ອົງຄະນະພັກກະຊວງ ປາຖະກະຖາເລົ່າມູນເຊື້ອວັນຄ້າຍວັນເກີດປະທານ ສຸພານຸວົງ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 4 ສິງຫາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ໂດຍໃຫ້ກຽດປາຖະກະຖາ ແລະ ຫວນຄືນມູນເຊື້ອ 2 ວັນສຳຄັນດັ່ງກ່າວຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາ ສະຫາຍ ກຳມະການຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ 150 ກວ່າ ສະຫາຍ.
          ໃນບັນຍາກາດທີ່ເຕັ້ມໄປປ່ຽມໄປດ້ວຍຄວາມໝາຍສຳຄັນນີ້, ສະຫາຍ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ເລົ່າຄືນມູນເຊື້ອອັນດີງາມຂອງປະທານ ສຸພານຸວົງ ແລະ ມູນເຊື້ອອັນມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ທີ່ສາມາດໂຕນອອກຈາກຄຸກ ດ້ວຍຄວາມປອດໄພ. ບາງຕອນ ສະຫາຍ ໄດ້ຍົກໃຫ້ເຫັນວ່າ: ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ນະຄອນຫຼວງພະບາງ ໃນຄອບຄົວເຊື້ອເຈົ້າຂອງລາຊະວົງລ້ານຊ້າງ,ເປັນໂອລົດອົງສຸດທ້າຍຂອງເຈົ້າມະຫາອຸປະຮາດບຸນຄົງ ແລະ ໝ່ອມຍິງຄຳອ້ວນ.

ຊີວິດ ແລະ ພາລະກິດຂອງປະທານ ສຸພານຸວົງ ແມ່ນຊີວິດ ແລະ ການເຄື່ອນໄຫວທີ່ສູງສົ່ງ, ຈົບງາມໃນທຸກໆສະພາວະ, ຍາມໃດເພິ່ນກໍເປັນແບບຢ່າງທີ່ດີເລີດ ດ້ານຄຸນທາດປະຕິວັດ ອັນທີ່ພົ້ນເດັ່ນແມ່ນ : ນໍ້າໃຈຮັດຊາດອັນດູດດື່ມ, ນໍ້າໃຈຮັກປະຊາຊົນບັນດາເຜົ່າ, ຄວາມສັດຊື່ບໍລິສັດທີ່ໃສແຈ້ງ; ປະທານ ສຸພານຸວົງແມ່ນຜູ້ນໍາທີ່ເປັນແບບຢ່າງກ່ຽວກັບນໍ້າໃຈອົດທົນ, ແຂງແກ່ນ, ໝັ້ນໜຽວ, ເດັດຂາດ; ມີຄວາມດຸໝັ່ນ, ປະຢັດ, ສັດທ່ຽງ, ຮັກສາໄດ້ແບບແຜນດຳລົງຊີວິດທີ່ປົກກະຕິ, ປອດໃສ, ງ່າຍດາຍ. ໃນຕະຫຼອດຊີວິດຂອງເພິ່ນ, ປະທານສຸພານຸວົງ ໄດ້ອຸທິດໝົດສະຕິປັນຍາ, ຄວາມຮູ້ຄວາມສາມາດແລະ ກຳລັງວັງຊາໃຫ້ແກ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ; ນ້ຳໃຈຮັກຊາດ, ຮັກປະຊາຊົນ, ນ້ຳໃຈສາກົນກຳມະຊີບຂອງປະທານສຸພານຸວົງແມ່ນໃສແຈ້ງ, ເລິກເຊິ່ງ ແລະ ກວ້າງຂວາງຈົນຫາສິ່ງໃດມາປຽບທຽບ ແລະ ພັນລະນາບໍ່ໄດ້.

