ກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດພິທີປາຖະກະຖາ ປີສາມັກຄີພິເສດລາວ-ຫວຽດນາມ ປີ 2022

          ພິທີໄດ້ຈັດຂຶ້ນຢ່າງຄຶກຄື້ນໃນຕອນເຊົ້າວັນທີ 9 ສິງຫາ 2022 ນີ້ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໃຫ້ກຽດປາຖະກະຖາ ແລະ ເລົ່າມູນເຊື້ອວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ຂອງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ, ອາດີດລັດຖະມົນຕີກະຊວງ ການຕ່າງປະເທດ. ເຂົ້າຮ່ວມໃນພິທີມີ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ບັນດາເລຂາ, ຮອງເລຂາ ຄະນະພັກຮາກຖານ ແລະ ໜ່ວຍຮາກຖານພັກ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງທົ່ວອົງຄະນະພັກກະຊວງ ເຂົ້າຮ່ວມ 350 ສະຫາຍ, ຍິງ 100 ສະຫາຍ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ສົມສະຫວາດ ເລັ່ງສະຫວາດ ໄດ້ຍົກເຫັນມູນເຊື້ອ ແລະ ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ບາງຕອນສະຫາຍ ໄດ້ກ່າວວ່າ: ກ່ອນໜ້ານີ້ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 ) ລາວ-ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ 45 ປີ ( 18 ກໍລະກົດ 1977-18 ກໍລະກົດ 2022) ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຢ່າງສະຫງ່າຜ່າເຜີຍ ເຊິ່ງແມ່ນຂີດໝາຍປະຫວັດສາດອັນສຳຄັນ ໃນການພົວພັນລະຫວ່າງ ລາວ- ຫວຽດນາມ, ພື້ນຖານດ້ານກົດໝາຍ ແລະ ການເມືອງແຫ່ງການພົວພັນ ລະຫວ່າງ ສອງພັກ, ສອງລັດ ໃນໄລຍະໃໝ່;

          ພ້ອມກັນນີ້, ກໍຍັງແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງທີ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມຂຸມຄອງດຽວກັນ, ຮ່ວມທຸກຮ່ວມສຸກ, ຕໍ່ສູ້ຕ້ານສັດຕູໂຕດຽວດ້ວຍຫຼາຍບັ້ນຮົບ, ບັ້ນຕີ, ແຕ່ເໜືອເຖິງໃຕ້ທົ່ວປະເທດລາວ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ-ລຳບາກນາໆປະການ ໃນແປວໄຟແຫ່ງພາລະກິດການ ຕໍ່ສູ້ປົດປ່ອຍຊາດ ຕີເອົາຊະນະສັດຕູຜູ້ຮຸກຮານຢ່າງອົງອາດກ້າຫານ, ຍາດໄດ້ຄວາມເປັນເອກະລາດແຫ່ງຊາດ ແລະ ຜື້ນແຜ່ນດິນອັນຄົບຖ້ວນຂອງສອງປະເທດລາວ-ຫວຽດນາມ. ມາຮອດ ປັດຈຸບັນ, ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ເປັນມູນເຊື້ອນັ້ນ ໄດ້ສືບຕໍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບແຕກດອກອອກຜົນຢ່າງໃຫຍ່ຫຼວງໃນທຸກຂົງ ເຂດວຽກງານ, ເຊິ່ງໄດ້ປະກອບສ່ວນທີ່ສຳຄັນຍິ່ງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ຂອງ ສອງປະເທດ ລາວ-ຫວຽດນາມ.

          ການສະເຫຼີມສະຫຼອງປີສາມັກຄີມິດຕະພາບໃນຄັ້ງນີ້, ແມ່ນ ສະແດງອອກເຖິງເຈດຈຳນົງອັນແນ່ນອນຂອງສອງຊາດ ລາວ-ຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ໄດ້ກໍ່ຕັ້ງນັ້ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຢ່າງແຂງແຮງ ທັງເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ກັບການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນຕົ້ນແມ່ນການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນຫວຽດນາມ ໃນຕະຫຼອດໄລຍະຂອງການປະຕິວັດລາວ ແລະ ທັງເປັນການສຶກສາອົບຮົມໃຫ້ພະນັກງານ,

ສະມາຊິກພັກ, ພົນທະຫານ ແລະ ປະຊາຊົນ ໂດຍສະເພາະແມ່ນຄົນ ຮຸ່ນໜຸ່ມ, ຮຸ່ນສືບທອດ ໃຫ້ມີ ຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ເພື່ອສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ກໍຄື ປົກປັກຮັກສາໝາກຜົນຂອງການ ປະຕິວັດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ພາບ: ສົມສະໜຸກ ທອງສະຫງວນ
ຂ່າວ: ຄຳແສງ ແກ້ວປະເສີດ