ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຂອງໂຄງການໄຟຟ້າແສງຕາເວັນ ຂະໜາດ 1.000 MW

          ວັນທີ 11 ເມສາ 2023 ນີ້, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຂອງໂຄງການໄຟຟ້າແສງຕາເວັນ ຂະໜາດ 1.000 MW ທີ່ຕັ້ງຢູ່ເຂດບ້ານນາຢອງ ແລະ ບ້ານປາກປູນ ເມືອງລະມາມ ແຂວງເຊກອງ, ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ນອກນັ້ນ ຍັງມີ ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ ແລະ ບັນດາຫົວໜ້າພະແນກການຈາກແຂວງເຊກອງ ເຂົ້າຮ່ວມຢ່າງພ້ອມພຽງ

          ທ່ານ ໄຊພອນ ວິຊາເທບ ຕາງໜ້າໃຫ້ ບໍລິສັດໄຊຊະນະພະລັງງານ ໄດ້ກ່າວເຖິງຄວາມພາກພູມໃຈ ແລະ ຂໍຂອບໃຈມາຍັງການນໍາພັກລັດທຸກຂັ້ນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງທັງໝົດ ພ້ອມໄດ້ລາຍງານເຖິງໂຄງການວ່າ: ໂຄງການໄຟຟ້າແສງຕາເວັນ ທີ່ຈະພັດທະນາຂື້ນມາໃໝ່ນີ້ ມີກໍາລັງຕິດຕັ້ງ 1.000 MW, ມີເນື້ອທີ່ດິນທີ່ໄດ້ຮັບການອະນຸຍາດໃຫ້ສຶກສາສໍາຫຼວດ ປະມານ 1.152 ເຮັກຕາ ຄາດວ່າຈະມີການລົງທຶນທັງໝົດ ປະມານ 1.200 ລ້ານໂດລາ. ໂດຍຈະພັດທະນາເປັນແຫຼ່ງພະລັງງານໄຟຟ້າຂະໜາດໃຫຍ່ ເພື່ອສົ່ງອອກໄປຍັງປະເທດໃກ້ຄຽງ ເຊັ່ນ: ສສ ຫວຽດນາມ, ກໍາປູເຈຍ ແລະ ປະເທດໄທ ແລະ ຍັງຈະສຶກສາທ່າແຮງ ໃນການສົ່ງອອກໄປຍັງປະເທດສິງກະໂປ ເພາະວ່າ ຫວ່າງບໍ່ດົນມານີ້ ສປປ ລາວ ຂອງພວກເຮົາ ກໍ່ໄດ້ມີການເຊັນ MOU ກັບປະເທດສິງກະໂປ ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສອງປະເທດ. ຊຶ່ງເຫັນວ່າ ບັນດາປະເທດ ທີ່ພວກຂ້າພະເຈົ້າ ມີເປົ້າໝາຍສົ່ງອອກພະລັງງານໄປນັ້ນ ລ້ວນແລ້ວແຕ່ເປັນປະເທດມີຄວາມຕ້ອງການພະລັງງານໄຟຟ້າສູງ ເພື່ອພັດທະນາດ້ານອຸດສາຫະກໍາພາຍໃນປະເທດ ທີ່ຈັງຫວະການຂະຫຍາຍຕົວໄວ.

ພ້ອມນັ້ນ, ທ່ານຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ທີ່ຈະພັດທະນາໂຄງການນີ້ ໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້ ຖ້າຫາກໂຄງການນີ້ ໄດ້ຮັບການພັດທະນາໃນອະນາຄົດ ຈະສ້າງໂອກາດ ແລະເງື່ອນໄຂອັນດີ ໃຫ້ແກ່ ລັດຖະບານ ແລະທ້ອງຖິ່ນ ໃນຫຼາຍໆ. ເນື່ອງໃນໂອກາດປີໃໝ່ລາວ ພສ 2566 ທີ່ຈະມາເຖິງນີ້, ທ່ານຍັງອວຍພອນປີໃໝ່ແກ່ບັນດາແຂກຜູ້ມີກຽດທັງຫຼາຍທີ່ເຂົ້າຮ່ວມພິທີໃນຄັ້ງນີ້.