ຍ້ອນໄດ້ເຕີບໃຫຍ່ຂຶ້ນຢູ່ໃນທ່າມກາງສະພາວະທີ່ປະເທດຊາດ ໄດ້ສູນເສຍຄວາມເປັນເອກະລາດ, ຕົກເປັນ ເມື້ອງຂຶ້ນເມືອງສ່ວຍຂອງຈັກກະພັດຕ່າງດ້າວ, ປະຊາຊົນລາວບັນດາເຜົ່າໄດ້ຕົກເປັນຂ້ອຍຂ້າ ແລະ ໄດ້ຮັບຄວາມທຸກທໍລະມານພາຍໃຕ້ການດຳລົງຊີວິດຂອງຄວາມເປັນຂ້ອຍຂ້າມ້າຕ່າງ ແລະ ໄດ້ຮັບຄວາມເຈັບປວດຢ່າງແສນສາຫັດຈາກການກົດຂີ່ຂົ່ມເຫັງຂອງພວກລ່າເມືອງຂຶ້ນ ຊຶ່ງສິ່ງດັ່ງກ່າວພາໃຫ້ປະທານສຸພານຸວົງ ມີຄວາມຕື່ນຕົວຮັກຊາດ, ຄຽດແຄ້ນສັດຕູຕັ້ງແຕ່ເຍົາໄວ.
          ປະທານ ສຸພານຸວົງ ໄດ້ເລີ່ມຮຽນໜັງສືໃນຊັ້ນປະຖົມຢູ່ຫຼວງພະບາງ, ຈາກນັ້ນຈຶ່ງໄປຮຽນຕໍ່ຊັ້ນມັດທະຍົມທີ່ຮ່າໂນ້ຍ ສສ. ຫວຽດນາມໃນປີ 1920 ແລະ ເດີນທາງໄປຮຽນຕໍ່ຂັ້ນມະຫາວິທະຍາໄລໃນຂະແໜງວິສະວະກອນຂົວ-ທາງທີ່ນະຄອນຫຼວງປາຣີ ປະເທດຝຼັ່ງ ໃນປີ 1937. ໃນສະໄໝທີ່ເພິ່ນເປັນນັກສຶກສາຢູ່ປະເທດຝຼັ່ງ, ປະທານ ສຸພານຸວົງ ໄດ້ເລີ່ມຕົ້ນເຄື່ອນໄຫວດ້ານການເມືອງໂດຍມີການພົວພັນທີ່ສະໜິດແໜ້ນກັບນັກສຶກສາຂອງບັນດາປະເທດເມືອງຂຶ້ນ ທີ່ພວມສຶກສາຢູ່ປະເທດຝຼັ່ງໃນເວລານັ້ນ. ຜ່ານການເຂົ້າຮ່ວມເຄື່ອນໄຫວໃນແນວຮ່ວມປະຊາຊົນຕ້ານຟາດຊິດໄດ້ເຮັດໃຫ້ ປະທານ ສຸພານຸວົງໄດ້ສຶກສາຄົ້ນຄວ້າ, ເຫັນໄດ້ທາດແທ້ ແລະ ຄວາມເປັນຈິງພາຍໃຕ້ລະບອບລ່າເມືອງຂຶ້ນ, ເຮັດໃຫ້ສະຕິຕື່ນຕົວປະຕິວັດ ແລະ ແນວຄວາມຄິດໃນການເຂົ້າຮ່ວມເຄື່ອນໄຫວຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຂະຫຍາຍຕົວຢ່າງໜັກແໜ້ນ.

          ພາຍຫຼັງທີ່ປະທານ ໂຮ່ຈິມິນ ໄດ້ນຳພາສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນໃນປີ 1930 ແລະ ນຳພາຂະບວນການຕໍ່ສູ້ຂອງປະຊາຊົນອິນດູຈີນເປັນຕົ້ນມາ ໄດ້ສ້າງເງື່ອນເຮັດໃຫ້ການຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດອິນດູຈີນຂະຫຍາຍຕົວກ້າວຂຶ້ນສູ່ຄຸນນະພາບໃໝ່. ພາຍຫຼັງທີ່ກັບຄືນມາອິນດູຈີນ, ປະທານສຸພານຸວົງໄດ້ກັບຄືນມາສູ່ອິນດູຈີນ ແລະ ໄດ້ເຂົ້າຮ່ວມນຳພາການຕໍ່ສູ້ປະຕິວັດຂອງປະຊາຊົນລາວນັບແຕ່ເວລານັ້ນເປັນຕົ້ນມາ. ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງຜູ້ໜຶ່ງຈົນກາຍເປັນນັກປະຕິວັດຜູ້ກ້າແກ່ນ, ເປັນຜູ້ນຳຂັ້ນສູງຂອງພັກ ແລະ ລັດເຮົາທີ່ມີບົດບາດ, ອິດທິພົນສູງ, ເພິ່ນແມ່ນຜູ້ນຳທີ່ມີຜົນງານອັນໃຫຍ່ຫຼວງໃນຂະບວນການນໍາພາການຕໍ່ສູ້ ແລະ ການຂະຫຍາຍຕົວຂອງການປະຕິວັດລາວ ກໍຄືການປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ຂອງບັນດາປະຊາຊາດດຢູ່ໃນທົ່ວໂລກ.
