
ຕອນເຊົ້າວັນທີ 30 ພະຈິກ 2023 ທ່ານ Prashant Agrawal ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລືກັນໃນການເສີມຂະຫຍາຍການພົວພັນຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ລະຫວ່າງສອງປະເທດ. ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ ທ່ານ ທູດທີ່ໄດ້ເຂົ້າມາພົບປະ, ປຶກສາຫາລືໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອຂອງ ລັດຖະບານ ອິນເດຍ ໃນການຊຸກຍູ້ໂຄງການຂະຫຍາຍຕາໜ່າງໄຟຟ້າ ໂດຍສະເພາະແມ່ນໂຄງການສາຍສົ່ງໄຟຟ້າ 115 ກິໂລໂວນ ແລະ ໂຄງການ 230 ກິໂລໂວນ ທີ່ ອິນເດຍ ສະໜອງເງິນກູ້ດອກເບ້ຍຕໍ່າ ເຊິ່ງເປັນໂຄງການທີ່ສຳຄັນຂອງ ລັດຖະບານ ລາວ.

ທ່ານ ລັດຖະມົນຕີ ສະເໜີໃຫ້ ລັດຖະບານ ອິນເດຍ ຊຸກຍູ້, ສົ່ງເສີມໃຫ້ ນັກລົງທຶນຂອງ ອິນເດຍ ເຂົ້າມາລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ແລະ ສະໜັບສະໜູນເງິນທຶນເພື່ອພັດທະນາໂຄງການພະລັງງານໄຟຟ້າຖ່ານຫີນສະອາດ ເຊິ່ງເປັນທ່າແຮງໜຶ່ງຂອງ ສປປລາວ, ຊຸກຍູ້ໂຄງການປັບປຸງ ແລະ ຂະຫຍາຍຕ່າຂ່າຍໄຟຟ້າ 22/0,4 ກິໂລໂວນ ແລະ ໂຄງການເອົາສາຍໄຟຟ້າລົງດິນຢູ່ໃນນະຄອນຫຼວງວຽງຈັນ; ການຮ່ວມມືທາງດ້ານເຕັກນິກ-ວິຊາການເປັນຕົ້ນແມ່ນ ການຮ່ວມແລກປ່ຽນບົດຮຽນດ້ານການຄຸ້ມຄອງແຮ່ທາດ, ການພັດທະນາພະລັງງານສະອາດ.

ທ່ານ ທູດ ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ທ່າແຮງບົ້ມຊ້ອນຂອງ ສປປລາວ ໃນການພັດທະນາພະລັງງານສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ທ່ານ ທູດ ສະແດງຄວາມສົນໃຈຢາກມາລົງທຶນແລກປ່ຽນຊື້-ຂາຍນໍ້າມັນ, ໂຄງການຂຸດຄົ້ນ ແລະ ປຸງແຕງເກືອໂປຣຕາດ, ພະລັງງານແສງຕາເວັນ ແລະ ໂຄງການອື່ນໆ ທີ່ ສປປລາວ ມີທ່າແຮງ. ທ່ານ ທູດ ສະແດງຄວາມຍິນດີ ທີ່ຈະນຳເອົາຂໍ້ສະເໜີຂອງລັດຖະມົນຕີ ນຳໄປລາຍງານຕໍ່ ລັດຖະບານ ອິນເດຍ ເພື່ອພິຈາລະນາ ແລະ ສະໜັບສະໜູນ ສປປລາວ.
ໂດຍ: ຄຳແສງ ແກ້ວປະເສີດ