາ. ຫ້າ: ຮັບຟັງການລາຍງານສະພາບ ແລະ ບົດຮຽນການຄຸ້ມຄອງດ້ານວິຊາສະເພາະ, ການຄຸ້ມຄອງການດໍາເນີນ ທຸລະກິດ ແລະ ການຄຸ້ມຄອງບັນດາໂຄງການ, ແຜນງານໃນໄໄລຍະທີ່ຜ່ານມາ ຂອງບັນດາກົມ, ສະຖາບັນ, ລັດວິ ສາຫະກິດອ້ອມຂ້າງກະຊວງ ແລະ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ.

ຫົກ: ຈັດຕັ້ງການຍ້ອງຍໍສັນລະເສີນຜົນງານ 5 ປີ(2016-2020) ຂອງກະຊວງພະລັງງານ ແລະ ບໍ່ແຮ່. ເຈັດ: ຮັບຟັງ ທ່ານ ນາຍົກ ກ່າວໃຫ້ຄໍາໂອວາດຕໍ່ກອງປະຊຸມ, ແປດ: ຄົ້ນຄວ້າ ແລະ ປຶກສາຫາລ ວຽກງານອື່ນໆ ອີກຈໍານວນໜຶີ່ງ. ເນື້ອໃນ ແລະ ວຽກງານທີ່ພວກເຮົາຈະນໍາມາຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງຢູ່ໃນກອງປະຊຸມເທື່ອນີ້ ມີຄວາມສໍາຄັນຫຼາຍ ແຕ່ເມື່ອທຽບໃສ່ເວລາຂອງການດໍາເນີນກອງປະຊຸມແລ້ວເຫັນວ່າ: ພວກເຮົາມີເວລາສັ້ນ ແລະ ຈໍາກັດຫຼາຍ. ສະນັ້ນ, ຂ້າພະເຂົ້າ ຈຶ່ງຂໍຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ຈົ່ງໄດ້ເຊີດຊູຄວາມ ຮັບຜິດ ຊອບ, ເອົາໃຈໃສ່ ຄົ້ນຄວ້າ, ປຶກສາຫາລື , ປະກອບຄໍາເຫັນເພື່ອເຮັດໃຫ້ເນື້ອໃນ ແລະ ວຽກງານຕ່າງໆຂອງ ກອງປະຊຸມໃຫ້ມີຄວາມໜັກແໜ້ນມີການຫັນປ່ຽນທີ່ຕັ້ງໜ້າ, ຮັບປະກັນໃຫ້ກອງປະຊຸມປະຈໍາປີຂອງພວກເຮົາ ສາມາດບັນລຸຜົນສໍາເລັດຢ່າງຈົບງາມ.
ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