          ປະທານ ສຸພານຸວົງ ແມ່ນຜູ້ນຳທີ່ມີນ້ຳໃຈອາດຫານ, ຍາມໃດກໍໄດ້ຍົກສູງນ້ຳໃຈຕໍ່ສູ້ໂດຍບໍ່ຢ້ານກົວຕໍ່ຄວາມເສຍສະຫຼະ.ໃນເວລາທີ່ຢືນຢູ່ໃນສະພາບທີ່ເຄັ່ງຮ້ອນ, ຫົວລ້ຽງຫົວຕໍ່ຂອງບັ້ນຮົບປ້ອງກັນທ່າແຂກ, ກອງກຳລັງປະກອບອາວຸດ ແລະ ປະຊາຊົນຜູ້ຮັກຊາດ ພາຍໃຕ້ການບັນຊາໂດຍກົງຂອງປະທານສຸພານຸວົງ ໄດ້ຕ່າວໂຈມຕີສັດຕູຢ່າງອົງອາດກ້າຫານ, ສາມາດດັບສູນກຳລັງສັດຕູໄດ້ຢ່າງຫຼວງຫຼາຍ ແລະ ຢັບຢັ້ງການຍຶດຄອງຂອງພວກເຂົາໄດ້ໃນເບື້ອງຕົ້ນ; ເພື່ອຮັກສາກຳລັງຈັ້ງທ່າ, ປະທານສຸພານຸວົງໄດ້ຖອນກຳລັງຂ້າມໄປສູ່ເຂດປອດໄພ ຊຶ່ງໃນຂະນະນັ້ນ, ສັດຕູໄດ້ໃຊ້ຍົນສູ້ຮົບແລະປືນໃຫຍ່ລະດົມຍິງຢ່າງໜັກໜ່ວງເຮັດໃຫ້ກຳລັງຂອງພວກເຮົາຖືກບາດເຈັບ ແລະ ລົ້ມຕາຍເປັນຈຳນວນຫຼວງຫຼາຍແລະໃນເວລານັ້ນ, ປະທານສຸພານຸວົງກໍຖືກບາດເຈັບເຊັ່ນດຽວກັນ.

          ສຳລັບວິລະກຳການໂຕນຄຸກຂອງຜູ້ເຮົາ, ສະຫາຍ ຮອງເລຂາຄະນະພັກກະຊວງ ໄດ້ຫວນຄືນວ່າ: ວັນທີ 24 ພຶດສະພາ ປີ 1960 ແມ່ນວັນປະຫວັດສາດທີ່ສໍາຄັນຂອງການປະຕິວັດ ແລະ ຂອງຊາດລາວເຮົາ ນັ້ນແມ່ນເຫດການມະຫັດສະຈັນ ຊື່ງປະທານ ສຸພານຸວົງ ພ້ອມດ້ວຍຜູ້ນໍາການປະຕິວັດລາວ ໄດ້ແຫກຄຸກໂພນເຄັງ ໂຕນກັບຄືນສູ່ເຂດປົດປ່ອຍດ້ວຍຄວາມປອດໄພ ຊຶ່ງແມ່ນເຫດການທີ່ສະເທືອນໂລກ, ເຮັດໃຫ້ຈັກກະພັດ ແລະ ລູກມືຕົກສະທ້ານຢ້ານກົວ. ພ້ອມດຽວກັນນີ້, ກໍໄຊຊະນະແຫ່ງການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສ ແລະ ເປັນທໍາຂອງພັກ ປະຊາຊົນ ປະຕິວັດລາວ ທັງເປັນການປຸກລະດົມກໍາລັງໃຈ ແລະ ນໍາເອົາຄວາມປິຕິຊົມຊື່ນຢ່າງໃຫຍ່ຫຼວງມາສູ່ກໍາລັງປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ສ້າງທ່ວງທ່າໃຫ້ກ້າວຂຶ້ນສູ່ບາດກ້າວໃໝ່ຂອງການປະຕິວັດລາວ. ໂດຍສືບຕໍ່ປະຕິບັດກົນອຸບາຍ ແລະ ເຈດຈຳນົງອັນໂຫດຫ້ຽມຂອງຈັກກະພັດຜູ້ຮຸກຮານ ແລະ ພວກຫຸ່ນວຽງຈັນທີ່ເປັນລູກມື ເພື່ອຫຼອກເສືອອອກຈາກຖ້ຳ ແລະ ກ້າວໄປເຖິງກຳຈັດດັບສູນກຳລັງການປະຕິວັດພວກເຮົາ, ພາຍຫຼັງເຂົ້າຮ່ວມການລວມລາວຄັ້ງທີ I ປີ 1957, ການຈັດຕັ້ງລັດຖະບານປະສົມ ແລະ ດຳເນີນການເລືອກຕັ້ງເພີ່ມເຕີມມາໄດ້ໄລຍະໜຶ່ງ; ເລີ້ມແຕ່ກາງເດືອນ ພຶດສະພາ 1959, ລັດຖະບານຫຸ່ນວຽງຈັນ ໄດ້ສັ່ງໃຫ້ກຳລັງຕຳຫຼວດ ແລະ ກຳລັງທະຫານ ປິດລ້ອມບ້ານພັກປະທານ ສຸພານຸວົງ ພ້ອມດ້ວຍບັນດາຜູ້ນຳແນວລາວຮັກຊາດ ຢູ່ນະຄອນຫຼວງວຽງຈັນ ແລະ ມາຮອດວັນທີ 28 ເດືອນ ກໍລະກົດ 1959 ພວກເຂົາກໍໄດ້ບັງອາດຈັບຕົວ ປະທານ ສຸພານຸວົງ ພ້ອມດ້ວຍ ທ່ານ ໜູຮັກ ພູມສະຫວັນ, ທ່ານ ສີທົນ ກົມມະດຳ, ທ່ານ ພູມີວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ມາ ໄຂຄຳພິທູນ, ທ່ານ ສີຊະນະ ສີສານ, ທ່ານ ໝື່ນ ສົມວິຈິດ, ທ່ານ ຄຳຜາຍ ບຸບຜາ, ທ່ານ ສິງກະໂປ ສີໂຄດຈຸນນະມາລີ, ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ, ທ່ານ ເພົ້າ ພິມພະຈັນ, ທ່ານ ບົວສີ ຈະ ເລີນສຸກ, ທ່ານ ຄຳເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ລວມທັງໝົດ 16 ທ່ານ ຊຶ່ງແມ່ນຜູ້ນຳຂອງແນວລາວຮັກຊາດທີ່ພວມຢຶດໝັ້ນຕໍ່ສູ້ຢູ່ວຽງຈັນ ເພື່ອປົກປັກຮັກສາຄວາມເປັນທຳ ແລະ ທ່າຖືກກົດໝາຍຂອງແນວລາວຮັກຊາດ ເຂົ້າຄຸກທີ່ຄ້າຍໂພນເຄັງ, ນະຄອນ ຫຼວງວຽງຈັນ, ໂດຍປັ້ນແຕ່ງຂໍ້ຫາຄະດີ “ກະບົດຊາດ” ເພື່ອຫວັງນຳເອົາຜູ້ນຳເຮົາຂຶ້ນສູ່ສານຕັດສິນລົງໂທດປະຫານຊີວິດ.

