ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2022

            ພາຍຫຼັງດຳເນີນມາເປັນເວລາ 2 ວັນເຕັ້ມ (ວັນທີ 2-3 ກຸມພາ 2023) ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປລາວ. ມີ ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສາລະວັນ, ມີບັນດາ ທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

           ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຍົກໃຫ້ເຫັນການປຶກສາຫາລືໃນກອງປະຊຸມຕະຫຼອດໄລຍະ 2 ວັນທີ່ຜ່ານມາ ບາງຕອນ ທ່ານກ່າວວ່າ: ຜ່ານການດຳເນີນກອງປະຊຸມຕັ້ງແຕ່ຕອນເຊົ້າຂອງມື້ວານນີ້ມາຮອດບ່າຍມື້ນີ້, ພວກເຮົາໄດ້ເຮັດສໍາເລັດບັນດາເນື້ອໃນ ແລະ ວຽກງານທີ່ໄດ້ຈັດວາງຢູ່ໃນວາລະຂອງການດຳເນີນກອງປະຊຸມເທື່ອນີ້ເປັນຕົ້ນ : ຜູ້ເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງກວ້າງຂວາງ ແລະ ເປັນເຈົ້າການສູງ ເຂົ້າໃສ່ບົດສະຫຼຸບການຈັດຕັ້ງປະຕິບັດແຜນການ ໃນປີ 2022 ແລະ ການວາງທິດທາງ, ແຜນການສໍາລັບປີ 2023. ຜົນງານທີ່ເປັນພື້ນຖານແມ່ນ : ຂະແໜງການພວກເຮົາສາມາດຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ໃນຖານະທີເປັນເສນາທິການໃຫ້ແກ່ພັກ, ລັດຖະບານ, ໃຫ້ແກ່ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ຢ່າງຖືກຕ້ອງ, ມີໝາກຜົນສູງ ແລະ ມີລັກສະນະພົ້ນເດັ່ນ ຊຶ່ງໃນ ປີ 2022 ທີ່ຜ່ານມາ, ມູນຄ່າການຜະລິດຂອງຂະແໜງພະລັງງານ ແລະ ບໍ່ແຮ່ພວກເຮົາ ສາມາດບັນລຸໄດ້ 66.623 ຕື້ກີບ,ທຽບໃສ່ແຜນການປີທີ່ວາງອອກ ແມ່ນປະຕິບັດໄດ້ເພີ່ມຂື້ນ 53%, ໃນນີ້, ຂະແໜງພະລັງງານປະຕິບັດໄດ້ 41.196 ຕື້ກີບ, ທຽບໃສ່ແຜນການທີ່ວາງອອກ ເພີ່ມຂື້ນ 53%. ຂະແໜງບໍ່ແຮ່ປະຕິບັດໄດ້ 25.426 ຕື້ກີບ, ທຽບໃສ່ແຜນການທີ່ວາງອອກ ເພີ່ມຂື້ນ 53%. ອັນສຳຄັນໄດ້ປະກອບສ່ວນເຂົ້າງົບປະມານແຫ່ງລັດ ໃນປີ 2022 ຂະແໜງໄຟຟ້າປະກອບສ່ວນໄດ້ 1.279 ຕື້ກີບ, ຂະແໜງບໍ່ແຮ່ 236,30 ລ້ານໂດລາສະຫະລັດ ແລະ ປະກອບສ່ວນເຂົ້າໃນ (GDP) ປີ 2022 ກວມເອົາ 15,5% ໃນນັ້ນ, ພະລັງງານໄຟຟ້າປະກອບສ່ວນ ກວມ 11,5% ແລະ ບໍ່ແຮ່ ກວມ 4%.

          ຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າໃຫ້ມີບາດກ້າວອັນໃໝ່ ທັງຕິດພັນກັບການພັດທະນາແບບຍືນຍົງ ແລະ ສີຂຽວ, ເຮັດໃຫ້ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ມີການຫັນປ່ຽນຢ່າງຕັ້ງໜ້າ. ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ທຸກຂັ້ນເອົາໃຈໃສ່ເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ຍົກສູງບົດບາດການເປັນເສນາທິການໃຫ້ແກ່ພັກ, ລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ມີປະສິດທິພາບ, ມີປະສິດທິຜົນສູງ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເລິກເຊິ່ງກວ່າເກົ່າ ພ້ອມກັນນີ້, ກໍ່ເອົາໃຈໃສ່ກໍານົດແຜນ ແລະ ສ້າງພະນັກງານນໍາພາ, ຄຸ້ມຄອງ ໃຫ້ມີຄວາມຊ່ຽວຊານສະເພາະດ້ານ ເພື່ອສາມາດເຮັດຫຼ້ອນໜ້າທີ່ ທີ່ພັກ ແລະ ລັດຖະບານມອຍໝາຍໃຫ້ຢ່າງໜັກແໜ້ນ, ແກ້ໄຂປະກົດການຍໍ້ທໍ້ ແລະ ຂໍ້ບົກຜ່ອງທີ່ຜ່ານມາໃຫ້ດີຂຶ້ນ; ຄົ້ນຄວ້າ, ສ້າງ, ປັບປຸງບັນດາລະບຽບການ ແລະ ນິຕິກຳທີ່ຕິດພັນກັບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມຮັດກຸ້ມ, ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ ແລະ ສອດຄ່ອງກັບນະໂຍບາຍຂອງພັກ, ກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ.

ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ຂ່າວ: ຄໍາແສງ ແກ້ວປະເສີດ