ກອງປະຊຸມຄະນະກຳມະການການຊີ້ນໍາ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ຈັດຂຶ້ນຢູ່ແຂວງ ຫຼວງພະບາງ

          ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ເພື່ອບັນລຸໄດ້ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ, ລັດຖະບານ ຈະຮັບປະກັນວ່າຜົນກະທົບໃນທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ເກີດຈາກໂຄງການໄຟຟ້ານໍ້າຕົກຈະໄດ້ຮັບການເອົາ ໃຈໃສ່ຄວບຄຸມ; ເຊິ່ງລວມມີມາດຕະການການຫຼີກລ້ຽງ, ການຫຼຸດຜ່ອນ, ການຊົດເຊີຍ ແລະ ການປັບປຸງແມ່ນໄດ້ນຳມາຈັດຕັ້ງປະຕິບັດ ແລະ ຮັບປະກັນຕາມພັນທະທາງດ້ານສະພາບແວດລ້ອມ ແລະ ສັງຄົມ.

          ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວມີຄຳເຫັນຕໍ່ກອງປະຊຸມວ່າ: ການພັດທະນາໄຟຟ້ານໍ້າຕົກ ແມ່ນມີບົດບາດສໍາຄັນໃນການບັນລຸເປົ້າໝາຍໃນການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາເສດຖະກິດ-ສັງຄົມ ແລະ ຕອບສະໜອງຄວາມຕ້ອງການພະລັງງານໄຟຟ້າຂອງພາກພື້ນ. ເພື່ອໃຫ້ບັນລຸຄວາມຍືນຍົງການພັດທະນາເສດຖະກິດ-ສັງຄົມ, ລັດຖະບານ ຈະພັດທະນາບັນດາທ່າແຮງທາງດ້ານໄຟຟ້ານ້ຳຕົກໃຫ້ເປັນສິນຄ້າສົ່ງອອກ ແລະ ຕອບສະໜອງຕາມຄວາມຕ້ອງການນຳໃຊ້ໄຟຟ້າພາຍໃນປະເທດ, ພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນໃນການສ້າງຄວາມໝັ້ນຄົງຂອງປະເທດ ແລະ ການປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນ.

          ນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ໄດ້ຮັບການປັບປຸງຈາກ ນະໂຍບາຍການພັດທະນາຂະແໜງໄຟຟ້ານ້ຳຕົກ ແບບຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ (ສະບັບເກົ່າ, 2007) ໂດຍເພີ່ມເງື່ອນໄຂດ້ານວິສະວະກໍາ, ເສດຖະກິດ, ການເງິນ ຂອງການພັດທະນາເຂື່ອນໄຟຟ້ານໍ້າຕົກເຂົ້າໃສ່ຕື່ມ ເຊິ່ງນະໂຍບາຍແຫ່ງຊາດວ່າດ້ວຍຄວາມຍືນຍົງທາງດ້ານສະພາບແວດລ້ອມ ແລະ ສັງຄົມ ກ່ຽວກັບຂະແໜງການພະລັງງານໄຟຟ້ານໍ້າຕົກໃນ ສປປ ລາວ ນັ້ນໄດ້ຖືກຮັບຮອງເດືອນ ມີຖຸນາ 2005 ຕາມເອກະສານສະບັບເລກທີ 561 / CPI, ລົງວັນທີ 7 ມີຖຸນາ 2005 ແລະ ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ ປີ 2007, ໃນໄລຍະປີ 2013-2014 ໄດ້ມີການປັບປຸງ ເນື່ອງຈາກວ່າຂອບເຂດຂອງນະໂຍບາຍທີ່ໄດ້ຮັບການປັບປຸງຂະຫຍາຍກ້ວາງອອກໄປກວມເອົາລັກສະນະວິຊາການ ແລະ ວິສະວະກຳ ລວມທັງຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ. ດັ່ງນັ້ນ, ນະໂຍບາຍນີ້ຈຶ່ງໄດ້ມີການປັບປຸງ ແລະ ປ່ຽນຊື່ມາເປັນ “ນະໂຍບາຍການພັດທະນາໄຟຟ້ານ້ຳຕົກແບບຍືນຍົງ” ເຊິ່ງຖືກຮັບຮອງ ແລະ ປະກາດໃຊ້ຈາກນາຍົກລັດຖະມົນຕີ, ຕາມເອກະສານສະບັບເລກທີ່ 02/ລບ, ລົງວັນທີ່ 12 ມັງກອນ 2015.

          ຜ່ານມາກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຊ່ວຍເຫຼືອໃນການສ້າງນະໂຍບາຍ, ບົດແນະນໍາ ແລະ ປັບປຸງມາດຕະເກນ ການປະເມີນໂຄງການ ຈາກທະນາຄານໂລກ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງພະລັງງານ ແລະ ບໍ່ແຮ່ (2012-2018). ແຕ່ມາຮອດປັດຈຸບັນນີ້ການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ສີ້ນສຸດແລ້ວ ສ່ວນໜ້າວຽກຍັງຈະຕ້ອງໄດ້ສືບຕໍ່ ເພື່ອປະເມີນໂຄງການຕາມກອບຂອງນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງ ບົນພື້ນຖານການໃຊ້ແບບຟອມມາດຕະເກນ ເພື່ອປະເມີນ 3 ຊ່ວງ (ຊ່ວງກ່ອນການກໍ່ສ້າງ, ໄລຍະກໍ່ສ້າງ ແລະ ດໍາເນີນງານ) ຈົນກວ່າໄດ້ມອບໂອນເປັນຂອງລັດຖະບານ.

          ຈາກນັ້ນ, ນະໂຍບາຍການພັດທະນາໄຟຟ້ານ້ຳຕົກແບບຍືນຍົງ ໄດ້ຮັບການພິຈາລະນານຳໃຊ້ງົບປະມານໃນສັນຍາສຳປະທານ ເຊິ່ງງົບປະມານດັ່ງກ່າວແມ່ນໄດ້ຖືກນຳໃຊ້ເຂົ້າໃນການປະເມີນ ນະໂຍບາຍການການພັດທະນາໄຟຟ້ານ້ຳຕົກແບບຍືນຍົງ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບເນື້ອຂອງນະໂຍບາຍ ໂດຍອີງໃສ່ພື້ນຖານ 4 ອົງປະກອບຫຼັກຄື: ຄວາມຍືນຍົງທາງດ້ານເຕັກນິກ; ການພັດທະນາທີ່ຍືນຍົງທາງດ້ານເສດຖະກິດ; ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ຄວາມຍືນຍົງທາງສັງຄົມ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