ຢືນຢູ່ທ່າມກາງສະພາບຄວາມຫຍຸ້ງຍາກ, ສ່ຽງເປັນສ່ຽງຕາຍດັ່າງກ່າວ, ສູນກາງພັກເຮົາໄດ້ຕັດສິນໃຈວາງແຜນຊີ້ນຳ ເພື່ອຊ່ວຍເອົາຜູ້ນໍາຈາກຄຸກ ໂດຍສົມທົບຢ່າງແໜ້ນແຟ້ນກັບການຍູ້ຂະບວນການຄັດຄ້ານຂອງມະຫາຊົນຜູ້ຮັກຊາດ ແລະ ການປຸກລະດົມຂົນຂວາຍນ້ຳໃຈຮັກຊາດ, ນ້ຳໃຈຄຽດແຄ້ນສັດຕູ, ຈົນໃນທີ່ສຸດພວກເພິ່ນກໍ່ສາມາດດູດດຶງ ແລະ ສ້າງໃຫ້ອ້າຍນ້ອງສາລະວັດທະຫານ ມີຄວາມຕື່ນຕົວຮັກຊາດ ແລະ ຕັດສິນໃຈເປັນກຳລັງທີ່ສຳຄັນ ປະກອບສ່ວນໃນການເອົາຜູ້ນຳເຮົາ ໂຕນອອກຈາກຄຸກໂພນເຄັງໃນຕອນຄ່ຳຄືນຂອງວັນທີ 23-24 ພຶດສະພາ 1960 ໄປສູ່ເຂດປົດປ່ອຍດ້ວຍຄວາມພິລາດອາດຫານ ແລະ ປອດໄພ. ການໂຕນອອກຈາກຄຸກຂອງຜູ້ນຳເຮົາແມ່ນວີລະກຳອັນລໍ້າເລີດ, ມະຫັດສະຈັນ, ແມ່ນໄຊຊະນະທີ່ສຳຄັນ ຕິດພັນກັບປະຫວັດສາດການຕໍ່ສູ້ປະຕິວັດຂອງຊາດ ແລະ ປະຊາ ຊົນເຮົາ ພາຍໃຕ້ການນຳພາອັນຖືກຕ້ອງ, ປີຊາສາມາດ, ສະຫຼາດສ່ອງໃສ, ພິລາດອາດຫານ ແລະ ມີໄຫວພິບ ຂອງພັກປະຊາຊົນປະຕິວັດລາວ. ການໂຕນອອກຈາກຄຸກຂອງຜູ້ນຳເຮົາ ແມ່ນການຈັດຕັ້ງປະຕິບັດແນວທາງອັນຖືກຕ້ອງ ແລະ ປະດິດສ້າງຂອງພັກເຮົາ, ແມ່ນການສະແດງອອກເຖິງນ້ຳໃຈຕໍ່ສູ້ອັນພິລາດອາດຫານ, ຄວາມເດັດດ່ຽວ ໜຽວແໜ້ນຂອງຜູ້ນຳທັງໝົດທີ່ຖືກຈັບກຸມ, ການຕໍ່ສູ້ ແລະ ເສຍສະຫຼະອັນຍິ່ງໃຫຍ່ຂອງຖັນແຖວພະນັກງານ, ນັກຮົບປະຕິວັດ ຊຶ່ງໄດ້ຮັບການມອບໝາຍ, ສົມທົບກັບນ້ຳໃຈຮັກຊາດອັນດູດດື່ມຂອງອ້າຍນ້ອງສາລະວັດທະຫານ ແລະ ມັນກໍ່ແມ່ນການປະລາໄຊທີ່ເຈັບແສບທີ່ສຸດຂອງຈັກກະພັດອາເມລິກາ ແລະ ລູກມື, ເຮັດໃຫ້ພະນັກງານ, ທະຫານ ແລະ ປະຊາຊົນເຮົາມີຄວາມເອກະອ້າງທະນົງໃຈ ແລະ ເຊື່ອໝັ້ນຕໍ່ແນວທາງ ແລະ ການນຳພາຂອງພັກ, ກາຍເປັນການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນເຮົາໃຫ້ກ້າວຂຶ້ນຕີເອົາຊະນະຜູ້ຮຸກຮານໃນເວລາຕໍ່ມາຢ່າງຕໍ່ເນື່ອງ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຈົນມາເຖິງປັດຈຸບັນນີ້.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